ເພງສັນລະເສີນ3
(ບົດເພງສັນລະເສີນຂອງດາວິດ ເມື່ອເວລາທີ່ລາວໄດ້ໜີຈາກອັບຊາໂລມ ຜູ້ເປັນລູກຊາຍຂອງລາວ)
1ຂ້າແດ່ພຣະເຈົ້າຢາເວ, ສັດຕູຂອງຂ້ານ້ອຍຄືມີຫລາຍແທ້!ຜູ້ທີ່ລຸກຂຶ້ນຕໍ່ຕ້ານຂ້ານ້ອຍກໍມີຈຳນວນຫລວງຫລາຍ!2ຫລາຍຄົນໄດ້ເວົ້າເຖິງຂ້ານ້ອຍວ່າ,“ພຣະເຈົ້າຈະບໍ່ກອບກູ້ລາວ”.3ຂ້າແດ່ພຣະເຈົ້າຢາເວ ພຣະອົງໄດ້ເປັນໂລ່ອ້ອມຂ້ານ້ອຍໄວ້,ຜູ້ເປັນສະຫງ່າລາສີຂອງຂ້ານ້ອຍ, ພຣະອົງຜູ້ຍົກຫົວຂອງຂ້ານ້ອຍໃຫ້ສູງສົ່ງ.4ຂ້ານ້ອຍໄດ້ຮ້ອງຫາພຣະເຈົ້າຢາເວ,ແລະ ພຣະອົງໄດ້ຕອບຂ້ານ້ອຍຈາກພູເຂົາອັນສັກສິດຂອງພຣະອົງ.5ຂ້ານ້ອຍໄດ້ນອນລົງ ແລະ ຫລັບໄປ;ຂ້ານ້ອຍຕື່ນຂຶ້ນມາໄດ້ອີກກໍເພາະພຣະເຈົ້າຢາເວໄດ້ຄ້ຳຊູຂ້ານ້ອຍ.6ຂ້ານ້ອຍຈະບໍ່ຢ້ານເຖິງຈະມີສັດຕູເປັນໝື່ນມາຫຸ້ມອ້ອມຂ້ານ້ອຍໄວ້ທຸກດ້ານ.7ຂ້າແດ່ພຣະເຈົ້າຢາເວ, ຂໍໂຜດລຸກຂຶ້ນ!ພຣະເຈົ້າຂອງຂ້ານ້ອຍ! ຂໍໂຜດກອບກູ້ຂ້ານ້ອຍ!ຂໍໂຜດຕົບໜ້າຂອງສັດຕູທຸກຄົນຂອງຂ້ານ້ອຍ;ຂໍໂຜດຫັກແຂ້ວຂອງຄົນຊົ່ວ.8ການກອບກູ້ນັ້ນມາຈາກພຣະເຈົ້າຢາເວ.ຂໍໃຫ້ພຣະພອນຂອງພຣະອົງມີແກ່ປະຊາຊົນຂອງພຣະອົງດ້ວຍ.Biblica, Inc.