ເພງສັນລະເສີນ20
ເຖິງຫົວໜ້ານັກຮ້ອງ ບົດເພງສັນລະເສີນຂອງດາວິດ.
1ຂໍພຣະເຈົ້າຢາເວຕອບທ່ານໃນຍາມທີ່ທ່ານໂສກເສົ້າ;ຂໍໃຫ້ນາມຂອງພຣະເຈົ້າຂອງຢາໂຄບຄຸ້ມຄອງທ່ານ2ຂໍພຣະອົງສົ່ງຄວາມຊ່ວຍເຫລືອຈາກສະຖານນະມັດສະການມາໃຫ້ທ່ານແລະ ສະໜັບສະໜູນທ່ານຈາກຊີໂອນ.3ຂໍພຣະອົງລະນຶກເຖິງເຄື່ອງບູຊາທັງໝົດທີ່ທ່ານໄດ້ຖວາຍແລະ ຮັບເຄື່ອງເຜົາບູຊາຂອງທ່ານ.4ຂໍພຣະອົງໃຫ້ທ່ານຕາມທີ່ທ່ານປາຖະໜາໃນໃຈແລະ ຂໍເຮັດໃຫ້ແຜນການທັງໝົດຂອງທ່ານນັ້ນສຳເລັດ.5ຂໍໃຫ້ພວກເຮົາໂຫ່ຮ້ອງຍິນດີເພາະໄຊຊະນະຂອງທ່ານແລະ ຍົກທຸງໃນນາມຂອງພຣະເຈົ້າຂອງພວກເຮົາ.ຂໍພຣະເຈົ້າຢາເວຕອບຄຳອະທິຖານຂອງທ່ານທຸກປະການ.6ບັດນີ້ ຂ້ານ້ອຍຮູ້ວ່າ:ພຣະເຈົ້າຢາເວມອບໄຊຊະນະໃຫ້ຜູ້ທີ່ໄດ້ເຈີມໄວ້.ພຣະອົງໄດ້ຕອບລາວຈາກສະຖານນະມັດສະການແຫ່ງຟ້າສະຫວັນຂອງພຣະອົງດ້ວຍລິດອຳນາດແຫ່ງໄຊຊະນະໃນມືຂວາຂອງພຣະອົງ.7ບາງຄົນໄວ້ວາງໃຈໃນລົດຮົບ ແລະ ບາງຄົນກໍໄວ້ວາງໃຈໃນມ້າ,ແຕ່ພວກເຮົາໄວ້ວາງໃຈໃນນາມຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ.8ພວກເຂົາຈະລົ້ມລົງ ແລະ ພ່າຍແພ້ແຕ່ພວກເຮົາຈະລຸກຂຶ້ນ ແລະ ຕັ້ງໝັ້ນຄົງ9ຂ້າແດ່ພຣະເຈົ້າຢາເວ, ໂຜດມອບໄຊຊະນະໃຫ້ແກ່ກະສັດ!ຂໍໂຜດຕອບເມື່ອເວລາທີ່ພວກຂ້ານ້ອຍຮ້ອງຫາພຣະອົງ!Biblica, Inc.