ເພງສັນລະເສີນ18

ເຖິງ​ຫົວໜ້າ​ນັກຮ້ອງ ບົດ​ເພງສັນລະເສີນ​ຂອງ​ດາວິດ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ຢາເວ. ເພິ່ນ​ໄດ້​ຮ້ອງ​ຖວາຍ​ແດ່​ພຣະເຈົ້າ​ຢາເວ ເມື່ອ​ເວລາ​ທີ່​ພຣະເຈົ້າ​ຢາເວ​ຊ່ວຍກູ້​ເພິ່ນ​ອອກ​ມາ​ຈາກ​ມື​ຂອງ​ສັດຕູ​ທັງໝົດ​ຂອງ​ເພິ່ນ ແລະ ອອກ​ຈາກ​ມື​ຂອງ​ໂຊໂລໂມນ​ດ້ວຍ. ເພິ່ນ​ກ່າວ​ວ່າ:

1ຂ້າແດ່​ພຣະເຈົ້າ​ຢາເວ, ຜູ້​ເປັນ​ກຳລັງ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ຮັກ​ພຣະອົງ.
2ພຣະເຈົ້າ​ຢາເວ​ເປັນ​ສີລາ ເປັນ​ປ້ອມ​ປ້ອງກັນ ແລະ ຜູ້​ຊ່ວຍກູ້​ຂອງ​ຂ້ານ້ອຍ;ພຣະເຈົ້າ​ຂອງ​ຂ້ານ້ອຍ​ນັ້ນ​ເປັນ​ສີລາ​ທີ່​ຂ້ານ້ອຍ​ເຂົ້າ​ໄປ​ລີ້ໄພ,ເປັນ​ໂລ່  ແລະ ເປັນ​ເຂົາ​ສັດ  ​ແຫ່ງ​ຄວາມພົ້ນ, ເປັນ​ທີ່​ໝັ້ນ​ຂອງ​ຂ້ານ້ອຍ.
3ຂ້ານ້ອຍ​ຮ້ອງ​ຕໍ່​ພຣະເຈົ້າ​ຢາເວ ຜູ້​ທີ່​ສົມຄວນ​ແກ່​ການ​ສັນລະເສີນ,ແລ້ວ​ຂ້ານ້ອຍ​ກໍ​ໄດ້​ຮັບ​ການ​ຊ່ວຍ​ໃຫ້​ຫລຸດ​ພົ້ນ​ຈາກ​ບັນດາ​ສັດຕູ​ຂອງ​ຂ້ານ້ອຍ.4ເຊືອກ​ແຫ່ງ​ຄວາມ​ຕາຍ​ໄດ້​ພັນ​ຂ້ານ້ອຍ​ໄວ້ກະແສ​ແຫ່ງ​ຄວາມ​ຈິບຫາຍ​ກໍ​ໄດ້​ຄອບງຳ​ຂ້ານ້ອຍ.5ເຊືອກ​ຂອງ​ຂຸມຝັງສົບ​ກໍ​ພັນ​ອ້ອມ​ໂຕ​ຂ້ານ້ອຍ​ໄວ້;ບ້ວງແຮ້ວ​ແຫ່ງ​ຄວາມ​ຕາຍ​ຢູ່​ຕໍ່ໜ້າ​ຂ້ານ້ອຍ.
