ເພງສັນລະເສີນ36
(ເຖິງຫົວໜ້ານັກຮ້ອງ ບົດປະພັນຂອງດາວິດຜູ້ຮັບໃຊ້ຂອງພຣະເຈົ້າຢາເວ)
1ຂ້ານ້ອຍມີຂໍ້ຄວາມຢູ່ໃນໃຈຂອງຂ້ານ້ອຍກ່ຽວກັບຄວາມບາບຂອງຄົນຊົ່ວວ່າ: ບໍ່ມີຄວາມຢຳເກງພຣະເຈົ້າໃນສາຍຕາຂອງພວກເຂົາ.2ເພາະວ່າໃນສາຍຕາຂອງພວກເຂົາ ພວກເຂົາຍົກຍ້ອງຕົນເອງຫລາຍກວ່າທີ່ຈະເຫັນ ຫລື ກຽດຊັງຄວາມບາບຂອງຕົນ.3ວາຈາຂອງພວກເຂົາຊົ່ວຮ້າຍ ແລະ ຫລອກລວງພວກເຂົາລົ້ມເຫລວໃນການກະທຳຢ່າງສະຫລາດ ຫລື ເຮັດຄວາມດີ.4ເຖິງວ່າຍັງນອນຢູ່ເທິງຕຽງ ພວກເຂົາກໍຍັງຄິດແຜນຊົ່ວພວກເຂົາມຸ່ງສູ່ແນວທາງບາບແລະ ບໍ່ຍອມປະຕິເສດສິ່ງຜິດ.5ຂ້າແດ່ພຣະເຈົ້າຢາເວ ຄວາມຮັກໝັ້ນຄົງຂອງພຣະອົງຍິ່ງໃຫຍ່ຈຸຟ້າສະຫວັນ,ຄວາມສັດຊື່ຂອງພຣະອົງສູງເຖິງທ້ອງຟ້າ.6ຄວາມຊອບທຳຂອງພຣະອົງສູງເໝືອນດັ່ງພູເຂົາ,ຄວາມຍຸຕິທຳຂອງພຣະອົງເໝືອນດັ່ງທະເລເລິກ.ຂ້າແດ່ພຣະເຈົ້າຢາເວ ພຣະອົງໄດ້ປົກປ້ອງເບິ່ງແຍງທັງຄົນ ແລະ ສັດ.7ໂອ ພຣະເຈົ້າ! ຄວາມຮັກໝັ້ນຄົງຂອງພຣະອົງນັ້ນແມ່ນປະເມີນຄ່າບໍ່ໄດ້!ຄົນທັງຫລາຍຕ່າງກໍລີ້ໄພຢູ່ໃຕ້ຮົ່ມປີກຂອງພຣະອົງ.8ພຣະອົງໄດ້ລ້ຽງດູພວກເຂົາດ້ວຍຄວາມອຸດົມສົມບູນຈາກວິຫານຂອງພຣະອົງ;ພຣະອົງໃຫ້ພວກເຂົາດື່ມຈາກແມ່ນ້ຳແຫ່ງຄວາມຍິນດີຂອງພຣະອົງ.9ເພາະພຣະອົງເປັນນ້ຳພຸແຫ່ງຊີວິດ;ພວກຂ້ານ້ອຍໄດ້ເຫັນແສງສະຫວ່າງໃນຄວາມສະຫວ່າງຂອງພຣະອົງ.10ໂຜດສະແດງຄວາມຮັກໝັ້ນຄົງຂອງພຣະອົງແກ່ບັນດາຜູ້ທີ່ຮູ້ຈັກພຣະອົງ.ແລະ ສະແດງຄວາມຊອບທຳຂອງພຣະອົງແກ່ບັນດາຜູ້ມີໃຈທ່ຽງທຳຕໍ່ໄປ.11ຂໍຢ່າໃຫ້ຕີນຂອງຄົນຈອງຫອງມາຕໍ່ສູ້ຂ້ານ້ອຍຫລື ຢ່າໃຫ້ມືຂອງຄົນຊົ່ວຂັບໄລ່ຂ້ານ້ອຍໄປ!12ເບິ່ງແມ ບັນດາຄົນເຮັດຊົ່ວໄດ້ລົ້ມລົງແລ້ວພວກເຂົາຖືກໂຍນລົງ ແລະ ລຸກຂຶ້ນບໍ່ໄດ້ອີກ.Biblica, Inc.