ເພງສັນລະເສີນ25

ບົດປະພັນ​ຂອງ​ດາວິດ.

1ຂ້າແດ່​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ,ຂ້ານ້ອຍ​ຂໍ​ມອບ​ຄວາມ​ໄວ້ວາງໃຈ​ຂອງ​ຂ້ານ້ອຍ​ໄວ້​ໃນ​ພຣະອົງ.
2ຂ້ານ້ອຍ​ໄວ້ວາງໃຈ​ໃນ​ພຣະອົງ;ຂໍ​ຢ່າ​ໃຫ້​ຂ້ານ້ອຍ​ອັບອາຍທັງ​ຢ່າ​ໃຫ້​ບັນດາ​ສັດຕູ​ຂອງ​ຂ້ານ້ອຍ​ມີ​ໄຊຊະນະ​ເໜືອ​ຂ້ານ້ອຍ.3ບໍ່​ມີ​ຜູ້ໃດ​ທີ່​ຫວັງ​ໃນ​ພຣະອົງແລ້ວ​ຈະ​ຕ້ອງ​ອັບອາຍ,ແຕ່​ຄວາມ​ອັບອາຍ​ນັ້ນ​ຈະ​ເກີດ​ກັບຄົນ​ທີ່​ທໍລະຍົດ​ໂດຍ​ບໍ່​ມີ​ສາເຫດ​ນັ້ນ.
4ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ໂຜດ​ສະແດງ​ຫົນທາງ​ຂອງ​ພຣະອົງ​ແກ່​ຂ້ານ້ອຍ,ຂໍ​ໂຜດ​ສອນ​ວິຖີ​ຂອງ​ພຣະອົງ​ແກ່​ຂ້ານ້ອຍ.5ຂໍ​ນຳ​ຂ້ານ້ອຍ​ໄປ​ໃນ​ຄວາມຈິງ​ຂອງ​ພຣະອົງ ແລະ ສອນ​ຂ້ານ້ອຍ,ເພາະ​ພຣະອົງ​ເປັນ​ພຣະເຈົ້າ ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ຂ້ານ້ອຍ,ແລະ ຄວາມ​ຫວັງ​ຂອງ​ຂ້ານ້ອຍ​ແມ່ນ​ຢູ່​ໃນ​ພຣະອົງ​ຕະຫລອດ​ມື້.6ຂ້າແດ່​ພຣະເຈົ້າ​ຢາເວ ໂຜດ​ລະນຶກ​ເຖິງ​ຄວາມ​ເມດຕາ ແລະ ຄວາມ​ຮັກ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ,ເຊິ່ງ​ມີ​ມາ​ຕັ້ງ​ແຕ່​ອະດີດ.7ຂໍ​ຢ່າ​ລະນຶກ​ເຖິງ​ຄວາມ​ບາບ​ທັງຫລາຍແລະ ວິຖີ​ອັນ​ດື້ດ້ານ​ໃນ​ໄວ​ໜຸ່ມ​ຂອງ​ຂ້ານ້ອຍ,ຂໍ​ໂຜດ​ລະນຶກ​ເຖິງ​ຂ້ານ້ອຍ​ຕາມ​ຄວາມ​ຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ,ຂ້າແດ່​ພຣະເຈົ້າ​ຢາເວ ເພາະ​ພຣະອົງ​ນັ້ນ​ແສນ​ດີ.
8ພຣະເຈົ້າ​ຢາເວ​ແສນ​ດີ ແລະ ທ່ຽງທຳ;ເຫດສະນັ້ນ ພຣະອົງ​ຈຶ່ງ​ໄດ້​ສອນ​ທາງ​ຂອງ​ພຣະອົງ​ໃຫ້​ແກ່​ຄົນ​ບາບ.9ພຣະອົງ​ນຳ​ຄົນ​ຖ່ອມ​ໃຈ​ໃນ​ສິ່ງ​ທີ່​ຖືກຕ້ອງແລະ ສອນ​ທາງ​ຂອງ​ພຣະອົງ​ແກ່​ພວກເຂົາ.10ທຸກ​ທາງ​ຂອງ​ພຣະເຈົ້າ​ຢາເວ​ນັ້ນ​ມີ​ຄວາມ​ຮັກ ແລະ ຄວາມ​ສັດຊື່ແກ່​ບັນດາ​ຜູ້​ທີ່​ຮັກສາ​ກົດເກນ​ແຫ່ງ​ພັນທະສັນຍາ​ຂອງ​ພຣະອົງ.11ຂ້າແດ່​ພຣະເຈົ້າ​ຢາເວ ໂດຍ​ເຫັນ​ແກ່​ນາມ​ຂອງ​ພຣະອົງ,ຂໍ​ອະໄພ​ຄວາມ​ຊົ່ວ​ຂອງ​ຂ້ານ້ອຍ ເຖິງ​ວ່າ​ມັນ​ຈະ​ໃຫຍ່​ຫລວງ.