6ໃນ​ຍາມ​ທຸກໃຈ ຂ້ານ້ອຍ​ໄດ້​ຮ້ອງ​ຫາ​ພຣະເຈົ້າ​ຢາເວ;ຂ້ານ້ອຍ​ຮ້ອງ​ຂໍ​ຄວາມ​ຊ່ວຍເຫລືອ​ຈາກ​ພຣະເຈົ້າ​ຂອງ​ຂ້ານ້ອຍ.ພຣະອົງ​ຟັງ​ສຽງ​ຂອງ​ຂ້ານ້ອຍ​ຈາກ​ວິຫານ​ຂອງ​ພຣະອົງ;ສຽງ​ຮ້ອງ​ຂອງ​ຂ້ານ້ອຍ​ໄປ​ເຖິງ​ພຣະອົງ, ເຂົ້າ​ໄປ​ໃນ​ຫູ​ຂອງ​ພຣະອົງ.7ແຜ່ນດິນ​ໂລກ​ສັ່ນສະເທືອນ ແລະ ໄຫວ,ແລະ ຮາກຖານ​ຂອງ​ພູເຂົາ​ທັງຫລາຍ​ກໍ​ສັ່ນ​ຄອນ;ພູເຂົາ​ເຫລົ່ານັ້ນ​ສັ່ນສະເທືອນ​ເພາະ​ພຣະອົງ​ໃຈຮ້າຍ.8ຄວັນ​ພຸ່ງ​ອອກ​ມາ​ຈາກ​ຮູດັງ​ຂອງ​ພຣະອົງ;ແປວ​ໄຟ​ທີ່​ເຜົາໄໝ້​ຢູ່​ກໍ​ອອກ​ມາ​ຈາກ​ປາກ​ຂອງ​ພຣະອົງ,ຖ່ານຫີນ​ທີ່​ເຜົາໄໝ້​ຢູ່​ກໍ​ອອກ​ມາ​ຈາກ​ປາກ​ຂອງ​ພຣະອົງ.9ພຣະອົງ​ໄດ້​ເປີດ​ຟ້າ​ສະຫວັນ ແລະ ໄດ້​ລົງ​ມາ;ເມກ​ມືດ​ໜາ​ນັ້ນ​ກໍ​ຢູ່​ໃຕ້​ຕີນ​ຂອງ​ພຣະອົງ.10ພຣະອົງ​ຂຶ້ນ​ຂີ່​ເຄຣຸບ ແລະ ບິນ​ລົງ​ມາ;ພຣະອົງ​ບິນ​ດ້ວຍ​ປີກ​ແຫ່ງ​ກະແສ​ລົມ.11ພຣະອົງ​ໃຫ້​ຄວາມ​ມືດ​ປົກຄຸມ​ເປັນ​ຮົ່ມເງົາ​ອ້ອມ​ຮອບ​ພຣະອົງໃຫ້​ເມກ​ຝົນ​ອັນ​ມືດ​ຄື້ມ​ໃນ​ທ້ອງຟ້າ​ຢູ່​ອ້ອມ​ພຣະອົງ12ແສງ​ສະຫວ່າງ​ກ້າ​ແຫ່ງ​ການ​ມາ​ປາກົດ​ຂອງ​ພຣະອົງ​ທະລຸ​ຜ່ານ​ໝູ່​ເມກ​ອອກ​ມາ,ພ້ອມ​ດ້ວຍ​ພະຍຸ​ໝາກເຫັບ ແລະ ສາຍ​ຟ້າ​ຜ່າ.13ພຣະເຈົ້າ​ຢາເວ​ເປັ່ງ​ສຽງ​ຟ້າຮ້ອງ​ຈາກ​ຟ້າສະຫວັນ;ສຽງ​ຂອງ​ອົງ​ຜູ້​ສູງສຸດ​ດັງ​ກ້ອງ. 14ພຣະອົງ​ຍິງ​ລູກທະນູ​ຂອງ​ພຣະອົງ ແລ້ວ​ເຮັດ​ໃຫ້​ບັນດາ​ສັດຕູ​ກະຈັດກະຈາຍ​ໄປ,ພຣະອົງ​ສົ່ງ​ຟ້າ​ແມບ ເຮັດ​ໃຫ້​ພວກເຂົາ​ແຕກໜີ​ໄປ.15ເມື່ອ​ພຣະເຈົ້າ​ຢາເວ​ກ່າວ​ເຕືອນ,ເມື່ອ​ລົມ​ພຸ່ງ​ອອກ​ຈາກ​ດັງ​ຂອງ​ພຣະອົງ,ຮ່ອມພູ​ໃນ​ທະເລ​ກໍ​ເຜີຍ​ອອກຮາກຖານ​ຂອງ​ໂລກ​ກໍ​ປາກົດ.
16ພຣະອົງ​ໄດ້​ຍື່ນ​ມື​ຈາກ​ເບື້ອງ​ເທິງ​ລົງ​ມາ ແລະ ຈັບ​ຂ້ານ້ອຍ​ໄວ້;ພຣະອົງ​ດຶງ​ຂ້ານ້ອຍ​ອອກ​ມາ​ຈາກ​ນ້ຳ​ເລິກ.17ພຣະອົງ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ສັດຕູ​ຜູ້​ມີ​ອຳນາດ,ຈາກ​ສັດຕູ​ຂອງ​ຂ້ານ້ອຍ ເຊິ່ງ​ແຂງແຮງ​ກວ່າ​ຂ້ານ້ອຍ.18ພວກເຂົາ​ບຸກ​ໂຈມຕີ​ຂ້ານ້ອຍ​ໃນ​ຍາມ​ທີ່​ຂ້ານ້ອຍ​ປະສົບ​ໄພພິບັດແຕ່​ພຣະເຈົ້າ​ຢາເວ​ໄດ້​ຄ້ຳ​ຊູ​ຂ້ານ້ອຍ​ໄວ້.19ພຣະອົງ​ນຳ​ຂ້ານ້ອຍ​ອອກ​ມາ​ຍັງ​ບ່ອນ​ກວ້າງ​ຂວາງ;ພຣະອົງ​ກອບກູ້​ຂ້ານ້ອຍ​ໄວ້​ເພາະ​ພຣະອົງ​ຍິນດີ​ໃນ​ຕົວ​ຂອງ​ຂ້ານ້ອຍ.
20ພຣະເຈົ້າ​ຢາເວ​ໄດ້​ຕອບ​ແທນ​ຂ້ານ້ອຍ​ຕາມ​ຄວາມ​ຊອບທຳ​ຂອງ​ຂ້ານ້ອຍ.ມອບ​ບຳເໜັດ​ໃຫ້​ຂ້ານ້ອຍ​ເພາະ​ຂ້ານ້ອຍ​ນັ້ນ​ເປັນ​ຄົນ​ມື​ສະອາດ.21ເພາະ​ຂ້ານ້ອຍ​ໄດ້​ຮັກສາ​ທາງ​ຂອງ​ພຣະເຈົ້າ​ຢາເວ;ຂ້ານ້ອຍ​ບໍ່​ໄດ້​ເຮັດ​ຊົ່ວ​ໂດຍ​ຫັນ​ໄປ​ຈາກ​ພຣະເຈົ້າ​ຂອງ​ຂ້ານ້ອຍ.22ກົດບັນຍັດ​ທຸກຂໍ້​ຂອງ​ພຣະອົງ​ກໍ​ຢູ່​ຕໍ່ໜ້າ​ຂ້ານ້ອຍ;ຂ້ານ້ອຍ​ບໍ່​ໄດ້​ຫັນ​ໄປ​ຈາກ​ດຳລັດ​ຂອງ​ພຣະອົງ.23ຂ້ານ້ອຍ​ບໍ່​ໄດ້​ມີ​ຕຳໜິ​ເມື່ອ​ຢູ່​ຕໍ່ໜ້າ​ພຣະອົງແລະ ໄດ້​ຮັກສາ​ຕົນ​ເອງ​ໃຫ້​ພົ້ນ​ຈາກ​ຄວາມ​ບາບ.24ພຣະເຈົ້າ​ຢາເວ​ໄດ້​ມອບ​ບຳເໜັດ​ໃຫ້​ແກ່​ຂ້ານ້ອຍ​ຕາມ​ຄວາມ​ຊອບທຳ​ຂອງ​ຂ້ານ້ອຍ,ຕາມ​ທີ່​ເຫັນ​ວ່າ​ຂ້ານ້ອຍ​ເປັນ​ຄົນ​ມື​ສະອາດ
25ພຣະອົງ​ໄດ້​ສະແດງ​ພຣະອົງ​ເອງ​ວ່າ​ສັດຊື່​ຕໍ່​ຄົນ​ທີ່​ສັດຊື່,ພຣະອົງ​ໄດ້​ສະແດງ​ພຣະອົງ​ເອງ​ວ່າ​ບໍ່​ມີ​ຕຳໜິ​ຕໍ່​ຄົນ​ທີ່​ບໍ່​ມີ​ຕຳໜິ,26ພຣະອົງ​ໄດ້​ສະແດງ​ພຣະອົງ​ເອງ​ວ່າ​ບໍລິສຸດ​ຕໍ່​ຄົນ​ທີ່​ບໍລິສຸດ,ແຕ່​ພຣະອົງ​ໄດ້​ສະແດງ​ພຣະອົງ​ເອງ​ວ່າ​ສະຫລາດ​ຫລັກແຫລມ​ຕໍ່​ຄົນ​ທີ່​ຫລອກລວງ.27ພຣະອົງ​ໄດ້​ຊ່ວຍ​ຜູ້​ທີ່​ຖ່ອມ​ໃຈ​ລົງ​ໃຫ້​ຫລຸດ​ພົ້ນແຕ່​ພຣະອົງ​ໄດ້​ດຶງ​ບັນດາ​ຄົນ​ທີ່​ຜູ້​ທີ່​ມີ​ຕາ​ຈອງຫອງ​ລົງ​ມາ.28ຂ້າແດ່​ພຣະເຈົ້າ​ຢາເວ ພຣະອົງ​ໄດ້​ຮັກສາ​ຕະກຽງ​ຂອງ​ຂ້ານ້ອຍ​ໃຫ້​ລຸກ​ຢູ່;ພຣະເຈົ້າ​ຂອງ​ຂ້ານ້ອຍ​ໄດ້​ປ່ຽນ​ຄວາມ​ມືດ​ຂອງ​ຂ້ານ້ອຍ​ໃຫ້​ກາຍເປັນ​ຄວາມ​ສະຫວ່າງ.29ຂ້ານ້ອຍ​ສາມາດ​ບຸກ​ໂຈມຕີ​ກອງທັບ​ໄດ້  ດ້ວຍ​ຄວາມ​ຊ່ວຍເຫລືອ​ຈາກ​ພຣະອົງ;ແລະ ຂ້ານ້ອຍ​ປີນ​ຂ້າມ​ກຳແພງ​ເມືອງ​ໄດ້​ໂດຍ​ພຣະເຈົ້າ​ຂອງ​ຂ້ານ້ອຍ.
30ສຳລັບ​ພຣະເຈົ້າ ວິຖີ​ທາງ​ຂອງ​ພຣະອົງ​ນັ້ນ​ແມ່ນ​ດີ​ເລີດ,ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ບໍ່​ມີ​ທີ່​ຕິ;ພຣະອົງ​ເປັນ​ໂລ່​ສຳລັບ​ທຸກຄົນ​ທີ່​ເຂົ້າ​ມາ​ລີ້ໄພ​ໃນ​ພຣະອົງ.31ເພາະ​ນອກ​ຈາກ​ພຣະເຈົ້າ​ຢາເວ​ແລ້ວ​ຜູ້ໃດ​ທີ່​ເປັນ​ພຣະເຈົ້າ?ແລະ ຜູ້ໃດ​ທີ່​ເປັນ​ພຣະສີລາ ນອກຈາກ​ພຣະເຈົ້າ​ຂອງ​ພວກເຮົາ?32ຄື​ພຣະເຈົ້າ​ນີ້​ແຫລະ ທີ່​ເປັນ​ຜູ້​ໃຫ້​ກຳລັງ​ແກ່​ຂ້ານ້ອຍແລະ ຮັກສາ​ຫົນທາງ​ຂອງ​ຂ້ານ້ອຍ​ໃຫ້​ປອດໄພ.33ພຣະອົງ​ໄດ້​ເຮັດ​ໃຫ້​ຕີນ​ຂອງ​ຂ້ານ້ອຍ​ເປັນ​ເໝືອນ​ດັ່ງ​ຕີນ​ກວາງ;ພຣະອົງ​ເຮັດ​ໃຫ້​ຂ້ານ້ອຍ​ຢືນ​ຢູ່​ເທິງ​ທີ່​ສູງ​ໄດ້.34ພຣະອົງ​ໄດ້​ຝຶກ​ມື​ຂອງ​ຂ້ານ້ອຍ​ໃຫ້​ພ້ອມ​ສູ້ຮົບ;ແຂນ​ຂອງ​ຂ້ານ້ອຍ​ຈຶ່ງ​ສາມາດ​ກົ່ງ​ຄັນ​ທະນູ​ທອງສຳລິດ​ໄດ້.35ພຣະອົງ​ໄດ້​ມອບ​ໂລ່​ແຫ່ງ​ໄຊຊະນະ​ຂອງ​ພຣະອົງ​ໃຫ້​ແກ່​ຂ້ານ້ອຍ;ແລະ ຊ່ວຍ​ຊູ​ຂ້ານ້ອຍ​ໄວ້​ດ້ວຍ​ມື​ຂວາ​ຂອງ​ພຣະອົງ;ພຣະອົງ​ໄດ້​ຖ່ອມ​ພຣະອົງ​ເອງ​ລົງ​ເພື່ອ​ເຮັດ​ໃຫ້​ຂ້ານ້ອຍ​ຍິ່ງໃຫຍ່.36ພຣະອົງ​ໄດ້​ເຮັດ​ໃຫ້​ຫົນທາງ​ທີ່​ຂ້ານ້ອຍ​ເດີນ​ໄປ​ນັ້ນ​ກວ້າງຂວາງ,ເພື່ອ​ບໍ່​ໃຫ້​ຂໍ່​ຕີນ​ຂອງ​ຂ້ານ້ອຍ​ພິກ.
