ເພງສັນລະເສີນ43

1ຂ້າແດ່​ພຣະເຈົ້າ ຂໍ​ວ່າ​ຄວາມແລະ ສູ້​ຄະດີ​ແທນ​ຂ້ານ້ອຍຕໍ່​ຊົນຊາດ​ທີ່​ບໍ່​ສັດຊື່ຂໍ​ຊ່ວຍ​ກອບກູ້​ຂ້ານ້ອຍ​ໃຫ້​ພົ້ນຈາກ​ບັນດາ​ຄົນ​ຫລອກລວງ ແລະ ຄົນ​ຊົ່ວຮ້າຍ.2ພຣະອົງ​ເປັນ​ພຣະເຈົ້າ ເປັນ​ທີ່ໝັ້ນ​ຂອງ​ຂ້ານ້ອຍດ້ວຍ​ເຫດ​ໃດ​ພຣະອົງ​ຈຶ່ງ​ໄດ້​ປະຕິເສດ​ຂ້ານ້ອຍ?ດ້ວຍ​ເຫດ​ໃດ​ຂ້ານ້ອຍ​ຕ້ອງ​ຄ່ຳຄວນ,ຖືກ​ສັດຕູ​ກົດຂີ່​ຂົ່ມເຫັງ?3ຂໍ​ສົ່ງ​ຄວາມ​ສະຫວ່າງ​ຂອງ​ພຣະອົງ ແລະ ຄວາມ​ຫ່ວງໃຍ​ອັນ​ສັດຊື່​ຂອງ​ພຣະອົງ​ມາ,ໃຫ້​ຄວາມ​ສະຫວ່າງ ແລະ ຄວາມ​ຫ່ວງໃຍ​ຂອງ​ພຣະອົງ​ນຳ​ພາ​ຂ້ານ້ອຍ​ໄປ;ໃຫ້​ສິ່ງເຫລົ່ານັ້ນ​ໄດ້​ນຳ​ຂ້ານ້ອຍ​ໄປ​ສູ່​ພູເຂົາ​ສັກສິດ​ຂອງ​ພຣະອົງສູ່​ບ່ອນ​ທີ່​ພຣະອົງ​ຢູ່.4ແລ້ວ​ຂ້ານ້ອຍ​ຈະ​ໄປ​ຍັງ​ແທ່ນບູຊາ​ຂອງ​ພຣະເຈົ້າໄປ​ຫາ​ພຣະເຈົ້າ ຜູ້​ເປັນ​ຄວາມ​ຊື່ນຊົມຍິນດີ​ຂອງ​ຂ້ານ້ອຍ ແລະ ເປັນ​ຄວາມ​ຍິນດີ​ຂອງ​ຂ້ານ້ອຍ.ຂ້ານ້ອຍ​ຈະ​ສັນລະເສີນ​ພຣະອົງ​ດ້ວຍ​ສຽງ​ພິນຂ້າແດ່​ພຣະເຈົ້າ ພຣະເຈົ້າ​ຂອງ​ຂ້ານ້ອຍ.
5ຈິດ​ວິນຍານ​ຂອງ​ຂ້ານ້ອຍ, ດ້ວຍ​ເຫດ​ໃດ​ເຈົ້າ​ຈຶ່ງ​ທໍ້ຖອຍ?ດ້ວຍ​ເຫດ​ໃດ​ຈຶ່ງ​ກະວົນກະວາຍ​ຢູ່​ພາຍໃນ​ຂ້ານ້ອຍ?ຈົ່ງ​ມອບ​ຄວາມ​ຫວັງ​ໄວ້​ໃນ​ພຣະເຈົ້າເພາະ​ຂ້ານ້ອຍ​ຈະ​ຍັງ​ຄົງ​ສັນລະເສີນ​ພຣະອົງພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ຂ້ານ້ອຍ ແລະ ພຣະເຈົ້າ​ຂອງ​ຂ້ານ້ອຍ.

Biblica, Inc.

https://app.library.bible/content/eab9312f9f16b3a2