ເພງສັນລະເສີນ21
ເຖິງຫົວໜ້ານັກຮ້ອງ ບົດເພງສັນລະເສີນຂອງດາວິດ.
1ຂ້າແດ່ພຣະເຈົ້າຢາເວ, ກະສັດຊື່ນຊົມຍິນດີໃນກຳລັງຂອງພຣະອົງ.ຄວາມຍິນດີຂອງເພິ່ນໃນໄຊຊະນະທີ່ພຣະອົງມອບໃຫ້ນັ້ນຍິ່ງໃຫຍ່!2ພຣະອົງໄດ້ໃຫ້ເພິ່ນຕາມທີ່ໃຈຂອງເພິ່ນປາຖະໜາບໍ່ໄດ້ໜ່ວງໜ່ຽວສິ່ງທີ່ຮີມສົບຂອງເພິ່ນຂໍ.3ພຣະອົງໄດ້ຕ້ອນຮັບເພິ່ນດ້ວຍພຣະພອນອັນອຸດົມແລະ ໄດ້ສວມມົງກຸດຄຳບໍລິສຸດເທິງຫົວຂອງເພິ່ນ.4ເພິ່ນໄດ້ຂໍຊີວິດ ແລະ ພຣະອົງກໍໄດ້ມອບຊີວິດນັ້ນໃຫ້ແກ່ເພິ່ນວັນຄືນແຫ່ງຊີວິດຂອງເພິ່ນຈຶ່ງຍືນຍົງຕະຫລອດໄປ.5ສະຫງ່າລາສີຂອງເພິ່ນແມ່ນຍິ່ງໃຫຍ່ໂດຍໄຊຊະນະທີ່ພຣະອົງມອບໃຫ້;ພຣະອົງໄດ້ມອບຄວາມສະຫງ່າງາມ ແລະ ບາລະມີໃຫ້ແກ່ເພິ່ນ.6ແນ່ນອນ ພຣະອົງໄດ້ໃຫ້ພຣະພອນແກ່ເພິ່ນຢ່າງບໍ່ຢຸດຢັ້ງແລະ ເຮັດໃຫ້ເພິ່ນຍິນດີກັບຄວາມຍິນດີທີ່ຢູ່ຕໍ່ໜ້າພຣະອົງ.7ເພາະກະສັດວາງໃຈໃນພຣະເຈົ້າຢາເວ;ໂດຍຄວາມຮັກໝັ້ນຄົງຂອງອົງຜູ້ສູງສຸດເພິ່ນຈະບໍ່ຫວັ່ນໄຫວຈັກເທື່ອ.8ມືຂອງພຣະອົງຈະຈັບກຸມສັດຕູທັງໝົດຂອງພຣະອົງ;ມືຂວາຂອງພຣະອົງຈະຢຶດສັດຕູທັງຫລາຍຂອງພຣະອົງໄວ້.9ເມື່ອພຣະອົງມາປາກົດເພື່ອສູ້ຮົບ,ພຣະອົງຈະເຜົາພວກເຂົາເໝືອນກັບເຕົາໄຟທີ່ລຸກຢູ່.ພຣະເຈົ້າຢາເວຈະກືນພວກເຂົາດ້ວຍຄວາມໂກດຮ້າຍຂອງພຣະອົງ,ແລະ ໄຟຂອງພຣະອົງຈະເຜົາໄໝ້ພວກເຂົາ.10ພຣະອົງຈະທຳລາຍເຊື້ອສາຍຂອງພວກເຂົາຈາກແຜ່ນດິນໂລກກຳຈັດເຜົ່າພັນຂອງພວກເຂົາຈາກມວນມະນຸດ.11ເຖິງວ່າພວກເຂົາໄດ້ຄິດຮ້າຍຕໍ່ພຣະອົງແລະ ວາງແຜນຊົ່ວ ພວກເຂົາກໍບໍ່ສາມາດເຮັດໃຫ້ສຳເລັດໄດ້.12ເພາະພຣະອົງຈະເຮັດໃຫ້ພວກເຂົາຫັນຫລັງໜີໄປເມື່ອພຣະອົງແນທະນູໄປທີ່ພວກເຂົາ.13ຂ້າແດ່ພຣະເຈົ້າຢາເວ ຂໍເຊີດຊູກຳລັງຂອງພຣະອົງ;ພວກຂ້ານ້ອຍຈະຮ້ອງເພງ ແລະ ສັນລະເສີນລິດອຳນາດຂອງພຣະອົງ.Biblica, Inc.