ເພງສັນລະເສີນ26
(ບົດປະພັນຂອງດາວິດ)
1ຂ້າແດ່ພຣະເຈົ້າຢາເວ ຂໍພິສູດວ່າຂ້ານ້ອຍບໍລິສຸດເພາະຂ້ານ້ອຍດຳເນີນຊີວິດຂ້ານ້ອຍໄດ້ໄວ້ວາງໃຈໃນພຣະເຈົ້າຢາເວໂດຍບໍ່ລັງເລໃຈເລີຍ.2ຂ້າແດ່ພຣະເຈົ້າຢາເວ ຂໍທົດສອບ ແລະ ລອງໃຈຂ້ານ້ອຍ;ຂໍໂຜດສຳຫລວດຈິດໃຈ ແລະ ຄວາມຄິດຂອງຂ້ານ້ອຍ,3ເພາະຂ້ານ້ອຍລະນຶກເຖິງຄວາມຮັກໝັ້ນຄົງຂອງພຣະອົງຢູ່ສະເໝີແລະ ຂ້ານ້ອຍໄດ້ດຳເນີນຊີວິດໂດຍເພິ່ງພາຄວາມສັດຊື່ຂອງພຣະອົງມາຕະຫລອດ.4ຂ້ານ້ອຍບໍ່ຫຍຸ້ງກຽ່ວກັບຄົນຫລອກລວງ,ຫລື ຂ້ານ້ອຍບໍ່ຄົບຫາກັບຄົນໜ້າຊື່ໃຈຄົດ.5ຂ້ານ້ອຍກຽດຊັງການຊຸມນຸມຂອງຄົນຊົ່ວຮ້າຍແລະ ປະຕິເສດທີ່ຈະຫຍຸ້ງກ່ຽວກັບຄົນຊົ່ວຮ້າຍ.6ຂ້ານ້ອຍລ້າງມືຂອງຂ້ານ້ອຍເພື່ອສະແດງຄວາມບໍລິສຸດແລະ ຍ່າງຢູ່ອ້ອມແທ່ນບູຊາຂອງພຣະອົງ ຂ້າແດ່ພຣະເຈົ້າຢາເວ,7ຂ້ານ້ອຍໄດ້ປະກາດຄຳສັນລະເສີນຂອງພຣະອົງດ້ວຍສຽງອັນດັງແລະ ບອກເຖິງການກະທຳອັນອັດສະຈັນທັງໝົດຂອງພຣະອົງ.8ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍຮັກວິຫານທີ່ພຣະອົງຢູ່,ບ່ອນທີ່ສະຫງ່າລາສີຂອງສະຖິດຢູ່.9ຂໍຢ່າເອົາຈິດວິນຍານຂອງຂ້ານ້ອຍໄປພ້ອມກັບຄົນບາບຫລື ເອົາຊີວິດຂ້ານ້ອຍໄປພ້ອມກັບບັນດາຄົນທີ່ກະຫາຍເລືອດ,10ໃນມືຂອງພວກເຂົາມີແຕ່ແຜນການຊົ່ວຮ້າຍ,ມືຂວາຂອງພວກເຂົາເຕັມໄປດ້ວຍສິນບົນ.11ຂ້ານ້ອຍດຳເນີນຊີວິດຢ່າງບໍ່ມີທີ່ຕິ;ຂໍໄຖ່ຂ້ານ້ອຍ ແລະ ເມດຕາຂ້ານ້ອຍດ້ວຍ.12ຕີນຂອງຂ້ານ້ອຍຢືນຢູ່ເທິງພື້ນຮາບພຽງຂ້ານ້ອຍຈະສັນລະເສີນພຣະເຈົ້າຢາເວໃນທີ່ຊຸມນຸມໃຫຍ່.Biblica, Inc.