ເພງສັນລະເສີນ24
ບົດເພງສັນລະເສີນຂອງດາວິດ.
1ແຜ່ນດິນໂລກ ແລະ ທຸກສິ່ງທີ່ຢູ່ໃນໂລກນີ້ເປັນຂອງພຣະເຈົ້າຢາເວ,ໂລກ ແລະ ທຸກຄົນທີ່ອາໄສຢູ່ໃນໂລກນີ້ກໍເປັນຂອງພຣະອົງ;2ເພາະພຣະອົງໄດ້ຕັ້ງແຜ່ນດິນໄວ້ຢູ່ເທິງທະເລແລະ ສ້າງມັນໄວ້ເທິງນ້ຳທັງຫລາຍ.3ຜູ້ໃດຈະໄດ້ຂຶ້ນໄປຍັງພູເຂົາຂອງພຣະເຈົ້າຢາເວ?ຜູ້ໃດຈະໄດ້ຢືນຢູ່ໃນສະຖານທີ່ອັນບໍລິສຸດຂອງພຣະອົງ?4ຄືຜູ້ທີ່ມືສະອາດ ແລະ ໃຈບໍລິສຸດ,ຄືຜູ້ທີ່ບໍ່ໄດ້ເຊື່ອໃນຮູບເຄົາລົບຫລື ສາບານໂດຍອ້າງເຖິງພະປອມ. 5ພວກເຂົາຈະໄດ້ຮັບພຣະພອນຈາກພຣະເຈົ້າຢາເວແລະ ຈະໄດ້ຮັບການພິສູດຈາກພຣະເຈົ້າອົງພຣະຜູ້ຊ່ວຍໃຫ້ພົ້ນຂອງພວກເຂົາ.6ຄົນຢ່າງນີ້ແຫລະ ເປັນຄົນທີ່ສະແຫວງຫາພຣະອົງ,ເປັນຜູ້ທີ່ສະແຫວງຫາໃບໜ້າພຣະອົງ ຂ້າແດ່ພຣະເຈົ້າຂອງຢາໂຄບ. 7ປະຕູເມືອງ ຈົ່ງເປີດອອກ;ປະຕູບູຮານ ຈົ່ງເປີດອອກ,ເພື່ອກະສັດຜູ້ມີສະຫງ່າລາສີຈະໄດ້ເຂົ້າມາ.8ຜູ້ໃດຄືກະສັດຜູ້ມີສະຫງ່າລາສີອົງນີ້?ຄືພຣະເຈົ້າຢາເວຜູ້ທີ່ເຂັ້ມແຂງ ແລະ ຍິ່ງໃຫຍ່,ພຣະເຈົ້າຢາເວຜູ້ຍິ່ງໃຫຍ່ໃນການສູ້ຮົບ.9ປະຕູເມືອງ ຈົ່ງເປີດອອກ;ປະຕູບູຮານ ຈົ່ງເປີດອອກ,ເພື່ອກະສັດຜູ້ມີສະຫງ່າລາສີຈະໄດ້ເຂົ້າມາ.10ກະສັດຜູ້ມີສະຫງ່າລາສີອົງນີ້ຄືຜູ້ໃດ?ຄືພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ພຣະອົງເປັນກະສັດຜູ້ມີສະຫງ່າລາສີ.Biblica, Inc.