ເພງສັນລະເສີນ28
(ບົດປະພັນຂອງດາວິດ)
1ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍຮ້ອງຫາພຣະອົງ;ພຣະອົງເປັນສີລາຂອງຂ້ານ້ອຍຂໍຢ່າໄດ້ເຮັດຄືຫູໜວກໃສ່ຂ້ານ້ອຍ.ເພາະຖ້າພຣະອົງຍັງເສີຍຢູ່ຂ້ານ້ອຍກໍອາດຈະເປັນເໝືອນຄົນທີ່ລົງໄປຍັງແດນມໍລະນາ.2ຂໍໂຜດຟັງຄຳອ້ອນວອນຂໍຄວາມເມດຕາຂອງຂ້ານ້ອຍຂະນະທີ່ຂ້ານ້ອຍຮ້ອງຂໍຄວາມຊ່ວຍເຫລືອຈາກພຣະອົງ,ຂະນະທີ່ຂ້ານ້ອຍຍົກມືຂຶ້ນຕໍ່ສະຖານທີ່ສັກສິດທີ່ສຸດຂອງພຣະອົງ.3ຂໍຢ່າລາກຂ້ານ້ອຍໄປພ້ອມກັນກັບບັນດາຄົນຊົ່ວຮ້າຍ,ກັບບັນດາຄົນທີ່ເຮັດສິ່ງຊົ່ວຮ້າຍ,ຄົນທີ່ເວົ້າກັບເພື່ອນບ້ານຂອງຕົນຢ່າງສະໜິດສະໜົມແຕ່ພາຍໃນໃຈຂອງພວກເຂົານັ້ນເຕັມໄປດ້ວຍຄວາມຊົ່ວຮ້າຍ.4ຂໍໂຜດຕອບແທນພວກເຂົາຕາມສິ່ງທີ່ພວກເຂົາໄດ້ເຮັດແລະ ຕາມການກະທຳທີ່ຊົ່ວຮ້າຍຂອງພວກເຂົາ;ຂໍໂຜດຕອບແທນພວກເຂົາຕາມສິ່ງທີ່ມືຂອງພວກເຂົາໄດ້ເຮັດແລະ ສະໜອງຄືນໃຫ້ພວກເຂົາຕາມທີ່ພວກເຂົາໄດ້ເຮັດ.5ເພາະພວກເຂົາບໍ່ຄຳນຶງເຖິງການກະທຳຂອງພຣະເຈົ້າຢາເວແລະ ສິ່ງທີ່ມືຂອງພຣະອົງໄດ້ກະທຳ,ພຣະອົງຈະຮື້ພວກເຂົາລົງແລະ ບໍ່ສ້າງພວກເຂົາຂຶ້ນອີກເລີຍ.6ຂໍຖວາຍສັນລະເສີນແດ່ພຣະເຈົ້າຢາເວເພາະພຣະອົງໄດ້ຍິນຄຳຮ້ອງຂໍຄວາມເມດຕາຂອງຂ້ານ້ອຍ.7ພຣະເຈົ້າຢາເວເປັນກຳລັງ ແລະ ເປັນໂລ່ຂອງຂ້ານ້ອຍຈິດໃຈຂອງຂ້ານ້ອຍວາງໃຈໃນພຣະອົງ ແລະ ພຣະອົງໄດ້ຊ່ວຍເຫລືອຂ້ານ້ອຍ.ຈິດໃຈຂອງຂ້ານ້ອຍກະໂດດໂລດເຕັ້ນດ້ວຍຄວາມຊື່ນຊົມຍິນດີແລະ ສັນລະເສີນພຣະອົງດ້ວຍບົດເພງຂອງຂ້ານ້ອຍ.8ພຣະເຈົ້າຢາເວເປັນກຳລັງສຳລັບຄົນຂອງພຣະອົງເປັນປ້ອມປ້ອງກັນແຫ່ງຄວາມພົ້ນສຳລັບຜູ້ທີ່ພຣະອົງໄດ້ເຈີມໄວ້.9ຂໍໂຜດຊ່ວຍຄົນຂອງພຣະອົງ ແລະ ອວຍພອນຜູ້ທີ່ເປັນມໍລະດົກຂອງພຣະອົງຂໍລ້ຽງດູພວກເຂົາເໝືອນດັ່ງຄົນລ້ຽງແກະ ແລະ ອຸ້ມພວກເຂົາໄວ້ຕະຫລອດໄປ.Biblica, Inc.