ເພງສັນລະເສີນ19
ເຖິງຫົວໜ້ານັກຮ້ອງ ບົດເພງສັນລະເສີນຂອງດາວິດ.
1ຟ້າສະຫວັນປະກາດສະຫງ່າລາສີຂອງພຣະເຈົ້າ;ທ້ອງຟ້າປະກາດຜົນງານຂອງມືຂອງພຣະອົງ.2ມື້ໃດກໍຕາມຟ້າສະຫວັນກັບທ້ອງຟ້າຕ່າງກໍກ່າວເຖິງພຣະເຈົ້າ;ຄືນໃດກໍຕາມພວກມັນກໍເປີດເຜີຍຄວາມຮູ້.3ພວກມັນບໍ່ມີຄຳກ່າວ, ພວກມັນບໍ່ມີຖ້ອຍຄຳ;ບໍ່ໄດ້ຍິນສຽງໃດຈາກພວກມັນ.4ແຕ່ເຖິງປານນັ້ນສຽງຂອງພວກມັນກໍຍັງອອກໄປທົ່ວໂລກ,ຖ້ອຍຄຳຂອງພວກມັນໄປເຖິງສຸດປາຍແຜ່ນດິນໂລກ.ພຣະອົງໄດ້ກຳນົດຕຳແໜ່ງຂອງຕາເວັນໄວ້ເທິງຟ້າສະຫວັນ.5ເຊິ່ງເປັນເໝືອນເຈົ້າບ່າວທີ່ກຳລັງອອກມາຈາກຫ້ອງຂອງຕົນ,ເໝືອນນັກກິລາຜູ້ຍິ່ງໃຫຍ່ທີ່ກຳລັງຊື່ນຊົມຍິນດີແລ່ນເຂົ້າສູ່ການແຂ່ງຂັນຂອງຕົນ.6ຕາເວັນຂຶ້ນຈາກຟາກໜຶ່ງຂອງຟ້າສະຫວັນແລະ ໂຄຈອນໄປຍັງອີກຟາກໜຶ່ງ;ບໍ່ມີສິ່ງໃດຫລົບລີ້ຈາກຄວາມຮ້ອນຂອງມັນໄດ້.7ກົດບັນຍັດຂອງພຣະເຈົ້າຢາເວແມ່ນສົມບູນ,ຟື້ນຟູຈິດວິນຍານ.ກົດເກນຂອງພຣະເຈົ້າຢາເວເປັນທີ່ເຊື່ອຖືໄດ້,ເຮັດໃຫ້ຄົນທີ່ຮູ້ໜ້ອຍມີປັນຍາ.8ຂໍ້ບັງຄັບຂອງພຣະເຈົ້າຢາເວນັ້ນຖືກຕ້ອງ,ໃຫ້ຄວາມຊື່ນຊົມຍິນດີແກ່ຈິດໃຈ.ຂໍ້ຄຳສັ່ງຂອງພຣະເຈົ້າຢາເວແມ່ນຊັດເຈນ,ໃຫ້ຄວາມສະຫວ່າງແກ່ຕາ.9ຄວາມຢຳເກງພຣະເຈົ້າຢາເວນັ້ນບໍລິສຸດຍືນຍົງຕະຫລອດໄປ.ດຳລັດຂອງພຣະເຈົ້າຢາເວນັ້ນແນ່ນອນ,ແລະ ທັງໝົດນັ້ນຊອບທຳ.10ຂໍ້ປະຕິບັດນັ້ນລ້ຳຄ່າຍິ່ງກວ່າຄຳ,ລ້ຳຄ່າຍິ່ງກວ່າຄຳບໍລິສຸດ;ຂໍ້ປະຕິບັດນັ້ນຫວານກວ່ານ້ຳເຜິ້ງ,ຫວານກວ່ານ້ຳເຜິ້ງທີ່ຍ້ອຍລົງຈາກຮັງເຜິ້ງ.11ສິ່ງເຫລົ່ານີ້ໄດ້ຕັກເຕືອນຜູ້ຮັບໃຊ້ຂອງພຣະອົງ;ຄົນໃດທີ່ປະຕິບັດຕາມສິ່ງເຫລົ່ານີ້ຈະໄດ້ຮັບລາງວັນຍິ່ງໃຫຍ່.12ແຕ່ຜູ້ໃດສາມາດສັງເກດເຫັນຄວາມຜິດພາດຂອງຕົນ?ຂໍໂຜດອະໄພຄວາມຜິດທີ່ປິດບັງໄວ້ຂອງຂ້ານ້ອຍ.13ຂໍໂຜດຢັບຢັ້ງຜູ້ຮັບໃຊ້ຂອງພຣະອົງບໍ່ໃຫ້ເຮັດບາບໂດຍຕັ້ງໃຈ;ຂໍຢ່າໃຫ້ຄວາມບາບເຫລົ່ານັ້ນປົກຄອງຂ້ານ້ອຍ.ແລ້ວຂ້ານ້ອຍກໍຈະບໍ່ມີຕຳໜິ,ບໍລິສຸດຈາກການລ່ວງລະເມີດອັນໃຫຍ່ຫລວງ.14ຂໍໃຫ້ວາຈາທີ່ອອກມາຈາກປາກຂອງຂ້ານ້ອຍ ແລະ ການສຳນຶກໃນໃຈຂອງຂ້ານ້ອຍນັ້ນເປັນທີ່ພໍໃຈໃນສາຍຕາຂອງພຣະອົງ,ຂ້າແດ່ພຣະເຈົ້າຢາເວ, ຜູ້ເປັນສີລາຂອງຂ້ານ້ອຍ ແລະ ເປັນພຣະຜູ້ໄຖ່ຂອງຂ້ານ້ອຍ.Biblica, Inc.