ເພງສັນລະເສີນ39
(ເຖິງຫົວໜ້ານັກຮ້ອງ ເຖິງເຢດູທູນ ບົດເພງສັນລະເສີນຂອງດາວິດ)
1ຂ້ານ້ອຍເວົ້າວ່າ “ຂ້ານ້ອຍຈະລະວັງທາງຂອງຕົນແລະ ຈະບໍ່ປ່ອຍໃຫ້ລີ້ນຂອງຕົນເຮັດບາບ;ຂ້ານ້ອຍຈະປິດປາກຂອງຕົນມິດງຽບເມື່ອຢູ່ຕໍ່ໜ້າຄົນຊົ່ວ”.2ດັ່ງນັ້ນ ຂ້ານ້ອຍຈຶ່ງມິດງຽບຢູ່,ບໍ່ເວົ້າອັນໃດແມ່ນແຕ່ເລື່ອງດີ.ແຕ່ຄວາມທຸກໃຈຂອງຂ້ານ້ອຍກໍເພີ່ມຂຶ້ນ;3ຈິດໃຈຂອງຂ້ານ້ອຍກໍຮ້ອນຮົນຢູ່ພາຍໃນຂ້ານ້ອຍ.ຂະນະທີ່ຂ້ານ້ອຍໄຕ່ຕອງຢູ່ ໄຟກໍສຸມເອິກ;ຈົນລີ້ນຂອງຂ້ານ້ອຍໄດ້ເອີ່ຍອອກມາວ່າ:4“ຂ້າແດ່ພຣະເຈົ້າຢາເວ ຂໍໃຫ້ຂ້ານ້ອຍໄດ້ເຫັນບັ້ນປາຍຂອງຊີວິດຂອງຂ້ານ້ອຍແລະ ວັນເວລາຂອງຂ້ານ້ອຍມີຢູ່ເທົ່າໃດຂໍໃຫ້ຂ້ານ້ອຍຮູ້ວ່າຊີວິດຂອງຂ້ານ້ອຍນັ້ນຜ່ານໄປໄວເທົ່າໃດ5ພຣະອົງເຮັດໃຫ້ວັນເວລາຂອງຂ້ານ້ອຍສັ້ນພຽງຄືບດຽວ;ຊ່ວງຊີວິດຂອງຂ້ານ້ອຍບໍ່ມີຄ່າຫຍັງຕໍ່ໜ້າພຣະອົງ.ຊີວິດຂອງແຕ່ລະຄົນເປັນພຽງລົມຫາຍໃຈແມ່ນແຕ່ຄົນທີ່ເບິ່ງຄືວ່າປອດໄພ.6“ແນ່ນອນວ່າທຸກຄົນຍ່າງໄປມາເໝືອນເງົາ;ພວກເຂົາຟ້າວໄປໂດຍບໍ່ມີປະໂຫຍດຊັບສົມບັດທີ່ສະສົມໄວ້ບໍ່ຮູ້ວ່າໃນທີ່ສຸດຈະເປັນຂອງຜູ້ໃດ.7“ຂ້າແດ່ອົງພຣະຜູ້ເປັນເຈົ້າ ແຕ່ບັດນີ້ ຂ້ານ້ອຍສະແຫວງຫາສິ່ງໃດນໍ?ຄວາມຫວັງຂອງຂ້ານ້ອຍແມ່ນຢູ່ໃນພຣະອົງ.8ຂໍຊ່ວຍຂ້ານ້ອຍໃຫ້ພົ້ນຈາກການລ່ວງລະເມີດທັງໝົດຂອງຂ້ານ້ອຍ;ຢ່າໃຫ້ຄົນໂງ່ດູຖູກຂ້ານ້ອຍໄດ້.9ຂ້ານ້ອຍມິດງຽບຢູ່ ຂ້ານ້ອຍບໍ່ຍອມເປີດປາກຂອງຕົນເພາະພຣະອົງເອງຄືຜູ້ທີ່ເຮັດໃຫ້ຂ້ານ້ອຍເປັນຢ່າງນີ້.10ຂໍຢ່າຂ້ຽນຂ້ານ້ອຍອີກເລີຍ;ຂ້ານ້ອຍໝົດແຮງຢູ່ໃນມືຂອງພຣະອົງແລ້ວ.11ເມື່ອພຣະອົງຫ້າມ ແລະ ຕີສອນຜູ້ໃດໃນເລື່ອງບາບຂອງພວກເຂົາ,ພຣະອົງກໍເຜົາຜານຊັບສົມບັດຂອງພວກເຂົາເໝືອນມອດທຸກຄົນກໍເປັນພຽງລົມຫາຍໃຈເທົ່ານັ້ນ.12“ຂ້າແດ່ພຣະເຈົ້າຢາເວ ຂໍໂຜດຟັງຄຳອະທິຖານຂອງຂ້ານ້ອຍຂໍຮັບຟັງຄຳຮ້ອງຂໍຄວາມຊ່ວຍເຫລືອຂອງຂ້ານ້ອຍຂໍຢ່າເຮັດຄືຫູໜວກຕໍ່ການຄ່ຳຄວນຂອງຂ້ານ້ອຍ.ເພາະຂ້ານ້ອຍກໍອາໄສຢູ່ກັບພຣະອົງ ເໝືອນຄົນຕ່າງຊາດ,ເໝືອນຄົນແປກໜ້າ ເຊັ່ນດຽວກັບບັນພະບຸລຸດຂອງຂ້ານ້ອຍ.13ຂໍຫັນໜ້າໄປຈາກຂ້ານ້ອຍ ເພື່ອຂ້ານ້ອຍຈະມີຄວາມສຸກກັບຊີວິດອີກ.ກ່ອນທີ່ຂ້ານ້ອຍຈະຈາກໄປ ແລະ ບໍ່ມີຊີວິດຢູ່ອີກຕໍ່ໄປ”.Biblica, Inc.