ເພງສັນລະເສີນ2

1ດ້ວຍ​ເຫດ​ໃດ​ຊົນຊາດ​ທັງຫລາຍ​ຈຶ່ງ​ສົມຮູ້​ຮ່ວມ​ຄິດ  ​ກັນແລະ ຊົນຊາດ​ຕ່າງໆ​ຈຶ່ງ​ວາງ​ແຜນການ​ອັນ​ໄຮ້​ປະໂຫຍດ?2ບັນດາ​ກະສັດ​ຂອງ​ໂລກ​ນີ້​ໄດ້​ລຸກ​ຂຶ້ນ​ຕໍ່ຕ້ານແລະ ບັນດາ​ຜູ້ປົກຄອງ​ຮວມ​ຕົວ​ກັນຕໍ່ສູ້​ພຣະເຈົ້າ​ຢາເວ ແລະ ຕໍ່ສູ້​ຜູ້​ທີ່​ພຣະອົງ​ເຈີມ​ໄວ້, ໂດຍ​ກ່າວ​ວ່າ,3“ໃຫ້​ພວກເຮົາ​ທຳລາຍ​ໂສ້​ຈອງຈຳ​ຂອງ​ພວກເຂົາແລະ ປົດ​ໂສ້​ຂອງ​ພວກເຂົາ​ຖິ້ມ”.
4ອົງພຣະຜູ້ເປັນເຈົ້າ​ຜູ້​ຢູ່​ໃນ​ຟ້າ​ສະຫວັນ​ນັ້ນ​ໄດ້​ຫົວຂັວນ;ພຣະອົງ​ໄດ້​ເຢາະເຢີ້ຍ​ພວກເຂົາ.5ແລ້ວ​ພຣະອົງ​ໄດ້​ເຕືອນ​ພວກເຂົາ​ດ້ວຍ​ຄວາມ​ໃຈຮ້າຍ​ຂອງ​ພຣະອົງແລະ ເຮັດ​ໃຫ້​ພວກເຂົາ​ຢ້ານກົວ​ດ້ວຍ​ຄວາມ​ໂກດຮ້າຍ ໂດຍ​ເວົ້າ​ວ່າ,6“ເຮົາ​ໄດ້​ຕັ້ງ​ກະສັດ​ຜູ້​ໜຶ່ງ​ຂອງ​ເຮົາ​ໄວ້​ແລ້ວເທິງ​ຊີໂອນ, ພູເຂົາ​ສັກສິດ​ຂອງ​ເຮົາ”.
7ກະສັດ​ຜູ້​ນັ້ນ​ຈະ​ປະກາດ​ດຳລັດ​ຂອງ​ພຣະເຈົ້າ​ຢາເວ​ວ່າ:ພຣະອົງ​ໄດ້​ເວົ້າ​ກັບ​ຂ້າພະເຈົ້າ​ວ່າ “ເຈົ້າ​ເປັນ​ລູກຊາຍ​ຂອງ​ເຮົາ;ວັນ​ນີ້​ເຮົາ​ໄດ້​ເປັນ​ບິດາ​ຂອງ​ເຈົ້າ. 8ຈົ່ງ​ຂໍ​ຈາກ​ເຮົາ,ແລ້ວ​ເຮົາ​ຈະ​ມອບ​ຊົນຊາດ​ທັງຫລາຍ​ໃຫ້​ເປັນ​ກຳມະສິດ​ຂອງ​ເຈົ້າ,ແລະ ໃຫ້​ເຈົ້າ​ຄອບຄອງ​ໄປ​ຈົນ​ເຖິງ​ສຸດ​ປາຍ​ແຜ່ນດິນ​ໂລກ.9ເຈົ້າ​ຈະ​ຕີ​ພວກເຂົາ​ໃຫ້​ແຕກ​ດ້ວຍ​ໄມ້ແສ້​ເຫລັກ ເຈົ້າ​ຈະ​ຟາດ​ພວກເຂົາ​ໃຫ້​ແຕກ​ເປັນ​ປ່ຽງໆ​ເໝືອນ​ກັບ​ໝໍ້​ດິນ”.
10ເຫດສະນັ້ນ ພວກເຈົ້າ​ຜູ້​ເປັນ​ກະສັດ​ທັງຫລາຍ, ຈົ່ງ​ມີ​ປັນຍາ;ພວກເຈົ້າ​ຜູ້​ເປັນ​ຜູ້ນຳ​ຂອງ​ໂລກ​ນີ້, ຈົ່ງ​ຟັງ​ຄຳ​ຕັກເຕືອນ,11ຈົ່ງ​ຮັບໃຊ້​ພຣະເຈົ້າ​ຢາເວ​ດ້ວຍ​ຄວາມ​ຢຳເກງແລະ ຈົ່ງ​ສະເຫລີມ​ສະຫລອງ​ການ​ປົກຄອງ​ຂອງ​ພຣະອົງ​ຈົນ​ໂຕ​ສັ່ນ.12ຈົ່ງ​ກົ້ມ​ກາບ​ພຣະບຸດ​ນັ້ນ,  ບໍ່​ດັ່ງນັ້ນ​ພຣະອົງ​ຈະ​ໃຈຮ້າຍແລະ ວິຖີ​ທາງ​ຂອງ​ເຈົ້າ​ຈະ​ຖືກ​ນຳ​ໄປ​ສູ່​ຄວາມ​ພິນາດ​ຂອງ​ເຈົ້າ,ເພາະ​ວ່າ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ຈະ​ພຸ່ງ​ຂຶ້ນ​ໃນ​ພິບຕາ​ດຽວ.ພຣະພອນ​ມີ​ແກ່​ທຸກຄົນ​ທີ່​ເຂົ້າ​ມາ​ລີ້ໄພ​ໃນ​ພຣະອົງ.

Biblica, Inc.

https://app.library.bible/content/eab9312f9f16b3a2