ເພງສັນລະເສີນ27

(ບົດ​ປະພັນ​ຂອງ​ດາວິດ)

1ພຣະເຈົ້າ​ຢາເວ​ເປັນ​ຄວາມ​ສະຫວ່າງ ແລະ ເປັນ​ຄວາມພົ້ນ​ຂອງ​ຂ້ານ້ອຍຂ້ານ້ອຍ​ຈະ​ຕ້ອງ​ຢ້ານກົວ​ຜູ້ໃດ?ພຣະເຈົ້າ​ຢາເວ​ເປັນ​ທີ່​ກຳບັງ​ອັນ​ເຂັ້ມແຂງ​ສຳລັບ​ຊີວິດ​ຂອງ​ຂ້ານ້ອຍຂ້ານ້ອຍ​ຈະ​ຕ້ອງ​ຢ້ານກົວ​ຜູ້ໃດ?
2ເມື່ອ​ຄົນ​ຊົ່ວຮ້າຍ​ບຸກ​ເຂົ້າ​ມາ​ຕໍ່ສູ້​ຂ້ານ້ອຍເພື່ອ​ຈະ​ກືນ​ກິນ  ​ຂ້ານ້ອຍ,ສັດຕູ ແລະ ຄູ່ແຂ່ງ​ຂອງ​ຂ້ານ້ອຍພວກເຂົາ​ຈະ​ສະດຸດ ແລະ ລົ້ມ​ລົງ.3ເຖິງ​ວ່າ​ກອງທັບ​ຈະ​ປິດ​ອ້ອມ​ຂ້ານ້ອຍຈິດໃຈ​ຂອງ​ຂ້ານ້ອຍ​ກໍ​ຈະ​ບໍ່​ຢ້ານກົວ;ເຖິງ​ວ່າ​ຈະ​ເກີດ​ສົງຄາມ​ຕໍ່ສູ້​ຂ້ານ້ອຍຂ້ານ້ອຍ​ກໍ​ຍັງ​ຈະ​ມີ​ຄວາມ​ໝັ້ນໃຈ.
4ສິ່ງ​ໜຶ່ງ​ທີ່​ຂ້ານ້ອຍ​ຂໍ​ຈາກ​ພຣະເຈົ້າ​ຢາເວສິ່ງ​ດຽວ​ທີ່​ຂ້ານ້ອຍ​ສະແຫວງ​ຫາຄື​ການ​ທີ່​ຂ້ານ້ອຍ​ຈະ​ໄດ້​ຢູ່​ໃນ​ວິຫານຂອງ​ພຣະເຈົ້າ​ຢາເວຕະຫລອດ​ຊີວິດ​ຂອງ​ຂ້ານ້ອຍ,ເພື່ອ​ເບິ່ງ​ຄວາມ​ງາມ​ຂອງ​ພຣະເຈົ້າ​ຢາເວແລະ ເພື່ອ​ສະແຫວງຫາ​ພຣະອົງ​ໃນ​ວິຫານ​ຂອງ​ພຣະອົງ.5ເພາະ​ໃນ​ຍາມ​ເດືອດຮ້ອນພຣະອົງ​ຈະ​ປົກປັກ​ຮັກສາ​ຂ້ານ້ອຍ​ໄວ້​ໃຫ້​ປອດໄພ​ໃນ​ທີ່​ອາໄສ​ຂອງ​ພຣະອົງ;ພຣະອົງ​ຈະ​ຊ້ອນ​ຂ້ານ້ອຍ​ໄວ້​ໃນ​ຫໍເຕັນ​ສັກສິດ​ຂອງ​ພຣະອົງແລະ ຈະ​ຕັ້ງ​ຂ້ານ້ອຍ​ໄວ້​ສູງ​ເທິງ​ສີລາ.
6ແລ້ວ​ຂ້ານ້ອຍ​ຈະ​ໄດ້​ຮັບ​ການ​ເຊີດຊູເໜືອ​ບັນດາ​ສັດຕູ​ທີ່​ຢູ່​ອ້ອມຮອບ​ຂ້ານ້ອຍ;ໃນ​ຫໍເຕັນ​ສັກສິດ​ຂອງ​ພຣະອົງ ຂ້ານ້ອຍ​ຈະ​ຖວາຍ​ເຄື່ອງບູຊາ​ພ້ອມ​ດ້ວຍ​ສຽງ​ໂຫ່​ຮ້ອງ​ຍິນດີ;ຂ້ານ້ອຍ​ຈະ​ຮ້ອງເພງ ແລະ ບັນເລງ​ດົນຕີ​ຖວາຍ​ແດ່​ພຣະເຈົ້າ​ຢາເວ.
7ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ໂຜດ​ຟັງ​ສຽງ​ຂອງ​ຂ້ານ້ອຍ​ເມື່ອ​ຂ້ານ້ອຍ​ຮ້ອງ​ຫາ;ຂໍ​ໂຜດ​ເມດຕາ​ຂ້ານ້ອຍ ແລະ ຕອບ​ຂ້ານ້ອຍ.8ຫົວໃຈ​ຂອງ​ຂ້ານ້ອຍ​ເວົ້າ​ເຖິງ​ພຣະອົງ​ວ່າ: “ຈົ່ງ​ສະແຫວງຫາ​ໃບໜ້າ​ຂອງ​ພຣະອົງ!”ຂ້າແດ່​ພຣະເຈົ້າ​ຢາເວ ຂ້ານ້ອຍ​ຈະ​ສະແຫວງຫາ​ໃບໜ້າ​ຂອງ​ພຣະອົງ.9ຂໍ​ຢ່າ​ໄດ້​ເຊື່ອງ​ໜ້າ​ຂອງ​ພຣະອົງ​ໜີ​ຈາກ​ຂ້ານ້ອຍ,ຂໍ​ຢ່າ​ໄດ້​ໄລ່​ຜູ້ຮັບໃຊ້​ຂອງ​ພຣະອົງ​ອອກ​ໄປ​ດ້ວຍ​ຄວາມ​ໃຈຮ້າຍເພາະ​ພຣະອົງ​ເປັນ​ຜູ້ຊ່ວຍ​ຂອງ​ຂ້ານ້ອຍ​ຕະຫລອດ​ມາ.ຂ້າແດ່​ພຣະເຈົ້າ ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ຂ້ານ້ອຍຂໍ​ຢ່າ​ໄດ້​ປະຖິ້ມ​ຂ້ານ້ອຍ ຫລື ໄປ​ຈາກ​ຂ້ານ້ອຍ.10ເຖິງ​ແມ່ນ​ວ່າ​ພໍ່ ແລະ ແມ່​ຂອງ​ຂ້ານ້ອຍ​ໄດ້​ປະຖິ້ມ​ຂ້ານ້ອຍພຣະເຈົ້າ​ຢາເວ​ຈະ​ຮັບ​ຂ້ານ້ອຍ​ໄວ້.11ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ສອນ​ທາງ​ຂອງ​ພຣະອົງ​ໃຫ້​ແກ່​ຂ້ານ້ອຍຂໍ​ນຳ​ຂ້ານ້ອຍ​ໄປ​ໃນ​ທາງ​ຊື່ເພາະ​ມີ​ຜູ້​ຂົ່ມເຫັງ​ຂ້ານ້ອຍ.12ຂໍ​ຢ່າ​ປ່ອຍ​ຂ້ານ້ອຍ​ໃຫ້​ໄປ​ຕາມ​ຄວາມ​ປາຖະໜາ​ຂອງ​ສັດຕູ​ຂອງ​ຂ້ານ້ອຍ,ເພາະ​ພະຍານ​ປອມ​ໄດ້​ລຸກ​ຂຶ້ນ​ຕໍ່ສູ້​ຂ້ານ້ອຍພົ່ນ​ຂໍ້​ກ່າວຫາ​ທີ່​ມຸ່ງ​ຮ້າຍ​ອອກ​ມາ.
13ຂ້ານ້ອຍ​ຍັງ​ຄົງ​ໝັ້ນໃຈ​ໃນ​ຂໍ້​ນີ້ຄື​ຂ້ານ້ອຍ​ຈະ​ໄດ້​ເຫັນ​ຄວາມ​ດີ​ຂອງ​ພຣະເຈົ້າ​ຢາເວໃນ​ດິນແດນ​ຂອງ​ຜູ້​ມີ​ຊີວິດ.14ຈົ່ງ​ຄອຍຖ້າ​ພຣະເຈົ້າ​ຢາເວຈົ່ງ​ເຂັ້ມແຂງ ແລະ ກ້າຫານແລະ ຈົ່ງ​ຄອຍຖ້າ​ພຣະເຈົ້າ​ຢາເວ.

Biblica, Inc.

https://app.library.bible/content/eab9312f9f16b3a2