ເພງສັນລະເສີນ1

1ຄວາມສຸກ​ເປັນ​ຂອງ​ບຸກ​ຄົນຜູ້​ທີ່​ບໍ່​ເດີນ​ຕາມ​ຮອຍ​ຕີນ​ຂອງ​ຄົນ​ຊົ່ວຮ້າຍຫລື ຢືນ​ຢູ່​ໃນ​ທາງ​ຂອງ​ຄົນບາບຫລື ນັ່ງ​ຢູ່​ໃນ​ບ່ອນ​ນັ່ງ​ຂອງ​ຄົນ​ມັກ​ເຢາະເຢີ້ຍ,2ແຕ່​ພວກເຂົາ​ຍິນດີ​ໃນ​ກົດບັນຍັດ​ຂອງ​ພຣະເຈົ້າ​ຢາເວ,ແລະ ສຳນຶກ​ກົດບັນຍັດ​ຂອງ​ພຣະອົງ​ທັງ​ກາງ​ເວັນ ແລະ ກາງ​ຄືນ.3ພວກເຂົາ​ເປັນ​ເໝືອນ​ຕົ້ນໄມ້​ທີ່​ປູກ​ໄວ້​ແຄມ​ນ້ຳເຊິ່ງ​ອອກ​ຜົນ​ຕາມ​ລະດູແລະ ໃບ​ກໍ​ບໍ່​ຫ່ຽວ​ແຫ້ງສິ່ງໃດ​ກໍ​ຕາມ​ທີ່​ພວກເຂົາ​ເຮັດ​ກໍ​ຈະເລີນ​ຮຸ່ງເຮືອງ.
4ສ່ວນ​ຄົນ​ຊົ່ວຮ້າຍ​ບໍ່​ເປັນ​ດັ່ງ​ນັ້ນ!ພວກເຂົາ​ເປັນ​ເໝືອນ​ຂີ້ແກບເຊິ່ງ​ລົມ​ພັດ​ປິວ​ໄປ.5ດັ່ງນັ້ນ ຄົນ​ຊົ່ວຮ້າຍ​ຈະ​ຢືນ​ຢູ່​ບໍ່​ໄດ້​ໃນ​ວັນ​ພິພາກສາ,ແລະ ຄົນບາບ​ກໍ​ຈະ​ບໍ່​ຢູ່​ໃນ​ບ່ອນ​ຊຸມນຸມ​ຂອງ​ຄົນຊອບທຳ.
6ເພາະ​ພຣະເຈົ້າ​ຢາເວ​ໄດ້​ເຝົ້າ​ເບິ່ງ​ທາງ​ຂອງ​ຄົນຊອບທຳແຕ່​ທາງ​ຂອງ​ຄົນ​ຊົ່ວຮ້າຍ​ຈະ​ຈິບຫາຍ​ໄປ.

Biblica, Inc.

https://app.library.bible/content/eab9312f9f16b3a2