ເພງສັນລະເສີນ35

(ບົດ​ປະພັນ​ຂອງ​ດາວິດ)

1ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ໂຜດ​ຕໍ່ສູ້​ກັບ​ບັນດາ​ຜູ້​ທີ່​ຕໍ່ສູ້​ກັບ​ຂ້ານ້ອຍ;ຂໍ​ໂຜດ​ສູ້ຮົບ​ກັບ​ບັນດາ​ຜູ້​ທີ່​ສູ້ຮົບ​ກັບ​ຂ້ານ້ອຍ.2ຂໍ​ໂຜດ​ຖື​ໂລ່ ແລະ ເສື້ອເກາະ,ຂໍ​ໂຜດ​ລຸກ​ຂຶ້ນ ແລະ ມາ​ຊ່ວຍ​ຂ້ານ້ອຍ.3ຂໍ​ໂຜດ​ຊູ​ຫອກ ແລະ ຂວານ​ຮົບ ຕໍ່ສູ້​ບັນດາ​ຜູ້​ທີ່​ໄລ່ຕາມ​ຂ້ານ້ອຍ.ໂຜດ​ກ່າວ​ຂ້ານ້ອຍ​ວ່າ:“ເຮົາ​ຄື​ຄວາມພົ້ນ​ຂອງ​ເຈົ້າ”.
4ຂໍ​ໃຫ້​ບັນດາ​ຜູ້​ທີ່​ໝາຍ​ເອົາ​ຊີວິດ​ຂອງ​ຂ້ານ້ອຍ​ນັ້ນຕ້ອງ​ຂາຍໜ້າ ແລະ ອັບອາຍ;ຂໍ​ໃຫ້​ບັນດາ​ຜູ້​ທີ່​ວາງແຜນ​ທຳລາຍ​ຂ້ານ້ອຍກັບ​ຄືນ​ໄປ​ດ້ວຍ​ຄວາມ​ຕົກໃຈ​ຢ້ານ5ໃຫ້​ພວກເຂົາ​ເປັນ​ເໝືອນ​ແກບ​ທີ່​ຖືກ​ລົມ​ພັດ,ມີ​ເທວະດາ​ຂອງ​ພຣະເຈົ້າ​ຢາເວ​ຂັບໄລ່​ພວກເຂົາ​ໄປ,6ຂໍ​ໃຫ້​ທາງ​ຂອງ​ພວກເຂົາ​ມື່ນ ແລະ ມືດ​ມິດ,ມີ​ເທວະດາ​ຂອງ​ພຣະເຈົ້າ​ຢາເວ​ໄລ່ຕາມ​ພວກເຂົາ​ໄປ.
7ເພາະ​ພວກເຂົາ​ໄດ້​ຫ້າງ​ແຮ້ວ​ໃສ່​ຂ້ານ້ອຍ​ໂດຍ​ບໍ່​ມີ​ສາເຫດແລະ ຂຸດ​ຂຸມ​ດັກ​ຈັບ​ຂ້ານ້ອຍ​ໂດຍ​ບໍ່​ມີ​ສາເຫດ,8ຂໍ​ໃຫ້​ຄວາມ​ຈິບຫາຍ​ໂຈມຕີ​ພວກເຂົາ​ໂດຍ​ບໍ່​ໄດ້​ຄາດ​ຄິດຂໍ​ໃຫ້​ພວກເຂົາ​ຖືກ​ແຮ້ວ​ທີ່​ພວກເຂົາ​ໄດ້​ຫ້າງ​ໄວ້​ເອງຂໍ​ໃຫ້​ພວກເຂົາ​ຕົກ​ເຂົ້າ​ໄປ​ໃນ​ຂຸມ​ຂອງ​ຕົນ​ເອງ​ຈິບຫາຍ​ໄປ9ແລ້ວ​ຈິດ​ວິນຍານ​ຂອງ​ຂ້ານ້ອຍ​ຈະ​ຊື່ນຊົມຍິນດີ​ໃນ​ພຣະເຈົ້າ​ຢາເວແລະ ຍິນດີ​ໃນ​ການ​ຊ່ວຍ​ໃຫ້​ພົ້ນ​ຂອງ​ພຣະອົງ.10ທັງ​ຊີວິດ​ຈິດໃຈ​ຂອງ​ຂ້ານ້ອຍ​ຈະ​ປະກາດ​ວ່າ:“ພຣະເຈົ້າ​ຢາເວ ຜູ້ໃດ​ຈະ​ເໝືອນ​ພຣະອົງ?ພຣະອົງ​ຊ່ວຍ​ຄົນທຸກ​ໃຫ້​ພົ້ນ​ຈາກ​ຜູ້​ທີ່​ແຂງແຮງ​ເກີນ​ກຳລັງ​ສຳລັບ​ພວກເຂົາ,ຊ່ວຍ​ຄົນທຸກ ແລະ ຄົນ​ຂັດສົນ​ຈາກ​ບັນດາ​ຜູ້​ທີ່​ປຸ້ນ​ພວກເຂົາ”.
