ເພງສັນລະເສີນ22
ເຖິງຫົວໜ້ານັກຮ້ອງ ທຳນອງ “ກວາງແຫ່ງເຊົ້າວັນໃໝ່” ບົດເພງສັນລະເສີນຂອງດາວິດ.
1ພຣະເຈົ້າຂອງຂ້ານ້ອຍ, ພຣະເຈົ້າຂອງຂ້ານ້ອຍ, ເປັນຫຍັງພຣະອົງຈຶ່ງປະຖິ້ມຂ້ານ້ອຍ?ດ້ວຍເຫດໃດພຣະອົງຈຶ່ງຢູ່ຫ່າງໄກ ບໍ່ມາຊ່ວຍຂ້ານ້ອຍ?ຢູ່ຫ່າງໄກ ບໍ່ຟັງຄຳຄ່ຳຄວນຂອງຂ້ານ້ອຍ?2ຂ້າແດ່ພຣະເຈົ້າຂອງຂ້ານ້ອຍ ຂ້ານ້ອຍຮ້ອງຫາຕະຫລອດທັງກາງເວັນ ແຕ່ພຣະອົງກໍບໍ່ຕອບ,ຍາມກາງຄືນຂ້ານ້ອຍກໍບໍ່ໄດ້ຢຸດພັກ. 3ເຖິງປານນັ້ນພຣະອົງກໍຄອງບັນລັງໃນຖານະອົງບໍລິສຸດ,ພຣະອົງເປັນທີ່ສັນລະເສີນຂອງອິດສະຣາເອນ. 4ບັນພະບຸລຸດຂອງພວກຂ້ານ້ອຍໄດ້ໄວ້ໃຈໃນພຣະອົງ;ພວກເຂົາໄດ້ໄວ້ໃຈໃນພຣະອົງ ແລະ ພຣະອົງກໍໄດ້ກອບກູ້ພວກເຂົາ.5ພວກເຂົາຮ້ອງຫາພຣະອົງ ແລະ ໄດ້ຮັບການກອບກູ້;ພວກເຂົາໄດ້ໄວ້ໃຈໃນພຣະອົງ ແລະ ບໍ່ຕ້ອງອັບອາຍ.6ແຕ່ຂ້ານ້ອຍເປັນໜອນ ແລະ ບໍ່ແມ່ນຄົນ,ຖືກທຸກຄົນດູຖູກ, ຖືກຄົນທັງຫລາຍໝິ່ນປະໝາດ.7ທຸກຄົນທີ່ເຫັນຂ້ານ້ອຍຕ່າງກໍເຢາະເຢີ້ຍຂ້ານ້ອຍ;ພວກເຂົາງຶກຫົວ ແລະ ເວົ້າດູຖູກຂ້ານ້ອຍ.8ພວກເຂົາເວົ້າວ່າ, “ລາວໄວ້ໃຈໃນພຣະເຈົ້າຢາເວ,ກໍໃຫ້ພຣະເຈົ້າຢາເວຊ່ວຍລາວ.ໃນເມື່ອພຣະອົງພໍໃຈໃນລາວກໍໃຫ້ພຣະອົງກອບກູ້ເອົາລາວ”.9ເຖິງປານນັ້ນພຣະອົງກໍໄດ້ນຳຂ້ານ້ອຍອອກມາຈາກມົດລູກ;ພຣະອົງເຮັດໃຫ້ຂ້ານ້ອຍໄວ້ໃຈໃນພຣະອົງຕັ້ງແຕ່ຢູ່ໃນອ້ອມເອິກຂອງແມ່ຂອງຂ້ານ້ອຍ.10ຕັ້ງແຕ່ເກີດ ຂ້ານ້ອຍກໍຖືກປະຖິ້ມໄວ້ກັບພຣະອົງ;ຕັ້ງແຕ່ຂ້ານ້ອຍຍັງຢູ່ໃນມົດລູກຂອງແມ່ຂອງຂ້ານ້ອຍ ພຣະອົງກໍເປັນພຣະເຈົ້າຂອງຂ້ານ້ອຍແລ້ວ.11ຂໍຢ່າໄດ້ຢູ່ໄກຈາກຂ້ານ້ອຍ,ເພາະຄວາມເດືອດຮ້ອນນັ້ນແມ່ນຢູ່ໃກ້ແລະ ບໍ່ມີຜູ້ໃດຊ່ວຍໄດ້ເລີຍ.12ງົວຈຳນວນຫລາຍໄດ້ອ້ອມຮອບຂ້ານ້ອຍໄວ້;ຝູງງົວເຖິກແຫ່ງບາຊານໄດ້ປິດລ້ອມຂ້ານ້ອຍ.13ພວກມັນເປີດປາກກວ້າງໃສ່ຂ້ານ້ອຍເໝືອນໂຕສິງກຳລັງຮ້ອງທີ່ຈະກັດຈີກເຫຍື່ອຂອງຕົນ.14ກຳລັງຂອງຂ້ານ້ອຍຖືກຖອກອອກໄປເໝືອນດັ່ງນ້ຳ.ແລະ ກະດູກທັງໝົດຂອງຂ້ານ້ອຍກໍຫລຸດຈາກຂໍ້ຕໍ່.ຫົວໃຈຂອງຂ້ານ້ອຍກໍກາຍເປັນຂີ້ເຜິ້ງມັນລະລາຍຢູ່ພາຍໃນຂ້ານ້ອຍ.15ປາກຂອງຂ້ານ້ອຍກໍແຫ້ງໄປເໝືອນດັ່ງດິນເຜົາ,ແລະ ລີ້ນຂອງຂ້ານ້ອຍກໍເກາະຕິດຢູ່ທີ່ເພດານປາກ;ພຣະອົງປ່ອຍໃຫ້ຂ້ານ້ອຍນອນ ເກືອກຂີ້ຝຸ່ນດິນແຫ່ງຄວາມຕາຍ.16ໝາທັງຫລາຍໄດ້ລ້ອມຂ້ານ້ອຍໄວ້,ກຸ່ມຄົນຊົ່ວຮ້າຍກໍໄດ້ປິດລ້ອມຂ້ານ້ອຍ;ພວກເຂົາໄດ້ແທງມື ແລະ ຕີນຂອງຂ້ານ້ອຍ.17ກະດູກທັງໝົດຂອງຂ້ານ້ອຍກໍຢູ່ໃນທີ່ແຈ້ງ;ຄົນທັງຫລາຍຕ່າງກໍຈ້ອງເບິ່ງ ແລະ ເບິ່ງມາທີ່ຂ້ານ້ອຍ.18ພວກເຂົາເອົາເຄື່ອງນຸ່ງຂອງຂ້ານ້ອຍມາແບ່ງກັນແລະ ເອົາເສື້ອຜ້າຂອງຂ້ານ້ອຍມາຈັບສະຫລາກ.19ຂ້າແດ່ພຣະເຈົ້າຢາເວ ສ່ວນພຣະອົງແລ້ວ ຂໍຢ່າໄດ້ຢູ່ໄກຈາກຂ້ານ້ອຍເລີຍ.ພຣະອົງເປັນກຳລັງຂອງຂ້ານ້ອຍ; ໂຜດຟ້າວມາຊ່ວຍຂ້ານ້ອຍດ້ວຍ.20ຂໍໂຜດຊ່ວຍຂ້ານ້ອຍໃຫ້ພົ້ນຈາກດາບ,ຂໍໂຜດຊ່ວຍຊີວິດອັນມີຄ່າຂອງຂ້ານ້ອຍໃຫ້ພົ້ນຈາກອຳນາດຂອງໝາເຫລົ່ານັ້ນ.21ກອບກູ້ຂ້ານ້ອຍໃຫ້ພົ້ນຈາກປາກສິງ;ຂໍຊ່ວຍຂ້ານ້ອຍໃຫ້ຫລຸດພົ້ນຈາກເຂົາຂອງງົວປ່າ.22ຂ້ານ້ອຍຈະປະກາດນາມຂອງພຣະອົງແກ່ພີ່ນ້ອງຮ່ວມຊາດຂອງຂ້ານ້ອຍ;ຈະສັນລະເສີນພຣະອົງໃນທີ່ປະຊຸມ.23ພວກທ່ານທັງຫລາຍທີ່ຢຳເກງພຣະເຈົ້າຢາເວ ຈົ່ງສັນລະເສີນພຣະອົງ!