ເພງສັນລະເສີນ37
(ບົດປະພັນຂອງດາວິດ)
1ຢ່າຮ້ອນໃຈເພາະບັນດາຄົນຊົ່ວຫລື ຢ່າອິດສາບັນດາຄົນທີ່ເຮັດຜິດ;2ເພາະວ່າອີກບໍ່ດົນພວກເຂົາກໍຈະຫ່ຽວແຫ້ງໄປເໝືອນຕົ້ນຫຍ້າແລະ ພວກເຂົາຈະຕາຍໄປເໝືອນພືດພັນ.3ຈົ່ງໄວ້ວາງໃຈໃນພຣະເຈົ້າຢາເວ ແລະ ເຮັດຄວາມດີ;ຈົ່ງອາໄສຢູ່ໃນແຜ່ນດິນນັ້ນ ແລະ ມ່ວນຊື່ນຢູ່ໃນທົ່ງຫຍ້າຢ່າງປອດໄພ.4ຈົ່ງຍິນດີໃນພຣະເຈົ້າຢາເວ,ແລະ ພຣະອົງຈະໃຫ້ສິ່ງທີ່ໃຈຂອງເຈົ້າປາຖະໜາ.5ຈົ່ງມອບທາງຂອງເຈົ້າໄວ້ກັບພຣະເຈົ້າຢາເວຈົ່ງໄວ້ວາງໃຈໃນພຣະອົງ ແລະ ພຣະອົງຈະເຮັດສິ່ງເຫລົ່ານີ້ ຄື:6ພຣະອົງຈະໃຫ້ບຳເໜັດຄວາມຊອບທຳຂອງເຈົ້າເໝືອນດັ່ງແສງອາລຸນ,ໃຫ້ຄວາມທ່ຽງທຳຂອງເຈົ້າເໝືອນດັ່ງແສງອາທິດໃນຍາມທ່ຽງ.7ຈົ່ງສະຫງົບຢູ່ຕໍ່ໜ້າພຣະເຈົ້າຢາເວແລະ ອົດທົນລໍຖ້າພຣະອົງ;ຢ່າຮ້ອນໃຈເມື່ອຄົນທັງຫລາຍປະສົບຄວາມສຳເລັດໃນທາງຂອງພວກເຂົາເມື່ອແຜນຊົ່ວຂອງພວກເຂົາລຸລ່ວງໄປດ້ວຍດີ.8ຈົ່ງລະເວັ້ນຈາກຄວາມໃຈຮ້າຍ ແລະ ຫັນຈາກຄວາມໂກດຮ້າຍ;ຢ່າຮ້ອນໃຈ ເຊິ່ງມັນມີແຕ່ຈະນຳໄປສູ່ຄວາມຊົ່ວຮ້າຍ.9ເພາະບັນດາຄົນຊົ່ວຮ້າຍຈະຖືກທຳລາຍແຕ່ບັນດາຜູ້ທີ່ຫວັງໃນພຣະເຈົ້າຢາເວ ກໍຈະໄດ້ແຜ່ນດິນນັ້ນເປັນມໍລະດົກ.10ອີກຊົ່ວຂະນະໜຶ່ງ, ຄົນຊົ່ວກໍຈະໝົດໄປເຖິງວ່າເຈົ້າຈະຊອກຫາພວກເຂົາ ແຕ່ກໍຈະບໍ່ພົບພວກເຂົາ.11ສ່ວນຄົນທີ່ຖ່ອມຕົວຈະໄດ້ຮັບແຜ່ນດິນນັ້ນເປັນມໍລະດົກແລະ ຊື່ນຊົມຍິນດີກັບສັນຕິສຸກ ແລະ ຄວາມຈະເລີນຮຸ່ງເຮືອງ.12ຄົນຊົ່ວຮ້າຍວາງແຜນປອງຮ້າຍຜູ້ຊອບທຳແລະ ກັດແຂ້ວຂອງຕົນໃສ່ພວກເຂົາ;13ແຕ່ອົງພຣະຜູ້ເປັນເຈົ້າຫົວຂັວນໃສ່ຄົນຊົ່ວຮ້າຍ,ເພາະພຣະອົງຮູ້ວ່າວັນເວລາຂອງພວກເຂົານັ້ນໃກ້ຈະມາເຖິງແລ້ວ.14ຄົນຊົ່ວຮ້າຍຖອດດາບແລະ ກົ່ງຄັນທະນູເພື່ອໂຄ່ນລົ້ມຄົນທຸກຍາກ ແລະ ຂັດສົນ,ເພື່ອຂ້າຄົນທີ່ດຳເນີນໃນທາງທ່ຽງທຳ.15ແຕ່ດາບຂອງພວກເຂົາເອງຈະແທງທະລຸຫົວໃຈຂອງພວກເຂົາເອງ,ແລະ ທະນູຂອງພວກເຂົາຈະຖືກຫັກທຳລາຍ.16ສິ່ງເລັກນ້ອຍທີ່ຄົນຊອບທຳມີຢູ່ນັ້ນກໍດີກວ່າຄວາມຮັ່ງມີຂອງຄົນຊົ່ວຮ້າຍ;17ເພາະອຳນາດຂອງຄົນຊົ່ວຮ້າຍຈະຖືກກຳຈັດໄປແຕ່ພຣະເຈົ້າຢາເວ ຈະຊູຜູ້ຊອບທຳໄວ້.18ຄົນທີ່ບໍ່ມີຕຳໜິກໍໃຊ້ຊີວິດຢູ່ພາຍໃຕ້ການເບິ່ງແຍງຂອງພຣະເຈົ້າຢາເວ,ມໍລະດົກຂອງພວກເຂົາຈະຍືນຍົງຕະຫລອດໄປ.19ໃນຍາມເກີດໄພພິບັດ ພວກເຂົາຈະບໍ່ອັບອາຍໃນຍາມກັນອຶດຢາກອາຫານ ພວກເຂົາກໍຈະຊື່ນຊົມໃນຄວາມອຸດົມສົມບູນ.20ສ່ວນຄົນຊົ່ວຮ້າຍກໍຈະຈິບຫາຍເຖິງວ່າສັດຕູຂອງພຣະເຈົ້າຢາເວຈະເປັນເໝືອນດອກໄມ້ໃນທົ່ງຫຍ້າ,ພວກເຂົາກໍຈະສູນສິ້ນໄປເໝືອນຄວັນ.21ຄົນຊົ່ວຮ້າຍຂໍຢືມແລ້ວບໍ່ໃຊ້ຄືນສ່ວນຄົນຊອບທຳໃຫ້ດ້ວຍໃຈກວ້າງຂວາງ;22ບັນດາຜູ້ທີ່ພຣະເຈົ້າຢາເວອວຍພອນຈະໄດ້ແຜ່ນດິນນັ້ນເປັນມໍລະດົກ,ແຕ່ບັນດາຜູ້ທີ່ພຣະອົງສາບແຊ່ງນັ້ນຈະຕ້ອງຖືກທຳລາຍ.23ຖ້າພຣະເຈົ້າຢາເວເຮັດໃຫ້ບາດກ້າວຂອງຄົນທີ່ຍິນດີໃນພຣະອົງນັ້ນໝັ້ນຄົງ;24ເຖິງວ່າລາວສະດຸດ ລາວກໍຈະບໍ່ລົ້ມລົງເພາະມືຂອງພຣະເຈົ້າຢາເວຄ້ຳຊູລາວໄວ້.25ຂ້ານ້ອຍເຄີຍເປັນຊາຍໜຸ່ມ ແລະ ດຽວນີ້ກໍເຖົ້າແກ່ແລ້ວ,ແຕ່ຍັງບໍ່ເຄີຍເຫັນຄົນຊອບທຳຖືກປະຖິ້ມຫລື ລູກຫລານຂອງພວກເຂົາຕ້ອງຂໍທານເພື່ອລ້ຽງຊີວິດ.26ພວກເຂົາເອື້ອເຟື້ອເພື່ອແຜ່ສະເໝີ ແລະ ໃຫ້ຢືມຢ່າງບໍ່ຂີ້ຖີ່;ລູກຫລານຂອງພວກເຂົາກໍໄດ້ຮັບພອນ.27ຈົ່ງປະຖິ້ມຄວາມຊົ່ວ ແລະ ເຮັດຄວາມດີແລ້ວທ່ານຈະອາໄສຢູ່ໃນແຜ່ນດິນນັ້ນຕະຫລອດໄປເປັນນິດ.28ເພາະພຣະເຈົ້າຢາເວຮັກຄົນທ່ຽງທຳແລະ ຈະບໍ່ປະຖິ້ມຄົນສັດຊື່ຂອງພຣະອົງ.