ເພງສັນລະເສີນ40
(ເຖິງຫົວໜ້ານັກຮ້ອງ ບົດເພງສັນລະເສີນຂອງດາວິດ)
1ຂ້ານ້ອຍອົດທົນຄອຍຖ້າພຣະເຈົ້າຢາເວພຣະອົງຫັນມາຫາຂ້ານ້ອຍ ແລະ ຮັບຟັງຄຳຮ້ອງຂໍຂອງຂ້ານ້ອຍ.2ພຣະອົງຍົກຂ້ານ້ອຍອອກມາຈາກຂຸມແຫ່ງຄວາມໝົດຫວັງອອກຈາກເຫວ ແລະ ບວກຕົມ;ພຣະອົງໄດ້ວາງຕີນຂ້ານ້ອຍໄວ້ເທິງສີລາແລະ ໃຫ້ບ່ອນທີ່ໝັ້ນຄົງເພື່ອຢືນ.3ພຣະອົງໄດ້ໃສ່ເພງບົດໃໝ່ໃນປາກຂ້ານ້ອຍ,ເປັນເພງສັນລະເສີນແດ່ພຣະເຈົ້າຢາເວຂອງພວກເຮົາ.ຄົນທັງຫລາຍຈະໄດ້ເຫັນ ແລະ ຢຳເກງພຣະເຈົ້າຢາເວແລະ ໄວ້ວາງໃຈໃນພຣະອົງ.4ຄວາມສຸກມີແກ່ຜູ້ທີ່ໄວ້ວາງໃຈໃນພຣະເຈົ້າຢາເວ,ຜູ້ທີ່ບໍ່ໄດ້ຫັນໄປຫາຄົນທີ່ພໍໃຈໃນຕົນເອງຫລື ໄປຫາຄົນທີ່ຫັນໄປເພິ່ງພະປອມ. 5ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍພຣະອົງໄດ້ເຮັດການອັດສະຈັນຫລາຍຢ່າງພຣະອົງໄດ້ວາງແຜນສິ່ງຕ່າງໆເພື່ອພວກຂ້ານ້ອຍ.ບໍ່ມີຜູ້ໃດທຽບກັບພຣະອົງໄດ້;ຖ້າຂ້ານ້ອຍຈະເວົ້າ ແລະ ເລົ່າເຖິງສິ່ງທີ່ພຣະອົງໄດ້ເຮັດກໍຫລວງຫລາຍເກີນກວ່າຈະເລົ່າໄດ້.6ພຣະອົງບໍ່ໄດ້ຕ້ອງການເຄື່ອງບູຊາ ແລະ ຂອງຖວາຍແຕ່ໄດ້ເປີດຫູຂອງຂ້ານ້ອຍ ພຣະອົງບໍ່ໄດ້ຮຽກຮ້ອງເຄື່ອງເຜົາບູຊາ ແລະ ເຄື່ອງບູຊາໄຖ່ບາບ. 7ແລ້ວຂ້ານ້ອຍໄດ້ເວົ້າວ່າ: “ຂ້ານ້ອຍຢູ່ທີ່ນີ້, ຂ້ານ້ອຍມາແລ້ວໃນໜັງສືມ້ວນໄດ້ຂຽນເຖິງຂ້ານ້ອຍໄວ້. 8ຂ້າແດ່ພຣະເຈົ້າຂອງຂ້ານ້ອຍ ຂ້ານ້ອຍປາຖະໜາຈະເຮັດຕາມຄວາມປະສົງຂອງພຣະອົງກົດບັນຍັດຂອງພຣະອົງກໍຢູ່ໃນຫົວໃຈຂອງຂ້ານ້ອຍ”.9ຂ້ານ້ອຍປະກາດຄວາມຊອບທຳໃນທີ່ຊຸມນຸມໃຫຍ່;ຂ້າແດ່ພຣະເຈົ້າຢາເວ ຕາມທີ່ພຣະອົງຊົງຮູ້ຂ້ານ້ອຍບໍ່ໄດ້ປິດປາກງຽບຢູ່.10ຂ້ານ້ອຍບໍ່ໄດ້ປິດບັງຄວາມຊອບທຳຂອງພຣະອົງໄວ້ໃນໃຈຂ້ານ້ອຍໄດ້ປະກາດຄວາມສັດຊື່ ແລະ ການຊ່ວຍໃຫ້ພົ້ນຂອງພຣະອົງ.