ເພງສັນລະເສີນ41

(ເຖິງ​ຫົວໜ້າ​ນັກຮ້ອງ ບົດ​ເພງສັນລະເສີນ​ຂອງ​ດາວິດ)

1ພຣະພອນ​ມີ​ແກ່​ບັນດາ​ຄົນ​ທີ່​ເອົາໃຈໃສ່​ຕໍ່​ຄົນ​ອ່ອນແອພຣະເຈົ້າ​ຢາເວ​ໄດ້​ກອບກູ້​ພວກເຂົາ​ໃນ​ຍາມ​ເດືອດຮ້ອນ.2ພຣະເຈົ້າ​ຢາເວ​ຈະ​ປົກປ້ອງ ແລະ ຮັກສາ​ຊີວິດ​ຂອງ​ພວກເຂົາພຣະອົງ​ຖືກ​ນັບ​ເປັນ​ຄົນ​ທີ່​ໄດ້​ຮັບ​ພຣະພອນ​ໃນ​ແຜ່ນດິນພຣະອົງ​ຈະ​ບໍ່​ປ່ອຍ​ໃຫ້​ສັດຕູ​ຂອງ​ພວກເຂົາ​ເຮັດ​ກັບ​ພວກເຂົາ​ຕາມ​ໃຈ.3ພຣະເຈົ້າ​ຢາເວ​ຈະ​ປະຄອງ​ພວກເຂົາ​ໃນ​ຍາມ​ທີ່​ພວກເຂົາ​ເຈັບປ່ວຍ​ຢູ່​ເທິງ​ຕຽງແລະ ຟື້ນຟູ​ພວກເຂົາ​ໃຫ້​ຫາຍ​ຈາກ​ຕຽງ​ແຫ່ງ​ຄວາມ​ເຈັບປ່ວຍ​ຂອງ​ພວກເຂົາ.
4ຂ້ານ້ອຍ​ໄດ້​ເວົ້າ​ວ່າ: “ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ເມດຕາ​ຂ້ານ້ອຍ​ດ້ວຍ;ໂຜດ​ຮັກສາ​ຂ້ານ້ອຍ​ໃຫ້​ຫາຍດີ ເພາະ​ຂ້ານ້ອຍ​ໄດ້​ເຮັດ​ບາບ​ຕໍ່​ພຣະອົງ”.5ສັດຕູ​ຂອງ​ຂ້ານ້ອຍ​ກ່າວ​ຮ້າຍ​ຂ້ານ້ອຍ​ວ່າ:“ເມື່ອ​ໃດ​ລາວ​ຈະ​ຕາຍ ແລະ ຊື່​ຂອງ​ລາວ​ຈະ​ຈິບຫາຍ​ໄປ?”6ເມື່ອ​ຄົນ​ໜຶ່ງ​ໃນ​ພວກເຂົາ​ມາ​ເບິ່ງ​ຂ້ານ້ອຍລາວ​ກໍ​ເຮັດ​ຄື​ເວົ້າ​ດີ ໃນ​ຂະນະ​ທີ່​ໃຈ​ຂອງ​ລາວ​ນັ້ນ​ຄິດ​ຮ້າຍ​ຢູ່ແລ້ວ​ລາວ​ກໍ​ອອກ​ໄປ ແລະ ກະຈາຍ​ຂ່າວ​ໄປ​ທົ່ວ.
7ສັດຕູ​ທັງໝົດ​ຂອງ​ຂ້ານ້ອຍ​ຮວມ​ຫົວ​ກັນ​ນິນທາ​ຂ້ານ້ອຍແລະ ແຊ່ງ​ຂ້ານ້ອຍ​ວ່າ:8“ພະຍາດ​ຮ້າຍ​ໄດ້​ກັດ​ກິນ​ລາວ​ແລ້ວລາວ​ຈະ​ບໍ່​ມີ​ວັນ​ລຸກ​ຈາກ​ຕຽງ​ນັ້ນ​ໄດ້​ເລີຍ”.9ແມ່ນແຕ່​ໝູ່​ສະໜິດ​ຂອງ​ຂ້ານ້ອຍຄົນ​ທີ່​ຂ້ານ້ອຍ​ໄວ້ໃຈຄົນ​ທີ່​ກິນ​ອາຫານ​ຮ່ວມ​ກັບ​ຂ້ານ້ອຍຍັງ​ໄດ້​ຫັນ  ​ກັບ​ມາ​ຕໍ່ສູ້​ຂ້ານ້ອຍ.
10ຂ້າແດ່​ພຣະເຈົ້າ​ຢາເວ ແຕ່​ຂໍ​ພຣະອົງ​ເມດຕາ​ຂ້ານ້ອຍ​ດ້ວຍຂໍ​ຊ່ວຍ​ຂ້ານ້ອຍ​ໃຫ້​ລຸກ​ຂຶ້ນ ເພື່ອ​ຈະ​ໄດ້​ແກ້ແຄ້ນ​ພວກເຂົາ.11ຂ້ານ້ອຍ​ຮູ້​ວ່າ​ພຣະອົງ​ພໍໃຈ​ກັບ​ຂ້ານ້ອຍເພາະ​ສັດຕູ​ຂອງ​ຂ້ານ້ອຍ​ເອົາ​ຊະນະ​ຂ້ານ້ອຍ​ບໍ່​ໄດ້.12ເພາະ​ຄວາມ​ສັດຊື່​ຂອງ​ຂ້ານ້ອຍ ພຣະອົງ​ພຣະອົງ​ຈຶ່ງ​ຊູ​ຂ້ານ້ອຍ​ໄວ້.ແລະ ຕັ້ງ​ຂ້ານ້ອຍ​ໄວ້​ໃຫ້​ຢູ່​ຕໍ່ໜ້າ​ພຣະອົງ​ຕະຫລອດ​ໄປ.
13ຂໍ​ສັນລະເສີນ​ແດ່​ພຣະເຈົ້າ​ຢາເວ ພຣະເຈົ້າ​ແຫ່ງ​ອິດສະຣາເອນຕັ້ງ​ແຕ່​ນິລັນດອນ​ຈົນ​ເຖິງ​ນິລັນດອນ.ອາແມນ ແລະ ອາແມນ.

Biblica, Inc.

https://app.library.bible/content/eab9312f9f16b3a2