11ພະຍານ​ທີ່​ໂຫດຮ້າຍ​ໄດ້​ອອກ​ມາ​ຂ້າງໜ້າພວກເຂົາ​ໄດ້​ຖາມ​ຂ້ານ້ອຍ​ກ່ຽວ​ກັບ​ສິ່ງ​ທີ່​ຂ້ານ້ອຍ​ບໍ່​ຮູ້.12ພວກເຂົາ​ຕອບແທນ​ການ​ດີ​ຂອງ​ຂ້ານ້ອຍ​ດ້ວຍ​ການ​ຊົ່ວແລະ ປະຖິ້ມ​ຂ້ານ້ອຍ​ເໝືອນ​ກັບ​ຄົນ​ທີ່​ສູນສິ້ນ.13ແຕ່​ເມື່ອ​ພວກເຂົາ​ເຈັບປ່ວຍ ຂ້ານ້ອຍ​ກໍ​ໃສ່​ຊຸດ​ຜ້າ​ກະສອບເຂົ້າແລະ ຖ່ອມ​ຕົວ​ເອງ​ລົງ​ດ້ວຍ​ການ​ອົດອາຫານເມື່ອ​ຄຳ​ອະທິຖານ​ຂອງ​ຂ້ານ້ອຍ​ບໍ່​ໄດ້​ຮັບ​ຄຳ​ຕອບ.14ຂ້ານ້ອຍ​ຄ່ຳຄວນເໝືອນ​ກັບ​ວ່າ​ພວກເຂົາ​ເປັນ​ໝູ່ ຫລື ພີ່ນ້ອງ​ຂອງ​ຂ້ານ້ອຍ.ຂ້ານ້ອຍ​ກົ້ມ​ຫົວ​ລົງ​ດ້ວຍ​ຄວາມ​ໂສກເສົ້າເໝືອນ​ກັບ​ວ່າ​ຮ້ອງໄຫ້​ໃຫ້​ກັບ​ມານດາ​ຂອງ​ຂ້ານ້ອຍ.15ແຕ່​ເມື່ອ​ຂ້ານ້ອຍ​ສະດຸດ ພວກເຂົາ​ກັບ​ພາ​ກັນ​ດີ​ໃຈຮວມ​ຫົວ​ກັນ​ຕໍ່ສູ້​ຂ້ານ້ອຍ​ໂດຍ​ທີ່​ຂ້ານ້ອຍ​ບໍ່​ຮູ້.ພວກເຂົາ​ພາ​ກັນ​ນິນທາ​ຂ້ານ້ອຍ​ຢ່າງ​ບໍ່​ຢຸດຢັ້ງ.16ພວກເຂົາ​ເຢາະເຢີ້ຍ​ຖາກຖາງ​ເໝືອນ​ກັບ​ຄົນອະທຳ ພວກເຂົາ​ກັດ​ແຂ້ວ​ຂອງ​ຕົນ​ໃສ່​ຂ້ານ້ອຍ.
17ຂ້າແດ່​ພຣະເຈົ້າ​ຢາເວ ພຣະອົງ​ຈະ​ເບິ່ງ​ຢູ່​ດົນ​ປານ​ໃດ?ຂໍ​ກອບກູ້​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ຄວາມ​ຮ້າຍກາດ​ຂອງ​ພວກເຂົາກອບກູ້​ຊີວິດ​ອັນ​ມີ​ຄ່າ​ຂອງ​ຂ້ານ້ອຍ​ຈາກ​ສິງ​ເຫລົ່ານີ້.18ຂ້ານ້ອຍ​ຈະ​ຂອບຄຸນ​ພຣະອົງ​ໃນ​ບ່ອນ​ຊຸມນຸມ​ໃຫຍ່ຂ້ານ້ອຍ​ຈະ​ສັນລະເສີນ​ພຣະອົງ​ທ່າມກາງ​ມະຫາຊົນ.19ຂໍ​ຢ່າ​ໃຫ້​ຄົນ​ເຫລົ່ານັ້ນ​ທີ່​ມາ​ເປັນ​ສັດຕູ​ຂອງ​ຂ້ານ້ອຍ​ໂດຍ​ບໍ່​ມີ​ສາເຫດຍິ້ມ​ເຢາະເຢີ້ຍ​ຂ້ານ້ອຍ;ຂໍ​ຢ່າ​ໃຫ້​ຄົນ​ເຫລົ່ານັ້ນ​ທີ່​ກຽດຊັງ​ຂ້ານ້ອຍ​ໂດຍ​ບໍ່​ມີ​ເຫດຜົນກະພິບ​ຕາ​ໃຫ້​ກັນ.20ພວກເຂົາ​ບໍ່​ໄດ້​ເວົ້າ​ກັນ​ຢ່າງ​ສະຫງົບ,ມີ​ແຕ່​ຄົບ​ຄິດ​ກັນ​ໃສ່ຮ້າຍຄົນ​ທີ່​ຢູ່​ຢ່າງ​ສະຫງົບ​ໃນ​ແຜ່ນດິນ21ພວກເຂົາ​ເຢາະເຢີ້ຍ​ຂ້ານ້ອຍ ແລະ ເວົ້າ​ວ່າ: “ນັ້ນ​ເດ! ນັ້ນ​ເດ!ພວກເຮົາ​ໄດ້​ເຫັນ​ກັບ​ຕາ​ເລີຍ”.
