ເພງສັນລະເສີນ38

(ບົດ​ເພງສັນລະເສີນ​ຂອງ​ດາວິດ ຄຳ​ອ້ອນວອນ​ຂໍ)

1ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ຢ່າ​ລົງໂທດ​ຂ້ານ້ອຍ​ເມື່ອ​ພຣະອົງ​ໃຈຮ້າຍຫລື ຕີ​ສອນ​ຂ້ານ້ອຍ​ເມື່ອ​ພຣະອົງ​ໂກດຮ້າຍ.2ເພາະ​ລູກທະນູ​ຂອງ​ພຣະອົງ​ປັກ​ເລິກ​ໃນ​ຕົວ​ຂ້ານ້ອຍມື​ຂອງ​ພຣະອົງ​ກໍ​ລົງ​ມາ​ເທິງ​ຂ້ານ້ອຍ.3ຮ່າງກາຍ​ຂອງ​ຂ້ານ້ອຍ​ຊຸດໂຊມ​ເພາະ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ;ກະດູກ​ຂອງ​ຂ້ານ້ອຍ​ກໍ​ເສື່ອມໂຊມ​ເພາະ​ບາບ​ຂອງ​ຂ້ານ້ອຍ.4ຄວາມ​ຜິດ​ຂອງ​ຂ້ານ້ອຍ​ຖ້ວມ​ຂ້ານ້ອຍເໝືອນ​ພາລະ​ໜັກ​ເກີນ​ຈະ​ແບກ​ໄວ້.
5ບາດແຜ​ຂອງ​ຂ້ານ້ອຍ​ເນົ່າເປື່ອຍ ແລະ ໜ້າ​ລັງກຽດເພາະ​ບາບ​ອັນ​ໂງ່​ຂອງ​ຂ້ານ້ອຍ.6ຂ້ານ້ອຍ​ຖືກ​ເຮັດ​ໃຫ້​ຊຸດໂຊມ​ລົງ ແລະ ຕົກຕ່ຳ​ຫລາຍຂ້ານ້ອຍ​ຄ່ຳຄວນ​ຢູ່​ຕະຫລອດ​ທັງ​ວັນ.7ຫລັງ​ຂອງ​ຂ້ານ້ອຍ​ເຕັມ​ໄປ​ດ້ວຍ​ຄວາມ​ເຈັບປວດຮ່າງກາຍ​ຂອງ​ຂ້ານ້ອຍ​ກໍ​ບໍ່​ແຂງແຮງ.8ຂ້ານ້ອຍ​ອ່ອນແອ ແລະ ເຈັບ​ຊ້ຳຂ້ານ້ອຍ​ຄວນຄາງ​ດ້ວຍ​ຄວາມ​ທຸກ​ໃຈ.
9ຂ້າແດ່​ອົງພຣະຜູ້ເປັນເຈົ້າ ຄວາມ​ປາຖະໜາ​ທັງໝົດ​ຂອງ​ຂ້ານ້ອຍ​ເປີດ​ເຜີຍ​ຢູ່​ຕໍ່ໜ້າ​ພຣະອົງ,ສຽງ​ຖອນ​ໃຈ​ຂອງ​ຂ້ານ້ອຍ​ກໍ​ເຊື່ອງ​ຈາກ​ພຣະອົງ​ບໍ່​ໄດ້10ໃຈ​ຂອງ​ຂ້ານ້ອຍ​ເຕັ້ນ ກຳລັງ​ຂອງ​ຂ້ານ້ອຍ​ກໍ​ລົດ​ລົງແມ່ນ​ແຕ່​ຕາ​ຂອງ​ຂ້ານ້ອຍ​ກໍ​ມືດ​ມົວ​ໄປ.11ໝູ່​ເພື່ອນ ແລະ ສະຫາຍ​ຂອງ​ຂ້ານ້ອຍ​ຕ່າງ​ກໍ​ຕີ​ຕົວ​ອອກ​ຫ່າງ​ຈາກ​ຂ້ານ້ອຍ​ເພາະ​ບາດແຜ​ຂອງ​ຂ້ານ້ອຍ;ເພື່ອນບ້ານ​ກໍ​ລີ້​ໜ້າ.12ບັນດາ​ຜູ້​ທີ່​ຢາກ​ສັງຫານ​ຂ້ານ້ອຍ​ກໍ​ຫ້າງ​ແຮ້ວ​ຂອງ​ພວກເຂົາ,ບັນດາ​ຜູ້​ທີ່​ຈະ​ເຮັດ​ຮ້າຍ​ຂ້ານ້ອຍ​ກໍ​ເວົ້າ​ເຖິງ​ແຕ່​ຄວາມ​ຈິບຫາຍ​ຂອງ​ຂ້ານ້ອຍ.ພວກເຂົາ​ວາງ​ອຸບາຍ ແລະ ຕົວະ​ຕະຫລອດ​ທັງ​ວັນ.