ຂ້ານ້ອຍບໍ່ໄດ້ປົກປິດຄວາມຮັກໝັ້ນຄົງ ແລະ ຄວາມສັດຊື່ຂອງພຣະອົງຈາກທີ່ຊຸມນຸມໃຫຍ່.11ຂ້າແດ່ພຣະເຈົ້າຢາເວ ຂໍຢ່າໄດ້ຢັບຢັ້ງຄວາມເມດຕາຈາກຂ້ານ້ອຍ;ຂໍໃຫ້ຄວາມຮັກໝັ້ນຄົງ ແລະ ຄວາມສັດຊື່ຂອງພຣະອົງປົກປ້ອງຂ້ານ້ອຍໄວ້ສະເໝີ.12ເພາະຄວາມເດືອດຮ້ອນນັບບໍ່ຖ້ວນນັ້ນໄດ້ຫຸ້ມອ້ອມຂ້ານ້ອຍ;ແລະ ບາບຂອງຂ້ານ້ອຍກໍໄລ່ທັນຂ້ານ້ອຍ ຈົນຂ້ານ້ອຍເບິ່ງບໍ່ເຫັນ.ຄວາມບາບຂອງຂ້ານ້ອຍນັ້ນຫລາຍກວ່າຜົມທີ່ຢູ່ເທິງຫົວຂອງຂ້ານ້ອຍ,ແລະ ໃຈຂອງຂ້ານ້ອຍກໍທໍ້ຖອຍຢູ່ພາຍໃນຂ້ານ້ອຍ.13ຂ້າແດ່ພຣະເຈົ້າຢາເວ ຂໍໂຜດຊ່ວຍຂ້ານ້ອຍດ້ວຍ;ຂ້າແດ່ພຣະເຈົ້າຢາເວ ຂໍມາຊ່ວຍຂ້ານ້ອຍໂດຍໄວ.14ຂໍໃຫ້ຜູ້ທີ່ຢາກເອົາຊີວິດຂ້ານ້ອຍຕ້ອງອັບອາຍ ແລະ ສັບສົນວຸ້ນວາຍຂໍໃຫ້ບັນດາຜູ້ທີ່ຢາກໃຫ້ຂ້ານ້ອຍຈິບຫາຍນັ້ນຕ້ອງກັບໄປດ້ວຍຄວາມອັບອາຍ.15ຂໍໃຫ້ຜູ້ທີ່ເວົ້າກັບຂ້ານ້ອຍວ່າ: “ນັ້ນເດ! ນັ້ນເດ!”ຕ້ອງຕົກຕະລຶງກັບຄວາມອັບອາຍຂອງຕົນ.16ແຕ່ຂໍໃຫ້ທຸກຄົນທີ່ສະແຫວງຫາພຣະອົງຊື່ນຊົມຍິນດີ ແລະ ຍິນດີໃນພຣະອົງຂໍໃຫ້ບັນດາຜູ້ທີ່ຮັກຄວາມພົ້ນຂອງພຣະອົງກ່າວຢູ່ສະເໝີວ່າ:“ພຣະເຈົ້າຢາເວນັ້ນຍິ່ງໃຫຍ່!”17ສ່ວນຂ້ານ້ອຍ, ຂ້ານ້ອຍເປັນຄົນທຸກຍາກ ແລະ ຂາດເຂີນຂໍໃຫ້ພຣະເຈົ້າຢາເວໄດ້ລະນຶກເຖິງຂ້ານ້ອຍດ້ວຍ.ພຣະອົງເປັນຜູ້ຊ່ວຍເຫລືອ ແລະ ເປັນພຣະຜູ້ຊ່ວຍໃຫ້ພົ້ນຂອງຂ້ານ້ອຍຂ້າແດ່ພຣະເຈົ້າຂອງຂ້ານ້ອຍ ຂໍຢ່າໄດ້ຊັກຊ້າ.Biblica, Inc.