ເພງສັນລະເສີນ34

(ບົດ​ປະພັນ​ຂອງ​ດາວິດ ເມື່ອ​ພຣະອົງ​ເພິ່ນ​ເຮັດ​ຄື​ເປັນ​ບ້າ​ຕໍ່ໜ້າ​ອາບີເມເຫລັກ, ຜູ້​ທີ່​ຂັບໄລ່​ດາວິດ​ໄປ)

1ຂ້ານ້ອຍ​ຈະ​ຍົກຍ້ອງ​ເທີດທູນ​ພຣະເຈົ້າ​ຢາເວ​ຕະຫລອດ​ເວລາ,ຮິມສົບ​ຂອງ​ຂ້ານ້ອຍ​ຈະ​ສັນລະເສີນ​ພຣະອົງ​ຢູ່​ສະເໝີ.2ຂ້ານ້ອຍ​ຈະ​ສັນລະເສີນ​ພຣະເຈົ້າ​ຢາເວໃຫ້​ຄົນ​ທຸກຍາກ​ໄດ້​ຍິນ ແລະ ຊື່ນຊົມຍິນດີ.3ເຊີນ​ມາ​ຖວາຍ​ກຽດ​ແດ່​ພຣະເຈົ້າ​ຢາເວ​ຮ່ວມ​ກັບ​ຂ້ານ້ອຍໃຫ້​ພວກເຮົາ​ຍົກຍ້ອງ​ເທີດທູນ​ນາມ​ຂອງ​ພຣະອົງ​ດ້ວຍ​ກັນ.
4ຂ້ານ້ອຍ​ໄດ້​ສະແຫວງຫາ​ພຣະເຈົ້າ​ຢາເວ ແລະ ພຣະອົງ​ໄດ້​ຕອບ​ຂ້ານ້ອຍ,ພຣະອົງ​ໄດ້​ກອບກູ້​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ຄວາມ​ຢ້ານກົວ​ທັງໝົດ​ຂອງ​ຂ້ານ້ອຍ.5ບັນດາ​ຜູ້​ທີ່​ຫວັງ​ເພິ່ງພາ​ພຣະອົງ​ກໍ​ສົດໃສໃບໜ້າ​ຂອງ​ພວກເຂົາ​ບໍ່​ເຄີຍ​ມີ​ຄວາມ​ອັບອາຍ.6ຄົນ​ທຸກຍາກ​ຄົນ​ນີ້​ໄດ້​ຮ້ອງ​ຫາ ແລະ ພຣະເຈົ້າ​ຢາເວ​ໄດ້​ຟັງ​ລາວ,ພຣະອົງ​ໄດ້​ຊ່ວຍ​ລາວ​ໃຫ້​ພົ້ນ​ຈາກ​ຄວາມ​ເດືອດຮ້ອນ​ທັງໝົດ​ຂອງ​ລາວ.7ເທວະດາ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ຕັ້ງ​ຄ້າຍ​ອ້ອມ​ບັນດາ​ຜູ້​ທີ່​ຢຳເກງ​ພຣະອົງແລະ ພຣະອົງ​ໄດ້​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ.
8ເຊີນ​ຊິມ​ເບິ່ງ​ແລ້ວ​ຈະ​ຮູ້​ວ່າ​ພຣະເຈົ້າ​ຢາເວ​ນັ້ນ​ແສນ​ດີ;ຄວາມ​ສຸກ​ມີ​ແກ່​ຜູ້​ທີ່​ລີ້ໄພ​ຢູ່​ໃນ​ພຣະອົງ.9ທ່ານ​ທັງຫລາຍ​ຜູ້​ເປັນ​ຄົນ​ຂອງ​ພຣະເຈົ້າ​ຢາເວ ຈົ່ງ​ຢຳເກງ​ພຣະອົງ,ເພາະ​ບັນດາ​ຜູ້​ທີ່​ຢຳເກງ​ພຣະອົງ​ຈະ​ບໍ່​ຂາດ​ສິ່ງໃດ.10ສິງ​ອາດ​ຈະ​ອ່ອນ​ແຮງ ແລະ ຫິວໂຫຍແຕ່​ບັນດາ​ຜູ້​ທີ່​ສະແຫວງຫາ​ພຣະເຈົ້າ​ຢາເວ​ບໍ່​ເຄີຍ​ຂາດ​ສິ່ງ​ທີ່​ດີ​ເລີຍ.11ບຸດ​ທັງຫລາຍ​ຂອງ​ເຮົາ ຈົ່ງ​ມາ​ຟັງ​ເຮົາ;ເຮົາ​ຈະ​ສອນ​ພວກເຈົ້າ​ໃຫ້​ຮູ້​ເຖິງ​ຄວາມ​ຢຳເກງ​ພຣະເຈົ້າ​ຢາເວ.12ຜູ້ໃດ​ກໍ​ຕາມ​ໃນ​ພວກເຈົ້າ​ທີ່​ຮັກ​ຊີວິດແລະ ປາຖະໜາ​ທີ່​ຈະ​ເຫັນ​ວັນ​ອັນ​ຜາສຸກ​ຍືນ​ຍາວ,13ກໍ​ຈົ່ງ​ຮັກສາ​ລີ້ນ​ຂອງ​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ຄວາມ​ຊົ່ວແລະ ຮັກສາ​ຮີມສົບ​ຂອງ​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ການ​ເວົ້າ​ຕົວະ.14ຈົ່ງ​ຫັນ​ໜີ​ຈາກ​ຄວາມ​ຊົ່ວຮ້າຍ ແລະ ເຮັດ​ຄວາມ​ດີ;ຈົ່ງ​ສະແຫວງຫາ​ສັນຕິພາບ ແລະ ຕິດຕາມ​ສັນຕິພາບ​ນັ້ນ.
15ຕາ​ຂອງ​ພຣະເຈົ້າ​ຢາເວ​ເຝົ້າ​ເບິ່ງ​ຄົນ​ຊອບທຳແລະ ຫູ​ຂອງ​ພຣະອົງ​ກໍ​ຟັງ​ຄຳ​ຮ້ອງຂໍ​ຂອງ​ພວກເຂົາ;16ແຕ່​ໃບໜ້າ​ຂອງ​ພຣະເຈົ້າ​ຢາເວ​ນັ້ນ​ຕໍ່ຕ້ານ​ຄົນ​ເຮັດ​ຊົ່ວ,ເພື່ອ​ລຶບ​ຊື່​ຂອງ​ພວກເຂົາ​ອອກ​ຈາກ​ແຜ່ນດິນ​ໂລກ.
17ຄົນ​ຊອບທຳ​ຮ້ອງຂໍ ແລະ ພຣະເຈົ້າ​ຢາເວ​ໄດ້​ຟັງ​ພວກເຂົາພຣະອົງ​ໄດ້​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ​ຈາກ​ຄວາມ​ເດືອດຮ້ອນ​ທັງຫລາຍ​ຂອງ​ພວກເຂົາ.18ພຣະເຈົ້າ​ຢາເວ​ນັ້ນ​ຢູ່​ໃກ້​ຜູ້​ທີ່​ຫົວໃຈ​ແຕກ​ສະຫລາຍແລະ ຊ່ວຍ​ບັນດາ​ຜູ້​ທີ່​ທໍ້ຖອຍ​ໝົດ​ຫວັງ.
19ຄົນ​ຊອບທຳ​ອາດ​ພົບ​ຄວາມ​ທຸກຍາກ​ຫລາຍ​ຢ່າງແຕ່​ພຣະເຈົ້າ​ຢາເວ​ໄດ້​ຊ່ວຍ​ລາວ​ໃຫ້​ຜ່ານ​ພົ້ນ​ທຸກ​ຢ່າງ​ໄປ​ໄດ້;20ພຣະອົງ​ປົກປ້ອງ​ກະດູກ​ຂອງ​ລາວ​ທຸກ​ຊີກບໍ່​ໃຫ້​ຫັກ​ແມ່ນ​ແຕ່​ຊີກ​ດຽວ.
21ຄວາມ​ຊົ່ວ​ຈະ​ຂ້າ​ຄົນ​ອະທຳສັດຕູ​ຂອງ​ຄົນ​ຊອບທຳ​ຈະ​ຖືກ​ລົງໂທດ.22ພຣະເຈົ້າ​ຢາເວ​ຈະ​ກອບກູ້​ເອົາ​ຜູ້ຮັບໃຊ້​ຂອງ​ພຣະອົງບໍ່​ມີ​ຈັກ​ຄົນ​ທີ່​ລີ້ໄພ​ຢູ່​ໃນ​ພຣະອົງ​ຈະ​ຖືກ​ລົງໂທດ.

Biblica, Inc.

https://app.library.bible/content/eab9312f9f16b3a2