ເພງສັນລະເສີນ33
1ບັນດາຜູ້ຊອບທຳ ຈົ່ງຮ້ອງເພງຊື່ນຊົມຍິນດີແດ່ພຣະເຈົ້າຢາເວ;ເປັນການສົມຄວນແລ້ວທີ່ຜູ້ຊອບທຳຈະສັນລະເສີນພຣະອົງ.2ຈົ່ງສັນລະເສີນພຣະເຈົ້າຢາເວດ້ວຍສຽງພິນ;ຈົ່ງບັນເລງເພງແດ່ພຣະອົງດ້ວຍພິນສິບສາຍ.3ຈົ່ງຂັບຮ້ອງເພງບົດໃໝ່ຖວາຍພຣະອົງຫລິ້ນດົນຕີຢ່າງຊຳນານ ແລະ ໂຫ່ຮ້ອງຊື່ນຊົມຍິນດີ.4ເພາະຖ້ອຍຄຳຂອງພຣະເຈົ້າຢາເວນັ້ນຖືກຕ້ອງ ແລະ ເປັນຈິງ;ພຣະອົງສັດຊື່ໃນທຸກສິ່ງທີ່ເຮັດ.5ພຣະເຈົ້າຢາເວຮັກຄວາມຊອບທຳ ແລະ ຄວາມຍຸຕິທຳ;ແຜ່ນດິນໂລກເຕັມໄປດ້ວຍຄວາມຮັກໝັ້ນຄົງຂອງພຣະອົງ.6ໂດຍຖ້ອຍຄຳຂອງພຣະເຈົ້າຢາເວ ຟ້າສະຫວັນກໍຖືກສ້າງຂຶ້ນ,ດວງດາວທັງຫລາຍມີຂຶ້ນໂດຍລົມປາກຂອງພຣະອົງ.7ພຣະອົງຮວບຮວມຫ້ວງນ້ຳທະເລໄວ້ໃນໄຫ ພຣະອົງເກັບຫ້ວງນ້ຳເລິກໄວ້ໃນຄັງ.8ໃຫ້ທົ່ວທັງໂລກຢຳເກງພຣະເຈົ້າຢາເວໃຫ້ຄົນທົ່ວໂລກເຄົາລົບນັບຖືພຣະອົງ.9ເພາະພຣະອົງກ່າວ ໂລກກໍຖືກສ້າງຂຶ້ນພຣະອົງສັ່ງ ມັນກໍຄົງຢູ່.10ພຣະເຈົ້າຢາເວໄດ້ທຳລາຍແຜນການຂອງຊົນຊາດທັງຫລາຍ,ພຣະອົງຂັດຂວາງເປົ້າໝາຍຂອງຄົນທັງຫລາຍ.11ແຕ່ແຜນການຂອງພຣະເຈົ້າຢາເວໝັ້ນຄົງຕະຫລອດໄປ,ຄວາມປະສົງໃນໃຈຂອງພຣະອົງດຳລົງຢູ່ທຸກຊົ່ວອາຍຸ.12ຄວາມສຸກມີແກ່ຊົນຊາດທີ່ມີພຣະເຈົ້າຢາເວເປັນພຣະເຈົ້າຄືປະຊາຊົນທີ່ພຣະອົງໄດ້ເລືອກເປັນມໍລະດົກຂອງພຣະອົງ.13ພຣະເຈົ້າຢາເວໄດ້ເບິ່ງລົງມາຈາກຟ້າສະຫວັນແລະ ເຫັນມວນມະນຸດທຸກຄົນ;14ຈາກທີ່ຢູ່ຂອງພຣະອົງ ພຣະອົງໄດ້ຈັບຕາເບິ່ງທຸກຄົນທີ່ອາໄສຢູ່ໃນໂລກ15ພຣະອົງຜູ້ສ້າງຈິດໃຈຂອງທຸກຄົນຜູ້ພິຈາລະນາທຸກສິ່ງທີ່ພວກເຂົາເຮັດ.16ກະສັດລອດຊີວິດໄດ້ບໍ່ແມ່ນເພາະຂະໜາດຂອງກອງທັບ;ນັກຮົບລອດຊີວິດໄດ້ບໍ່ແມ່ນເພາະກຳລັງອັນຫລວງຫລາຍຂອງຕົນ.17ຫວັງໃຫ້ມ້າຮົບຊ່ວຍກອບກູ້ກໍບໍ່ມີປະໂຫຍດເຖິງວ່າມັນແຂງແຮງ ມັນກໍບໍ່ສາມາດຊ່ວຍໃຫ້ປອດໄພ,18ແຕ່ຕາຂອງພຣະເຈົ້າຢາເວນັ້ນເຝົ້າເບິ່ງບັນດາຜູ້ທີ່ຢຳເກງພຣະອົງ,ເບິ່ງບັນດາຜູ້ທີ່ຫວັງໃນຄວາມຮັກໝັ້ນຄົງຂອງພຣະອົງ,19ເພື່ອຈະກອບກູ້ພວກເຂົາໃຫ້ພົ້ນຈາກຄວາມຕາຍແລະ ຮັກສາພວກເຂົາໃຫ້ມີຊີວິດຢູ່ໃນຍາມອຶດຢາກອາຫານ.20ພວກເຮົາຄອຍຖ້າພຣະເຈົ້າຢາເວດ້ວຍຄວາມຫວັງພຣະອົງເປັນຄວາມຊ່ວຍເຫລືອຂອງພວກເຮົາ ແລະ ເປັນໂລ່ຂອງພວກເຮົາ.21ຈິດໃຈຂອງພວກເຮົາຊື່ນຊົມຍິນດີໃນພຣະອົງເພາະເຮົາໄວ້ໃຈໃນນາມບໍລິສຸດຂອງພຣະອົງ.22ຂ້າແດ່ພຣະເຈົ້າຢາເວ ຂໍຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ກັບພວກຂ້ານ້ອຍທັງຫລາຍ,ແມ່ນແຕ່ໃນຂະນະທີ່ພວກຂ້ານ້ອຍທັງຫລາຍຝາກຄວາມຫວັງໄວ້ໃນພຣະອົງ.
Biblica, Inc.