13ແຕ່​ຂ້ານ້ອຍ​ເປັນ​ເໝືອນ​ຄົນ​ຫູ​ໜວກ​ທີ່​ບໍ່​ສາມາດ​ໄດ້​ຍິນ,ແລະ ເປັນ​ເໝືອນ​ຄົນ​ໃບ້​ທີ່​ເວົ້າ​ບໍ່​ໄດ້;14ຂ້ານ້ອຍ​ກາຍເປັນ​ເໝືອນ​ຄົນ​ທີ່​ບໍ່​ໄດ້​ຍິນ​ສິ່ງໃດຜູ້​ທີ່​ບໍ່​ສາມາດ​ອ້າ​ປາກ​ໂຕ້​ຕອບ​ໄດ້.15ຂ້າແດ່​ພຣະເຈົ້າ​ຢາເວ ຂ້ານ້ອຍ​ຄອຍຖ້າ​ພຣະອົງ​ຢູ່ຂ້າແດ່​ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ​ຂອງ​ຂ້ານ້ອຍ ພຣະອົງ​ຈະ​ຕອບ16ເພາະ​ຂ້ານ້ອຍ​ໄດ້​ເວົ້າ​ວ່າ: “ຂໍ​ຢ່າ​ໃຫ້​ພວກເຂົາ​ໂອ້ອວດຫລື ຍົກ​ຕົວ​ຂຶ້ນ​ເໜືອ​ຂ້ານ້ອຍ​ເມື່ອ​ຕີນ​ຂອງ​ຂ້ານ້ອຍ​ພາດ​ໄປ”.
17ເພາະ​ຂ້ານ້ອຍ​ກຳລັງ​ຈະ​ລົ້ມ​ລົງແລະ ຄວາມ​ເຈັບປວດ​ກໍ​ຢູ່​ກັບ​ຂ້ານ້ອຍ​ສະເໝີ.18ຂ້ານ້ອຍ​ສາລະພາບ​ຄວາມ​ຊົ່ວຊ້າ​ຂອງ​ຂ້ານ້ອຍຂ້ານ້ອຍ​ຮ້ອນ​ໃຈ​ໃນ​ຄວາມ​ບາບ​ຂອງ​ຕົນ.19ຫລາຍ​ຄົນ​ກາຍ​ເປັນ​ສັດຕູ​ຂອງ​ຂ້ານ້ອຍ​ໂດຍ​ບໍ່​ມີ​ສາເຫດ;ຄົນ​ທີ່​ກຽດຊັງ​ຂ້ານ້ອຍ​ໂດຍ​ບໍ່​ມີ​ສາເຫດ​ກໍ​ມີ​ຈຳນວນ​ຫລາຍ.20ຄົນ​ທີ່​ຕອບແທນ​ຄວາມ​ດີ​ຂອງ​ຂ້ານ້ອຍ​ດ້ວຍ​ຄວາມ​ຊົ່ວກໍ​ກ່າວ​ຫາ​ຂ້ານ້ອຍເຖິງ​ວ່າ​ຂ້ານ້ອຍ​ພະຍາຍາມ​ຈະ​ເຮັດ​ຄວາມ​ດີ​ເທົ່າ​ນັ້ນ.
21ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ຢ່າ​ໄດ້​ປະຖິ້ມ​ຂ້ານ້ອຍ;ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ ຂໍ​ຢ່າ​ຢູ່​ຫ່າງ​ໄກ​ຈາກ​ຂ້ານ້ອຍ.22ຂໍ​ໃຫ້​ຟ້າວ​ມາ​ຊ່ວຍ​ຂ້ານ້ອຍ​ດ້ວຍ,ອົງພຣະຜູ້ເປັນເຈົ້າ ແລະ ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ຂ້ານ້ອຍ.

Biblica, Inc.

https://app.library.bible/content/eab9312f9f16b3a2