22ຂ້າແດ່​ພຣະເຈົ້າ​ຢາເວ ພຣະອົງ​ໄດ້​ເຫັນ​ຢ່າງ​ນີ້ ຂໍ​ຢ່າ​ໄດ້​ມິດງຽບ​ຢູ່.ຂ້າແດ່​ອົງພຣະຜູ້​ເປັນເຈົ້າ ຂໍ​ຢ່າ​ຢູ່​ຫ່າງ​ໄກ​ຈາກ​ຂ້ານ້ອຍ.23ຂໍ​ໂຜດ​ຕື່ນ ແລະ ລຸກ​ຂຶ້ນ​ມາ​ປົກປ້ອງ​ຂ້ານ້ອຍ!ພຣະເຈົ້າ ແລະ ອົງພຣະຜູ້ເປັນເຈົ້າ​ຂອງ​ຂ້ານ້ອຍ ຂໍ​ໂຜດ​ຕໍ່ສູ້​ເພື່ອ​ຂ້ານ້ອຍ​ດ້ວຍ.24ຂ້າແດ່​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ ຂໍ​ພິສູດ​ວ່າ​ຂ້ານ້ອຍ​ບໍ່​ມີ​ຄວາມ​ຜິດ​ຕາມ​ຄວາມ​ຊອບທຳ​ຂອງ​ພຣະອົງ.ຂໍ​ຢ່າ​ໃຫ້​ພວກເຂົາ​ຍິ້ມ​ເຢາະເຢີ້ຍ​ຂ້ານ້ອຍ.25ຂໍ​ຢ່າ​ໃຫ້​ພວກເຂົາ​ຄິດ​ວ່າ: “ນັ້ນ​ເດ ໃນ​ທີ່ສຸດ​ກໍ​ສົມ​ໃຈ​ພວກເຮົາ!”ຫລື ເວົ້າ​ວ່າ: “ພວກເຮົາ​ໄດ້​ກືນ​ກິນ​ລາວ​ແລ້ວ”.
26ຂໍ​ໃຫ້​ຜູ້​ທີ່​ຍິ້ມ​ເຢາະເຢີ້ຍ​ຄວາມ​ທຸກ​ຂອງ​ຂ້ານ້ອຍຖືກ​ອັບອາຍ ແລະ ສັບສົນ​ວຸ້ນວາຍ;ຂໍ​ໃຫ້​ທຸກຄົນ​ທີ່​ຍົກ​ຕົນ​ເອງ​ຂົ່ມ​ຂ້ານ້ອຍຖືກ​ອັບອາຍ ແລະ ຂາຍໜ້າ.27ຂໍ​ໃຫ້​ບັນດາ​ຄົນ​ທີ່​ຍິນດີ​ເມື່ອ​ຂ້ານ້ອຍ​ພົ້ນ​ຂໍ້​ຫາໂຫ່​ຮ້ອງ​ຢ່າງ​ຊື່ນຊົມຍິນດີ ແລະ ດີໃຈ;ຂໍ​ໃຫ້​ພວກເຂົາ​ກ່າວ​ຢູ່​ສະເໝີ​ວ່າ: “ຂໍ​ສັນລະເສີນ​ພຣະເຈົ້າ​ຢາເວ,ຜູ້​ທີ່​ຍິນດີ​ໃນ​ຄວາມ​ຜາສຸກ​ຂອງ​ຜູ້ຮັບໃຊ້​ຂອງ​ພຣະອົງ”.
28ລີ້ນ​ຂອງ​ຂ້ານ້ອຍ​ຈະ​ກ່າວ​ເຖິງ​ຄວາມ​ຊອບທຳ​ຂອງ​ພຣະອົງແລະ ສັນລະເສີນ​ພຣະອົງ​ຕະຫລອດ​ທັງ​ວັນ.

Biblica, Inc.

https://app.library.bible/content/eab9312f9f16b3a2