ເພງສັນລະເສີນ23

ບົດ​ເພງສັນລະເສີນ​ຂອງ​ດາວິດ.

1ພຣະເຈົ້າ​ຢາເວ​ເປັນ​ຜູ້​ລ້ຽງ​ຂ້ານ້ອຍ, ຂ້ານ້ອຍ​ບໍ່​ໄດ້​ຂາດເຂີນ​ສິ່ງໃດ.2ພຣະອົງ​ເຮັດ​ໃຫ້​ຂ້ານ້ອຍ​ນອນ​ລົງ​ໃນ​ທົ່ງຫຍ້າ​ອັນ​ຂຽວ​ສົດ,ພຣະອົງ​ນຳ​ຂ້ານ້ອຍ​ໄປ​ຍັງ​ແຄມ​ນ້ຳ​ທີ່​ງຽບສະຫງົບ,3ພຣະອົງ​ຟື້ນຟູ​ຈິດວິນຍານ​ຂອງ​ຂ້ານ້ອຍ.ພຣະອົງ​ນຳ​ຂ້ານ້ອຍ​ໄປ​ໃນ​ທາງ​ຊອບທຳເພື່ອ​ເຫັນ​ແກ່​ນາມ​ຂອງ​ພຣະອົງ.4ເຖິງ​ແມ່ນ​ວ່າ​ຂ້ານ້ອຍ​ຍ່າງຜ່ານ​ຮ່ອມ​ພູເຂົາ​ອັນ​ມືດ​ມິດ​ທີ່ສຸດ, ຂ້ານ້ອຍ​ກໍ​ຈະ​ບໍ່​ຢ້ານກົວ​ຄວາມ​ຊົ່ວຮ້າຍ,ເພາະ​ພຣະອົງ​ຢູ່​ກັບ​ຂ້ານ້ອຍ;ໄມ້ຄ້ອນ ແລະ ໄມ້ຄ້ອນເທົ້າ​ຂອງ​ພຣະອົງ,ສິ່ງ​ເຫລົ່ານັ້ນ​ເຮັດ​ໃຫ້​ຂ້ານ້ອຍ​ສະບາຍ​ໃຈ.
5ພຣະອົງ​ໄດ້​ຈັດຕຽມ​ອາຫານ​ສຳລັບ​ຂ້ານ້ອຍຕໍ່ໜ້າ​ສັດຕູ​ທັງຫລາຍ​ຂອງ​ຂ້ານ້ອຍພຣະອົງ​ໄດ້​ເຈີມ​ຫົວ​ຂອງ​ຂ້ານ້ອຍ​ດ້ວຍ​ນ້ຳມັນ;ຈອກ​ຂອງ​ຂ້ານ້ອຍ​ເຕັມ​ຈົນ​ລົ້ນ.6ຄວາມ​ດີ ແລະ ຄວາມ​ຮັກ​ຂອງ​ພຣະອົງ​ຈະ​ຕິດຕາມ​ຂ້ານ້ອຍ​ໄປ​ຢ່າງ​ແນ່ນອນຕະຫລອດ​ຊີວິດ​ຂອງ​ຂ້ານ້ອຍ,ແລະ ຂ້ານ້ອຍ​ຈະ​ອາໄສ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າ​ຢາເວ​ຕະຫລອດ​ໄປ.ຕະຫລອດໄປ

Biblica, Inc.

https://app.library.bible/content/eab9312f9f16b3a2