ຄົນທີ່ເຮັດຊົ່ວຈະຖືກທຳລາຍລົງຈົນໝົດສິ້ນແຕ່ລູກຫລານຂອງຄົນຊົ່ວຮ້າຍຈະພິນາດ.29ຄົນຊອບທຳຈະໄດ້ແຜ່ນດິນນັ້ນເປັນມໍລະດົກແລະ ຈະອາໄສຢູ່ທີ່ນັ້ນຕະຫລອດໄປ.30ປາກຂອງບັນດາຜູ້ຊອບທຳເວົ້າເຖິງສະຕິປັນຍາແລະ ລິ້ນຂອງພວກເຂົາກໍເວົ້າສິ່ງທີ່ຍຸຕິທຳ.31ກົດບັນຍັດຂອງພຣະເຈົ້ານັ້ນຢູ່ໃນໃຈຂອງພວກເຂົາຕີນຂອງພວກເຂົາຈະບໍ່ພາດພັ້ງ.32ຄົນຊົ່ວຮ້າຍໝອບຄອຍຖ້າຄົນຊອບທຳເຈດຕະນາເອົາຊີວິດຂອງພວກເຂົາ,33ແຕ່ພຣະເຈົ້າຢາເວຈະບໍ່ປ່ອຍພວກເຂົາໃຫ້ຢູ່ໃນກຳມືຂອງຄົນຊົ່ວຮ້າຍຫລື ໃຫ້ຄົນຊອບທຳຖືກຕັດສິນລົງໂທດເມື່ອຂຶ້ນສານ.34ຈົ່ງມີຄວາມຫວັງໃນພຣະເຈົ້າຢາເວແລະ ເດີນຕາມທາງຂອງພຣະອົງ.ພຣະອົງຈະຍົກເຈົ້າໃຫ້ໄດ້ແຜ່ນດິນນັ້ນເປັນມໍລະດົກທ່ານຈະເຫັນຄົນຊົ່ວຮ້າຍຖືກທຳລາຍ.35ຂ້ານ້ອຍເຫັນຄົນຊົ່ວຮ້າຍ ແລະ ໂຫດຮ້າຍຈະເລີນຮຸ່ງເຮືອງເໝືອນດັ່ງຕົ້ນໄມ້ພື້ນເມືອງທີ່ອຸດົມສົມບູນ,36ແຕ່ບໍ່ດົນລາວກໍຈາກໄປ ແລະ ດັບສູນເຖິງວ່າຂ້ານ້ອຍໄດ້ຊອກຫາລາວ ແຕ່ກໍບໍ່ພົບລາວອີກເລີຍ.37ຈົ່ງພິຈາລະນາຄົນທີ່ບໍ່ມີທີ່ຕິ, ສັງເກດເບິ່ງຄົນທ່ຽງທຳ;ບັນດາຄົນທີ່ສະແຫວງຫາສັນຕິກໍຈະມີອະນາຄົດ. 38ແຕ່ຄົນບາບທຸກຄົນຈະຖືກທຳລາຍໄປ;ຄົນຊົ່ວຈະບໍ່ມີອະນາຄົດ.39ຄວາມພົ້ນຂອງຄົນຊອບທຳມານັ້ນຈາກພຣະເຈົ້າຢາເວ;ພຣະອົງເປັນປ້ອມປ້ອງກັນຂອງພວກເຂົາໃນຍາມເດືອດຮ້ອນ.40ພຣະເຈົ້າຢາເວຊ່ວຍພວກເຂົາ ແລະ ກອບກູ້ພວກເຂົາ;ພຣະອົງຈະກອບກູ້ພວກເຂົາຈາກຄົນຊົ່ວຮ້າຍ ແລະ ຊ່ວຍພວກເຂົາໃຫ້ປອດໄພ,ເພາະພວກເຂົາລີ້ໄພຢູ່ໃນພຣະອົງ.Biblica, Inc.