ເພງສັນລະເສີນ32
(ມັດຄິນ ບົດໜຶ່ງຂອງດາວິດ)
1ຄວາມສຸກມີແກ່ຜູ້ທີ່ການລ່ວງລະເມີດຂອງລາວໄດ້ຮັບການອະໄພບາບຂອງລາວກໍໄດ້ຮັບການປົກປິດ.2ຄວາມສຸກມີແກ່ຜູ້ທີ່ພຣະເຈົ້າຢາເວບໍ່ຖືໂທດບາບຂອງພວກເຂົາແລະ ຜູ້ທີ່ຈິດວິນຍານບໍ່ມີການຫລອກລວງ3ເມື່ອຂ້ານ້ອຍມິດງຽບຢູ່ກະດູກຂອງຂ້ານ້ອຍກໍຊຸດໂຊມໄປໂດຍການຄ່ຳຄວນຂອງຂ້ານ້ອຍຕະຫລອດທັງວັນ.4ເພາະທັງກາງເວັນ ແລະ ກາງຄືນມືຂອງພຣະອົງໜັກຢູ່ເທິງຂ້ານ້ອຍ;ກຳລັງຂອງຂ້ານ້ອຍກໍອ່ອນແຮງລົງເໝືອນຢູ່ໃນກາງແດດລະດູຮ້ອນ.5ແລ້ວຂ້ານ້ອຍກໍສາລະພາບຄວາມບາບຕໍ່ພຣະອົງແລະ ບໍ່ປິດບັງຄວາມຊົ່ວຊ້າຂອງຕົນໄວ້ຂ້ານ້ອຍກ່າວວ່າ: “ຂ້ານ້ອຍຈະສາລະພາບການລ່ວງລະເມີດທັງຫລາຍຂອງຂ້ານ້ອຍຕໍ່ພຣະເຈົ້າຢາເວ”ແລະ ພຣະອົງກໍໄດ້ໃຫ້ອະໄພຄວາມຜິດບາບຂອງຂ້ານ້ອຍ.6ເຫດສະນັ້ນ ໃຫ້ຜູ້ທີ່ສັດຊື່ທຸກຄົນອະທິຖານຕໍ່ພຣະອົງໃນຂະນະທີ່ຍັງມີໂອກາດພົບພຣະອົງໄດ້;ເມື່ອກະແສນ້ຳມາກພັດຊັດເຂົ້າມານ້ຳນັ້ນກໍຈະບໍ່ຖ້ວມເຖິງພວກເຂົາຢ່າງແນ່ນອນ.7ພຣະອົງເປັນທີ່ລີ້ໄພຂອງຂ້ານ້ອຍ;ພຣະອົງປົກປ້ອງຂ້ານ້ອຍໃຫ້ພົ້ນຈາກຄວາມເດືອດຮ້ອນແລະ ໂອບອ້ອມຂ້ານ້ອຍດ້ວຍບົດເພງແຫ່ງການກອບກູ້.8ເຮົາຈະໃຫ້ຄຳແນະນຳເຈົ້າ ແລະ ສອນເຈົ້າໃນທາງທີ່ເຈົ້າຄວນໄປ;ເຮົາຈະໃຫ້ຄຳປຶກສາແກ່ເຈົ້າດ້ວຍສາຍຕາແຫ່ງຄວາມຮັກຂອງເຮົາ.9ຢ່າເປັນເໝືອນມ້າ ຫລື ລໍທີ່ບໍເຂົ້າໃຈຫຍັງແຕ່ຈະຕ້ອງໃຊ້ບັງຫຽນບັງຄັບຄວບຄຸມບໍ່ດັ່ງນັ້ນພວກມັນກໍຈະບໍ່ຍອມມານຳເຈົ້າ.10ຄົນຊົ່ວຮ້າຍນັ້ນພະເຊີນກັບວິບັດຫລວງຫລາຍແຕ່ຄວາມຮັກໝັ້ນຄົງຂອງພຣະເຈົ້າຢາເວໂອບອ້ອມບັນດາຜູ້ທີ່ໄວ້ໃຈໃນພຣະອົງ.11ພວກທ່ານຜູ້ຊອບທຳ ຈົ່ງຊື່ນຊົມຍິນດີ ແລະ ຍິນດີໃນພຣະເຈົ້າຢາເວພວກທ່ານທຸກຄົນຜູ້ມີຈິດໃຈທ່ຽງທຳ ຈົ່ງຮ້ອງເພງ!Biblica, Inc.