ເພງສັນລະເສີນ42

(ເຖິງ​ຫົວໜ້າ​ນັກຮ້ອງ ມັດຄິນ ​ຂອງ​ລູກຊາຍ​ຂອງ​ໂກຣາ)

1ຂ້າແດ່​ພຣະເຈົ້າ ກວາງ​ກະຫາຍ​ຫາ​ທານ​ນ້ຳ​ສັນ​ໃດ,ຈິດວິນຍານ​ຂອງ​ຂ້ານ້ອຍ​ກໍ​ກະຫາຍ​ຫາ​ພຣະອົງ​ສັນ​ນັ້ນ.2ຈິດວິນຍານ​ຂອງ​ຂ້ານ້ອຍ​ກະຫາຍ​ຫາ​ພຣະເຈົ້າ ພຣະເຈົ້າ​ຜູ້​ມີ​ຊີວິດ​ຢູ່.ຂ້ານ້ອຍ​ຈະ​ໄດ້​ໄປ ແລະ ເຂົ້າ​ພົບ​ພຣະອົງ​ເມື່ອ​ໃດ​ນໍ?3ຂ້ານ້ອຍ​ກິນ​ນ້ຳຕາ​ແທນ​ອາຫານທັງ​ກາງເວັນ ແລະ ກາງຄືນໃນ​ຂະນະ​ທີ່​ຄົນ​ທັງຫລາຍ​ກໍ​ເວົ້າ​ກັບ​ຂ້ານ້ອຍ​ຕະຫລອດ​ທັງ​ວັນ​ວ່າ:“ພຣະເຈົ້າ​ຂອງ​ເຈົ້າ​ຢູ່​ໃສ?”4ຂ້ານ້ອຍ​ຍັງ​ຈື່​ສິ່ງ​ເຫລົ່ານີ້​ໄດ້ເມື່ອ​ຂ້ານ້ອຍ​ລະບາຍ​ຄວາມ​ໃນ​ໃຈ​ອອກ​ມາຂ້ານ້ອຍ​ເຄີຍ​ໄປ​ວິຫານ​ຂອງ​ພຣະເຈົ້າພາຍໃຕ້​ການ​ປົກປ້ອງ​ຂອງ​ອົງ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່ດ້ວຍ​ສຽງ​ໂຫ່​ຮ້ອງ​ຍິນດີ ແລະ ສັນລະເສີນໃນ​ທ່າມ​ກາງ​ການ​ສະຫລອງ​ເທດສະການ.
5ຈິດວິນຍານ​ຂອງ​ຂ້ານ້ອຍ, ດ້ວຍ​ເຫດ​ໃດ​ເຈົ້າ​ຈຶ່ງ​ທໍ້ຖອຍ?ດ້ວຍ​ເຫດ​ໃດ​ຈຶ່ງ​ກະວົນກະວາຍ​ຢູ່​ພາຍໃນ​ຂ້ານ້ອຍ?ຈົ່ງ​ມອບ​ຄວາມ​ຫວັງ​ໄວ້​ໃນ​ພຣະເຈົ້າເພາະ​ຂ້ານ້ອຍ​ຈະ​ຍັງ​ຄົງ​ສັນລະເສີນ​ພຣະອົງພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ຂ້ານ້ອຍ ແລະ ພຣະເຈົ້າ​ຂອງ​ຂ້ານ້ອຍ.
6ຈິດວິນຍານ  ​ຂອງ​ຂ້ານ້ອຍ​ທໍ້ຖອຍ​ຢູ່​ພາຍໃນ​ຂ້ານ້ອຍເຫດສະນັ້ນ ຂ້ານ້ອຍ​ຈະ​ລະນຶກ​ເຖິງ​ພຣະອົງຈາກ​ດິນແດນ​ແຫ່ງ​ແມ່ນ້ຳ​ຈໍແດນຈາກ​ຍອດ​ພູເຂົາ​ເຮີໂມນ ຈາກ​ພູເຂົາ​ມິຊາ.7ທີ່​ເລິກ​ກ່າວ​ເອີ້ນ​ທີ່​ເລິກດ້ວຍ​ສຽງ​ນ້ຳ​ຕົກ​ດັງກ້ອງ​ຂອງ​ພຣະອົງ;ກະ​ແສ​ຄື້ນນ້ຳ ແລະ ນ້ຳ​ຊັດ​ແຮງ​ຂອງ​ພຣະອົງພັດ​ຖ້ວມ​ຂ້ານ້ອຍ
8ຍາມ​ກາງເວັນ ພຣະເຈົ້າ​ຢາເວ​ໄດ້​ບັນຊາ​ຄວາມ​ຮັກ​ໝັ້ນຄົງ​ຂອງ​ພຣະອົງ,ຍາມ​ກາງຄືນ ບົດເພງ​ຂອງ​ພຣະອົງ​ກໍ​ຢູ່​ກັບ​ຂ້ານ້ອຍເປັນ​ຄຳ​ອະທິຖານ​ຕໍ່​ພຣະເຈົ້າ​ແຫ່ງ​ຊີວິດ​ຂອງ​ຂ້ານ້ອຍ.
9ຂ້ານ້ອຍ​ເວົ້າ​ກັບ​ພຣະເຈົ້າ ຜູ້​ເປັນ​ສີລາ​ຂອງ​ຂ້ານ້ອຍ​ວ່າ:“ດ້ວຍ​ເຫດ​ໃດ​ພຣະອົງ​ຈຶ່ງ​ລືມ​ຂ້ານ້ອຍ​ແລ້ວ?ດ້ວຍ​ເຫດ​ໃດ​ຂ້ານ້ອຍ​ຕ້ອງ​ຄ່ຳຄວນຖືກ​ສັດຕູ​ກົດຂີ່​ຂົ່ມເຫັງ?”10ຂ້ານ້ອຍ​ເຈັບ​ເຂົ້າ​ໄປ​ເຖິງ​ກະດູກເມື່ອ​ຖືກ​ສັດຕູ​ຂອງ​ຂ້ານ້ອຍ​ເຢາະເຢີ້ຍເວົ້າ​ກັບ​ຂ້ານ້ອຍ​ຕະຫລອດ​ທັງ​ວັນ​ວ່າ:“ພຣະເຈົ້າ​ຂອງ​ເຈົ້າ​ຢູ່​ໃສ?”
11ຈິດ​ວິນຍານ​ຂອງ​ຂ້ານ້ອຍ ດ້ວຍ​ເຫດ​ໃດ​ເຈົ້າ​ຈຶ່ງ​ທໍ້ຖອຍ?ດ້ວຍ​ເຫດ​ໃດ​ຈຶ່ງ​ກະວົນກະວາຍ​ຢູ່​ພາຍໃນ​ຂ້ານ້ອຍ?ຈົ່ງ​ມອບ​ຄວາມ​ຫວັງ​ໄວ້​ໃນ​ພຣະເຈົ້າເພາະ​ຂ້ານ້ອຍ​ຈະ​ຍັງ​ຄົງ​ສັນລະເສີນ​ພຣະອົງພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ຂ້ານ້ອຍ ແລະ ພຣະເຈົ້າ​ຂອງ​ຂ້ານ້ອຍ.

Biblica, Inc.

https://app.library.bible/content/eab9312f9f16b3a2