37ຂ້ານ້ອຍ​ໄດ້​ໄລ່​ຕາມ​ສັດຕູ​ຂອງ​ຂ້ານ້ອຍ ແລະ ຕາມ​ທັນ​ພວກເຂົາ;ຂ້ານ້ອຍ​ບໍ່​ໄດ້​ຫັນ​ຫລັງ​ກັບ​ຈົນ​ກວ່າ​ພວກເຂົາ​ຖືກ​ທຳລາຍ.38ຂ້ານ້ອຍ​ບຸກ​ໂຈມຕີ​ເພື່ອ​ບໍ່​ໃຫ້​ພວກເຂົາ​ສາມາດ​ລຸກ​ຂຶ້ນ​ມາ​ໄດ້​ອີກ;ພວກເຂົາ​ລົ້ມລົງ​ຢູ່​ໃຕ້​ຕີນ​ຂອງ​ຂ້ານ້ອຍ.39ພຣະອົງ​ໄດ້​ໃຫ້​ກຳລັງ​ຂ້ານ້ອຍ​ເພື່ອ​ສູ້ຮົບ;ພຣະອົງ​ເຮັດ​ໃຫ້​ບັນດາ​ສັດຕູ​ຂອງ​ຂ້ານ້ອຍ​ຖ່ອມ​ລົງ​ຢູ່​ຕໍ່ໜ້າ​ຂ້ານ້ອຍ.40ພຣະອົງ​ໄດ້​ເຮັດ​ໃຫ້​ສັດຕູ​ຂອງ​ຂ້ານ້ອຍ​ຖອຍ​ໜີ​ໄປແລະ ຂ້ານ້ອຍ​ໄດ້​ທຳລາຍ​ລ້າງ​ສັດຕູ​ຂອງ​ຂ້ານ້ອຍ.41ພວກເຂົາ​ຮ້ອງ​ຂໍ​ຄວາມ​ຊ່ວຍເຫລືອ ແຕ່​ບໍ່​ມີ​ຜູ້ໃດ​ຊ່ວຍ​ພວກເຂົາພວກເຂົາ​ໄດ້​ຮ້ອງ​ຂໍ​ຕໍ່​ພຣະເຈົ້າ​ຢາເວ ແຕ່​ພຣະອົງ​ບໍ່​ຕອບ.42ຂ້ານ້ອຍ​ຈຶ່ງ​ຕີ​ພວກເຂົາ​ໃຫ້​ໝຸ່ນ​ເໝືອນ​ກັບ​ຂີ້ຝຸ່ນ​ດິນ​ທີ່​ຖືກ​ລົມ​ພັດ​ໄປ;ຂ້ານ້ອຍ​ຢຽບ​ພວກເຂົາ​ເໝືອນ​ກັບ​ຢຽບ​ຂີ້ຕົມ​ຕາມ​ຖະໜົນ.43ພຣະອົງ​ໄດ້​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ການ​ໂຈມຕີ​ຂອງ​ຄົນ​ທັງຫລາຍ;ພຣະອົງ​ໄດ້​ເຮັດ​ໃຫ້​ຂ້ານ້ອຍ​ເປັນ​ປະມຸກ​ຂອງ​ປະຊາຊາດ​ທັງຫລາຍ.ຄົນ​ທັງຫລາຍ​ທີ່​ຂ້ານ້ອຍ​ບໍ່​ຮູ້​ຈັກ​ກໍ​ມາ​ຮັບໃຊ້​ຂ້ານ້ອຍ,44ຄົນ​ຕ່າງຊາດ​ທັງຫລາຍ​ຕ່າງ​ກໍ​ກົ້ມກາບ​ຕໍ່​ໜ້າ​ຂ້ານ້ອຍ;ທັນທີ​ທີ່​ໄດ້​ຍິນ​ກ່ຽວກັບ​ຂ້ານ້ອຍ, ພວກເຂົາ​ກໍ​ເຊື່ອຟັງ​ຂ້ານ້ອຍ.45ພວກເຂົາ​ລ້ວນ​ແຕ່​ເສຍ​ກຳລັງໃຈ;ພວກເຂົາ​ຕ່າງ​ກໍ​ຕົວ​ສັ່ນ​ອອກ​ມາ​ຈາກ​ຖານ​ທີ່​ໝັ້ນ​ຂອງ​ຕົນ.