ພວກທ່ານທຸກຄົນທີ່ເປັນເຊື້ອສາຍຂອງຢາໂຄບ ຈົ່ງຖວາຍກຽດແດ່ພຣະອົງ!ຈົ່ງຢຳເກງພຣະອົງ, ພວກທ່ານທຸກຄົນຜູ້ເປັນເຊື້ອສາຍຂອງອິດສະຣາເອນ!24ເພາະພຣະອົງບໍ່ໄດ້ໝິ່ນປະໝາດ ຫລື ດູຖູກຄວາມທຸກທໍລະມານຂອງຜູ້ທີ່ທຸກຍາກ;ພຣະອົງບໍ່ໄດ້ເຊື່ອງໜ້າຂອງພຣະອົງໄວ້ຈາກລາວແຕ່ໄດ້ຟັງສຽງຮ້ອງຂໍຄວາມຊ່ວຍເຫລືອຂອງລາວ.25ເພາະພຣະອົງ ຂ້ານ້ອຍຈຶ່ງຮ້ອງສັນລະເສີນໃນທີ່ຊຸມນຸມໃຫຍ່;ຂ້ານ້ອຍຈະເຮັດຕາມຄຳປະຕິຍານຂອງຂ້ານ້ອຍ ໃຫ້ສຳເລັດຕໍ່ໜ້າບັນດາຜູ້ທີ່ຢຳເກງພຣະອົງ.26ຄົນທຸກຍາກຈະໄດ້ກິນ ແລະ ອິ່ມໜຳ;ບັນດາຜູ້ທີ່ສະແຫວງຫາພຣະເຈົ້າຢາເວກໍຈະສັນລະເສີນພຣະອົງຂໍໃຫ້ຈິດໃຈຂອງພວກທ່ານທັງຫລາຍມີຊີວິດຢູ່ຕະຫລອດໄປ!27ທົ່ວທຸກມຸມໂລກຈະຈົດຈຳ ແລະ ຫັນມາຫາພຣະເຈົ້າຢາເວ,ແລະ ທຸກຄອບຄົວຂອງຊົນຊາດທັງຫລາຍຈະກາບລົງຕໍ່ໜ້າພຣະອົງ,28ເພາະອຳນາດການປົກຄອງນັ້ນເປັນຂອງພຣະເຈົ້າຢາເວແລະ ພຣະອົງປົກຄອງເໜືອບັນດາປະຊາຊາດເຫລົ່ານັ້ນ.29ຄົນຮັ່ງມີທຸກຄົນໃນແຜ່ນດິນໂລກນີ້ຈະສະເຫລີມສະຫລອງ ແລະ ນະມັດສະການພຣະອົງ;ທຸກຄົນທີ່ຕ້ອງກັບສູ່ຂີ້ຝຸ່ນດິນກໍຈະຄຸເຂົ່າລົງຕໍ່ໜ້າພຣະອົງຄືບັນດາຜູ້ທີ່ບໍ່ສາມາດຮັກສາຊີວິດຂອງຕົນໄວ້ໄດ້.30ບັນດາລູກຫລານຈະຮັບໃຊ້ພຣະອົງ;ມະນຸດຈະກ່າວເຖິງອົງພຣະຜູ້ເປັນເຈົ້າໃຫ້ຄົນລຸ້ນຕໍ່ໄປຟັງ.31ພວກເຂົາຈະປະກາດຄວາມຊອບທຳຂອງພຣະອົງ,ປະກາດແກ່ຄົນລຸ້ນຫລັງທີ່ຍັງບໍ່ທັນເກີດມາວ່າ:ພຣະອົງໄດ້ເຮັດຢ່າງນັ້ນແລ້ວ!Biblica, Inc.