12ແລ້ວ​ຜູ້ໃດ​ຄື​ຄົນ​ທີ່​ຢຳເກງ​ພຣະເຈົ້າ​ຢາເວ?ພຣະອົງ​ຈະ​ສອນ​ພວກເຂົາ​ເຖິງ​ທາງ​ທີ່​ພວກເຂົາ​ຄວນ​ຈະ​ເລືອກ. 13ພວກເຂົາ​ຈະ​ມີ​ຊີວິດ​ທີ່​ຈະເລີນ​ຮຸ່ງເຮືອງ,ແລະ ລູກ​ຫລານ​ຂອງ​ພວກເຂົາ​ຈະ​ໄດ້​ຮັບ​ແຜ່ນດິນ​ນັ້ນ​ເປັນ​ມໍລະດົກ.14ພຣະເຈົ້າ​ຢາເວ​ວາງໃຈ​ໃນ​ບັນດາ​ຜູ້​ທີ່​ຢຳເກງ​ພຣະອົງ;ພຣະອົງ​ຢືນຢັນ​ພັນທະສັນຍາ​ຂອງ​ພຣະອົງ​ແກ່​ພວກເຂົາ.15ຕາ​ຂອງ​ຂ້ານ້ອຍ​ເບິ່ງ​ທີ່​ພຣະເຈົ້າ​ຢາເວ​ສະເໝີ,ເພາະ​ພຣະອົງ​ເທົ່ານັ້ນ​ທີ່​ຈະ​ປົດ​ບ້ວງແຮ້ວ​ອອກ​ຈາກ​ຕີນ​ຂອງ​ຂ້ານ້ອຍ.
16ຂໍ​ໂຜດ​ຫັນ​ມາ​ຫາ​ຂ້ານ້ອຍ ແລະ ເມດຕາ​ຂ້ານ້ອຍ​ດ້ວຍ,ເພາະ​ຂ້ານ້ອຍ​ໂດດດ່ຽວ ແລະ ທຸກທໍລະມານ.17ຂໍ​ບັນເທົາ​ຄວາມ​ທຸກຮ້ອນ​ໃນ​ໃຈ​ຂອງ​ຂ້ານ້ອຍແລະ ຂໍ​ໃຫ້​ຂ້ານ້ອຍ​ຫລຸດ​ພົ້ນ​ຈາກ​ຄວາມ​ທຸກທໍລະມານ​ຂອງ​ຂ້ານ້ອຍ.18ຂໍ​ໂຜດ​ຫລຽວ​ເບິ່ງ​ຄວາມ​ທຸກທໍລະມານ​ຂອງ​ຂ້ານ້ອຍ ແລະ ຄວາມ​ທຸກໃຈ​ຂອງ​ຂ້ານ້ອຍແລະ ນຳ​ເອົາ​ຄວາມ​ບາບ​ທັງໝົດ​ຂອງ​ຂ້ານ້ອຍ​ອອກ​ໄປ.19ຂໍ​ໂຜດ​ເບິ່ງ​ວ່າ​ສັດຕູ​ຂອງ​ຂ້ານ້ອຍ​ຈຳນວນ​ຫລວງຫລາຍ​ເທົ່າ​ໃດແລະ ພວກເຂົາ​ກຽດຊັງ​ຂ້ານ້ອຍ​ຮຸນແຮງ​ປານ​ໃດ!
20ຂໍ​ຄຸ້ມຄອງ ແລະ ຊ່ວຍ​ຊີວິດ​ຂ້ານ້ອຍ;ຢ່າ​ໃຫ້​ຂ້ານ້ອຍ​ຕ້ອງ​ອັບອາຍ,ເພາະ​ຂ້ານ້ອຍ​ລີ້ໄພ​ຢູ່​ໃນ​ພຣະອົງ.21ຂໍ​ໃຫ້​ຄວາມ​ສັດຊື່ ແລະ ຄວາມ​ທ່ຽງທຳ​ປົກປ້ອງ​ຂ້ານ້ອຍ​ໄວ້,ຂ້າແດ່ພຣະເຈົ້າ​ຢາເວ,  ເພາະ​ຄວາມ​ຫວັງ​ຂອງ​ຂ້ານ້ອຍ​ຢູ່​ໃນ​ພຣະອົງ.
22ຂ້າແດ່​ພຣະເຈົ້າ ຂໍ​ໂຜດ​ໄຖ່​ອິດສະຣາເອນ,ໃຫ້​ພົ້ນ​ຈາກ​ຄວາມ​ເດືອດຮ້ອນ​ທັງໝົດ​ຂອງ​ພວກເຂົາ!

Biblica, Inc.

https://app.library.bible/content/eab9312f9f16b3a2