ເພງສັນລະເສີນ44
(ເຖິງຫົວໜ້ານັກຮ້ອງ ມັດຄິນ ຂອງລູກຊາຍຂອງໂກຣາ)
1ຂ້າແດ່ພຣະເຈົ້າ ພວກຂ້ານ້ອຍໄດ້ຍິນກັບຫູຂອງຕົນບັນພະບຸລຸດຂອງພວກຂ້ານ້ອຍໄດ້ເລົ່າໃຫ້ພວກຂ້ານ້ອຍຟັງ.ເຖິງສິ່ງທີ່ພຣະອົງໄດ້ເຮັດໃນສະໄໝຂອງພວກເຂົາແຕ່ດົນນານມາແລ້ວ.2ດ້ວຍມືຂອງພຣະອົງ ພຣະອົງຂັບໄລ່ຊົນຊາດຕ່າງໆອອກໄປແລະ ໄດ້ຝັງຮາກບັນພະບຸລຸດຂອງພວກຂ້ານ້ອຍ;ພຣະອົງໄດ້ຍ່ອງຄົນທັງຫລາຍແລະ ເຮັດໃຫ້ບັນດາບັນພະບຸລຸດຂອງຂ້ານ້ອຍຈະເລີນຮຸ່ງເຮືອງ.3ບໍ່ແມ່ນດ້ວຍດາບທີ່ເຮັດໃຫ້ພວກເຂົາຕີຊະນະເອົາດິນແດນໄດ້,ບໍ່ແມ່ນດ້ວຍແຂນຂອງພວກເຂົາທີ່ນຳໄຊຊະນະມາສູ່ພວກເຂົາ;ແຕ່ດ້ວຍມືຂວາຂອງພຣະອົງ ດ້ວຍແຂນຂອງພຣະອົງແລະ ດ້ວຍຄວາມສະຫວ່າງແຫ່ງໃບໜ້າຂອງພຣະອົງ ເພາະພຣະອົງຮັກພວກເຂົາ.4ພຣະອົງເປັນກະສັດຂອງຂ້ານ້ອຍ ແລະ ເປັນພຣະເຈົ້າຂອງຂ້ານ້ອຍຜູ້ກຳນົດ ໄຊຊະນະແກ່ຢາໂຄບ.5ໂດຍພຣະອົງ ພວກຂ້ານ້ອຍຈຶ່ງຂັບໄລ່ບັນດາສັດຕູຂອງພວກຂ້ານ້ອຍໃຫ້ຖອຍໄປໂດຍນາມຂອງພຣະອົງ ພວກຂ້ານ້ອຍຈຶ່ງຢຽບຢ່ຳສັດຕູຂອງພວກຂ້ານ້ອຍ.6ຂ້ານ້ອຍບໍ່ໄດ້ວາງໃຈໃນຄັນທະນູຂອງຕົນດາບບໍ່ໄດ້ນຳໄຊຊະນະມາໃຫ້ຂ້ານ້ອຍ7ແຕ່ພຣະອົງໄດ້ໃຫ້ພວກຂ້ານ້ອຍຊະນະສັດຕູພຣະອົງເຮັດໃຫ້ສັດຕູອັບອາຍ.8ພວກຂ້ານ້ອຍຈະອວດພຣະເຈົ້າຕະຫລອດທັງວັນແລະ ພວກຂ້ານ້ອຍຈະສັນລະເສີນນາມຂອງພຣະອົງຕະຫລອດໄປ.9ແຕ່ບັດນີ້ ພຣະອົງໄດ້ປະຕິເສດ ແລະ ປ່ອຍໃຫ້ພວກຂ້ານ້ອຍຖ່ອມລົງ;ພຣະອົງບໍ່ໄດ້ຮ່ວມທັບໄປກັບພວກຂ້ານ້ອຍອີກແລ້ວ.10ພຣະອົງເຮັດໃຫ້ພວກຂ້ານ້ອຍຖອຍຫລັງຕໍ່ໜ້າສັດຕູແລະ ບັນດາສັດຕູຂອງພວກຂ້ານ້ອຍໄດ້ປຸ້ນພວກຂ້ານ້ອຍ.11ພຣະອົງໄດ້ປ່ອຍໃຫ້ພວກຂ້ານ້ອຍຖືກກັດກິນເໝືອນແກະແລະ ເຮັດໃຫ້ພວກຂ້ານ້ອຍກະຈັດກະຈາຍໄປໃນທ່າມກາງຊົນຊາດຕ່າງໆ.12ພຣະອົງຂາຍປະຊາຊົນຂອງພຣະອົງໃນລາຄາຖືກ,ບໍ່ໄດ້ສິ່ງໃດຈາກການຂາຍນັ້ນ.13ພຣະອົງເຮັດໃຫ້ພວກຂ້ານ້ອຍຕົກເປັນທີ່ຕຳໜິຂອງເພື່ອນບ້ານເປັນທີ່ດູຖູກ ແລະ ຢຽດຢາມຂອງຄົນເຫລົ່ານັ້ນທີ່ຢູ່ອ້ອມຂ້າງພວກຂ້ານ້ອຍ.14ພຣະອົງເຮັດໃຫ້ພວກຂ້ານ້ອຍກາຍເປັນຄຳປຽບທຽບໃນທ່າມກາງຊົນຊາດຕ່າງໆ;ຊົນຊາດຕ່າງໆພາກັນແກວ່ງຫົວໃສ່ພວກຂ້ານ້ອຍ.15ຂ້ານ້ອຍຢູ່ໃນອັບອາຍຕະຫລອດທັງວັນແລະ ໜ້າຂອງຂ້ານ້ອຍປົກຄຸມດ້ວຍຄວາມອັບອາຍ16ຈາກຄຳໝິ່ນປະໝາດຂອງຄົນທີ່ປະນາມ ແລະ ປ້ອຍດ່າຂ້ານ້ອຍ,ເພາະສັດຕູທີ່ຕ້ອງການແກ້ແຄ້ນ.17ທັງໝົດນີ້ເກີດຂຶ້ນກັບພວກຂ້ານ້ອຍ,ທັງທີ່ພວກຂ້ານ້ອຍບໍ່ໄດ້ລືມພຣະອົງຫລື ຜິດຕໍ່ຄຳໝັ້ນສັນຍາຂອງພຣະອົງ.18ຫົວໃຈຂອງພວກຂ້ານ້ອຍບໍ່ໄດ້ຫັນກັບ;ຕີນຂອງພວກຂ້ານ້ອຍກໍບໍ່ໄດ້ຫລົງຈາກທາງຂອງພຣະອົງ.19ແຕ່ພຣະອົງໄດ້ຍ່ອງພວກຂ້ານ້ອຍ ແລະ ເຮັດໃຫ້ພວກຂ້ານ້ອຍກາຍເປັນທີ່ອາໄສຂອງໝາປ່າພຣະອົງປົກຄຸມພວກຂ້ານ້ອຍໄວ້ດ້ວຍຄວາມມືດມົນ20ຖ້າພວກຂ້ານ້ອຍໄດ້ລືມນາມພຣະເຈົ້າຂອງພວກຂ້ານ້ອຍຫລື ຍົກມືຂາບໄຫວ້ພະຕ່າງດ້າວ,21ພຣະເຈົ້າຈະບໍ່ຮູ້ບໍ?ໃນເມື່ອພຣະອົງຮູ້ຄວາມລັບໃນໃຈ22ແຕ່ເພາະເຫັນແກ່ພຣະອົງ ພວກຂ້ານ້ອຍກໍປະເຊີນຄວາມຕາຍຕະຫລອດທັງວັນ;ພວກຂ້ານ້ອຍຖືກນັບວ່າເປັນແກະທີ່ຈະເອົາໄປຂ້າ.23ຂ້າແດ່ອົງພຣະຜູ້ເປັນເຈົ້າ ຂໍຕື່ນຂຶ້ນ ດ້ວຍເຫດໃດພຣະອົງຄືຍັງຫລັບຢູ່?ຂໍໂຜດປຸກພຣະອົງເອງ! ຂໍຢ່າປະຕິເສດພວກຂ້ານ້ອຍຕະຫລອດໄປ.24ດ້ວຍເຫດໃດພຣະອົງຈຶ່ງເຊື່ອງໜ້າຂອງພຣະອົງແລະ ລືມທີ່ພວກຂ້ານ້ອຍທຸກຍາກ ແລະ ຖືກກົດຂີ່ຂົ່ມເຫັງ?25ພວກຂ້ານ້ອຍຖືກຢຽບຈົມດິນ;ຮ່າງກາຍຂອງພວກເຮົາຕ້ອງນອນເກືອກຝຸ່ນ.26ຂໍໂຜດລຸກຂຶ້ນ ແລະ ຊ່ວຍພວກຂ້ານ້ອຍດ້ວຍ;ຂໍໄດ້ກອບກູ້ພວກຂ້ານ້ອຍເພາະເຫັນແກ່ຄວາມຮັກໝັ້ນຄົງຂອງພຣະອົງ.Biblica, Inc.