ເພງສັນລະເສີນ29

(ບົດ​ເພງສັນລະເສີນ​ຂອງ​ດາວິດ)

1ຊາວ​ສະຫວັນ​ທັງຫລາຍ ຈົ່ງ​ເທີດທູນ​ພຣະເຈົ້າ​ຢາເວ,ຈົ່ງ​ເທີດທູນ​ກຽດ ແລະ ກຳລັງ​ແດ່​ພຣະເຈົ້າຢາເວ.2ຈົ່ງ​ເທີດທູນ​ພຣະເຈົ້າຢາເວ​ຕາມ​ກຽດ​ທີ່​ສົມຄວນ​ແກ່​ນາມ​ຂອງ​ພຣະອົງ;ຈົ່ງ​ນະມັດສະການ​ພຣະເຈົ້າຢາເວ​ໃນ​ສະຫງ່າລາສີ​ແຫ່ງ​ຄວາມ​ບໍລິສຸດ  ​ຂອງ​ພຣະອົງ.
3ສຽງ​ຂອງ​ພຣະເຈົ້າ​ຢາເວ​ຢູ່​ເໜືອ​ນ້ຳພຣະເຈົ້າ​ແຫ່ງ​ສະຫງ່າລາສີ​ໄດ້​ເປັ່ງ​ສຽງ​ຟ້າ​ຮ້ອງ,ພຣະເຈົ້າ​ຢາເວ​ເປັ່ງ​ສຽງ​ຟ້າ​ຮ້ອງ​ເໜືອ​ມະຫາສະຫມຸດ.4ສຽງ​ຂອງ​ພຣະເຈົ້າ​ຢາເວ​ນັ້ນ​ມີ​ລິດອຳນາດສຽງ​ຂອງ​ພຣະເຈົ້າ​ຢາເວ​ນັ້ນ​ເຕັມ​ດ້ວຍ​ບາລະມີ.5ສຽງ​ຂອງ​ພຣະເຈົ້າ​ຢາເວ​ນັ້ນ​ໂຄ່ນ​ລົ້ມ​ຕົ້ນແປກ;ພຣະເຈົ້າ​ຢາເວ​ໄດ້​ຫັກ​ຕົ້ນແປກ​ແຫ່ງ​ເລບານອນ​ອອກ​ເປັນ​ທ່ອນ​ໆ.6ພຣະອົງ​ໄດ້​ເຮັດ​ໃຫ້​ພູເຂົາ​ເລບານອນ​ກະໂດດ​ເໝືອນດັ່ງ​ງົວນ້ອຍ,ເຮັດ​ໃຫ້​ພູເຂົາ​ສີຣິໂອນ  ​ກະໂດດ​ເໝືອນ​ດັ່ງ​ງົວປ່າ​ໜຸ່ມ.7ສຽງ​ຂອງ​ພຣະເຈົ້າ​ຢາເວ​ດັງ​ກ້ອງກັງວານມາ​ພ້ອມ​ກັບ​ຟ້າ​ແມບເຫລື້ອມ.8ສຽງ​ຂອງ​ພຣະເຈົ້າ​ຢາເວ​ນັ້ນ​ສັ່ນ​ທະເລຊາຍ;ພຣະເຈົ້າ​ຢາເວ​ສັ່ນ​ທະເລຊາຍ​ແຫ່ງ​ກາເດັດ.9ສຽງ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ໂຄ່ນ​ຕົ້ນໂອກ ແລະ ເຮັດ​ໃຫ້​ປ່າ​ໝົດ​ກ້ຽງ​ໄປ.ແລະ ໃນ​ວິຫານ​ຂອງ​ພຣະອົງ​ນັ້ນ​ທຸກຄົນ​ຕ່າງ​ກໍ​ຮ້ອງ​ວ່າ: “ສະຫງ່າລາສີ!”
10ພຣະເຈົ້າ​ຢາເວ​ໄດ້​ນັ່ງ​ຢູ່​ເທິງ​ບັນລັງ​ເໜືອ​ນ້ຳ​ຖ້ວມ;ພຣະເຈົ້າ​ຄອງ​ບັນລັງ​ເປັນ​ກະສັດ​ຕະຫລອດ​ໄປ.11ພຣະເຈົ້າ​ໃຫ້​ກຳລັງ​ແກ່​ປະຊາຊົນ​ຂອງ​ພຣະອົງ;ພຣະເຈົ້າ​ໄດ້​ອວຍພອນ​ປະຊາຊົນ​ຂອງ​ພຣະອົງ​ໃຫ້​ມີ​ສັນຕິສຸກ.

Biblica, Inc.

https://app.library.bible/content/eab9312f9f16b3a2