ເພງສັນລະເສີນ30

ບົດ​ເພງສັນລະເສີນ​ຂອງ​ດາວິດ ບົດເພງ​ສຳລັບ​ພິທີ​ຖວາຍ​ວິຫານ 

1ຂ້າແດ່​ພຣະເຈົ້າ​ຢາເວ ຂ້ານ້ອຍ​ຈະ​ເທີດທູນ​ພຣະອົງ,ເພາະ​ພຣະອົງ​ໄດ້​ດຶງ​ຂ້ານ້ອຍ​ຂຶ້ນ​ມາ​ຈາກ​ບ່ອນ​ເລິກແລະ ບໍ່​ຍອມ​ໃຫ້​ສັດຕູ​ມີໄຊ​ເໜືອ​ຂ້ານ້ອຍ.2ຂ້າແດ່​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ, ຂ້ານ້ອຍ​ຮ້ອງ​ຂໍ​ຄວາມ​ຊ່ວຍເຫລືອ​ຈາກ​ພຣະອົງແລະ ພຣະອົງ​ໄດ້​ຮັກສາ​ຂ້ານ້ອຍ​ໃຫ້​ຫາຍດີ.3ຂ້າແດ່​ພຣະເຈົ້າ​ຢາເວ ພຣະອົງ​ໄດ້​ນຳ​ຂ້ານ້ອຍ​ຂຶ້ນ​ມາ​ຈາກ​ແດນ​ຄົນ​ຕາຍ;ພຣະອົງ​ໄດ້​ປົກປ້ອງ​ຂ້ານ້ອຍ​ໄວ້​ບໍ່​ໃຫ້​ລົງ​ໄປ​ໃນ​ຫລຸມ​ຝັງ​ສົບ.
4ທ່ານ​ທັງຫລາຍ​ຜູ້​ສັດຊື່​ຕໍ່​ພຣະເຈົ້າ​ຢາເວ ຈົ່ງ​ຮ້ອງ​ເພງ​ສັນລະເສີນ​ພຣະອົງ;ຈົ່ງ​ສັນລະເສີນ​ນາມ​ອັນ​ບໍລິສຸດ​ຂອງ​ພຣະອົງ.5ເພາະ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ກໍ​ຢູ່​ພຽງ​ຊົ່ວຄາວ,ແຕ່​ຄວາມ​ພໍໃຈ​ຂອງ​ພຣະອົງ​ຈະ​ຢູ່​ຕະຫລອດ​ຊີວິດ;ການ​ຮ້ອງໄຫ້​ອາດ​ຢູ່​ພຽງ​ແຕ່​ຂ້າມ​ຄືນ,ແຕ່​ຄວາມ​ຊື່ນຊົມຍິນດີ​ຈະ​ມາ​ໃນ​ເວລາ​ເຊົ້າ.
6ເມື່ອ​ຂ້ານ້ອຍ​ຮູ້ສຶກ​ໝັ້ນຄົງ​ປອດໄພ ຂ້ານ້ອຍ​ກໍ​ເວົ້າ​ວ່າ:“ຂ້ອຍ​ຈະ​ບໍ່​ຫວັ່ນໄຫວ”.7ຂ້າແດ່​ພຣະເຈົ້າ​ຢາເວ ເມື່ອ​ພຣະອົງ​ພໍໃຈ​ໃນ​ຂ້ານ້ອຍພຣະອົງ​ກໍ​ເຮັດ​ໃຫ້​ຂ້ານ້ອຍ​ໝັ້ນຄົງ​ເໝືອນດັ່ງ​ພູເຂົາ ແຕ່​ເມື່ອ​ພຣະອົງ​ເຊື່ອງ​ໜ້າ​ຂອງ​ພຣະອົງ​ໄວ້ຂ້ານ້ອຍ​ກໍ​ທໍ້ຖອຍ.
8ຂ້າແດ່​ພຣະເຈົ້າ​ຢາເວ ຂ້ານ້ອຍ​ຮ້ອງ​ຫາ​ພຣະອົງ,ຮ້ອງຂໍ​ຄວາມ​ເມດຕາ​ຈາກ​ອົງພຣະຜູ້ເປັນເຈົ້າ​ວ່າ:9“ຈະ​ມີ​ປະໂຫຍດ​ອັນໃດ​ຖ້າ​ຂ້ານ້ອຍ​ຖືກ​ເຮັດ​ໃຫ້​ມິດງຽບ​ຢູ່?ຈະ​ມີ​ປະໂຫຍດ​ອັນໃດ​ຖ້າ​ຫາກ​ຂ້ານ້ອຍ​ລົງ​ຂຸມ​ໄປ?ຂີ້ຝຸ່ນ​ດິນ​ຈະ​ສັນລະເສີນ​ພຣະອົງ​ບໍ?ມັນ​ຈະ​ປ່າວ​ປະກາດ​ຄວາມ​ສັດຊື່​ຂອງ​ພຣະອົງ​ບໍ?10ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ໂຜດ​ຟັງ ແລະ ເມດຕາ​ຂ້ານ້ອຍ​ດ້ວຍ;ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ໂຜດ​ຊ່ວຍ​ຂ້ານ້ອຍ”.
11ພຣະອົງ​ໄດ້​ປ່ຽນ​ການ​ຄ່ຳຄວນ​ຂອງ​ຂ້ານ້ອຍ​ໃຫ້​ກາຍເປັນ​ການ​ຟ້ອນລຳ;ພຣະອົງ​ໄດ້​ຖອດ​ຊຸດ​ຜ້າກະສອບ​ສຳລັບ​ໄວ້​ທຸກ​ຂອງ​ຂ້ານ້ອຍ​ອອກ ແລະ ສວມ​ຄວາມ​ຊື່ນຊົມຍິນດີ​ໃຫ້​ຂ້ານ້ອຍ​ແທນ,12ເພື່ອ​ຈິດໃຈ​ຂອງ​ຂ້ານ້ອຍ​ຈະ​ຮ້ອງ​ເພງ​ສັນລະເສີນ​ພຣະອົງ ແລະ ຈະ​ບໍ່​ມິດງຽບ​ຢູ່.ຂ້າແດ່​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ຈະ​ສັນລະເສີນ​ພຣະອົງ​ຕະຫລອດ​ໄປ.

Biblica, Inc.

https://app.library.bible/content/eab9312f9f16b3a2