46ພຣະເຈົ້າ​ຢາເວ​ນັ້ນ​ມີ​ຊີວິດ​ຢູ່! ຂໍ​ຖວາຍ​ສັນລະເສີນ​ແດ່​ອົງ​ສີລາ​ຂອງ​ຂ້ານ້ອຍ!ຂໍ​ພຣະເຈົ້າ ພຣະຜູ້ຊ່ວຍ​ໃຫ້​ພົ້ນ​ຂອງ​ຂ້ານ້ອຍ​ເປັນ​ທີ່​ຍົກຍ້ອງ​ສັນລະເສີນ!47ພຣະອົງ​ເປັນ​ພຣະເຈົ້າ​ຜູ້​ແກ້ແຄ້ນ​ໃຫ້​ຂ້ານ້ອຍ,ຜູ້​ເຮັດ​ໃຫ້​ຊົນຊາດ​ທັງຫລາຍ​ຍອມ​ຢູ່​ໃຕ້​ຂ້ານ້ອຍ,48ຜູ້​ຊ່ວຍ​ຂ້ານ້ອຍ​ໃຫ້​ຫລຸດ​ພົ້ນ​ຈາກ​ບັນດາ​ສັດຕູ​ຂອງ​ຂ້ານ້ອຍ.ພຣະອົງ​ຍົກ​ຊູ​ຂ້ານ້ອຍ​ຂຶ້ນ​ເໜືອ​ສັດຕູ​ທັງຫລາຍ​ຂອງ​ຂ້ານ້ອຍ;ພຣະອົງ​ໄດ້​ກອບກູ້​ຂ້ານ້ອຍ​ອອກ​ມາ​ຈາກ​ຄົນ​ທີ່​ທາລຸນ.49ຂ້າແດ່​ພຣະເຈົ້າ​ຢາເວ, ເຫດສະນັ້ນ ຂ້ານ້ອຍ​ຈຶ່ງ​ສັນລະເສີນ​ພຣະອົງ​ຢູ່​ທ່າມ​ກາງ​ຊົນຊາດ​ທັງຫລາຍ;ຂ້ານ້ອຍ​ຈະ​ຮ້ອງເພງ​ສັນລະເສີນ​ນາມ​ຂອງ​ພຣະອົງ.
50ພຣະອົງ​ໄດ້​ໃຫ້​ໄຊຊະນະ​ອັນ​ຍິ່ງໃຫຍ່​ແກ່​ກະສັດ​ຂອງ​ພຣະອົງ​;ພຣະອົງ​ໄດ້​ສະແດງ​ຄວາມ​ຮັກ​ອັນ​ໝັ້ນຄົງ​ແກ່​ຜູ້​ທີ່​ພຣະອົງ​ໄດ້​ເຈີມ​ຕັ້ງ​ໄວ້,ຄື​ດາວິດ ແລະ ເຊື້ອສາຍ​ຂອງ​ເພິ່ນ​ຕະຫລອດ​ໄປ.

Biblica, Inc.

https://app.library.bible/content/eab9312f9f16b3a2