ເພງສັນລະເສີນ17

ຄຳ​ອະທິຖານ​ຂອງ​ດາວິດ.

1ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ໂຜດ​ຟັງ​ຄຳ​ອ້ອນວອນ​ຂໍ​ຄວາມ​ຍຸຕິທຳ​ຂອງ​ຂ້ານ້ອຍ;ຂໍ​ໂຜດ​ຟັງ​ຄຳ​ຮ້ອງ​ຂໍ​ຂອງ​ຂ້ານ້ອຍ.ຂໍ​ໂຜດ​ຟັງ​ຄຳ​ອະທິຖານ​ຂອງ​ຂ້ານ້ອຍຄຳ​ອະທິຖານ​ທີ່​ບໍ່​ໄດ້​ມາ​ຈາກ​ຮີມສົບ​ອັນ​ຫລອກລວງ.2ຂໍ​ໃຫ້​ພຣະອົງ​ຕັດສິນ​ວ່າ​ຂ້ານ້ອຍ​ບໍລິສຸດ;ຂໍ​ໃຫ້​ສາຍຕາ​ຂອງ​ພຣະອົງ​ເຫັນ​ສິ່ງ​ທີ່​ຖືກຕ້ອງ.
3ເຖິງ​ວ່າ​ພຣະອົງ​ໄດ້​ພິສູດ​ຈິດໃຈ​ຂອງ​ຂ້ານ້ອຍ,ເຖິງ​ວ່າ​ພຣະອົງ​ໄດ້​ກວດສອບ​ຂ້ານ້ອຍ​ໃນ​ເວລາ​ກາງຄືນ ແລະ ທົດສອບ​ຂ້ານ້ອຍ,ພຣະອົງ​ກໍ​ຈະ​ເຫັນ​ວ່າ​ຂ້ານ້ອຍ​ບໍ່​ໄດ້​ວາງ​ແຜນ​ຊົ່ວຮ້າຍ;ປາກ​ຂອງ​ຂ້ານ້ອຍ​ຈະ​ບໍ່​ເຮັດ​ບາບ.4ເຖິງ​ວ່າ​ຄົນ​ທັງຫລາຍ​ພະຍາຍາມ​ທີ່​ຈະ​ໃຫ້​ສິນບົນ​ຂ້ອຍ​ກໍ​ຕາມ,ຂ້ານ້ອຍ​ກໍ​ຮັກສາ​ຕົນ​ເອງ​ໃຫ້​ພົ້ນ​ຈາກ​ວິຖີ​ທາງ​ຂອງ​ຄວາມ​ຮຸນແຮງດ້ວຍ​ຄຳສັ່ງ​ຈາກ​ປາກ​ຂອງ​ພຣະອົງ.5ບາດ​ກ້າວ​ຂອງ​ຂ້ານ້ອຍ​ໄດ້​ຢຶດໝັ້ນ​ຢູ່​ເທິງ​ວິຖີ​ທາງ​ຂອງ​ພຣະອົງ;ຕີນ​ຂອງ​ຂ້ານ້ອຍ​ຈະ​ໄດ້​ບໍ່​ເຕະ​ສະດຸດ.
6ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ, ຂ້ານ້ອຍ​ຮ້ອງ​ຕໍ່​ພຣະອົງ ເພາະ​ພຣະອົງ​ຈະ​ຕອບ​ຂ້ານ້ອຍ.ຂໍ​ໂຜດ​ງ່ຽງ​ຫູ​ຂອງ​ພຣະອົງ​ຟັງ​ຂ້ານ້ອຍ ແລະ ຟັງ​ຄຳ​ອະທິຖານ​ຂອງ​ຂ້ານ້ອຍ.7ຂໍ​ໂຜດ​ສະແດງ​ການ​ອັດສະຈັນ​ແຫ່ງ​ຄວາມ​ຮັກ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ,ພຣະອົງ​ຜູ້​ຊ່ວຍ​ບັນດາ​ຜູ້​ທີ່​ລີ້ໄພ​ໃນ​ພຣະອົງເພື່ອ​ໃຫ້​ພົ້ນ​ຈາກ​ສັດຕູ​ຂອງ​ພວກເຂົາ​ໂດຍ​ມື​ຂວາ​ຂອງ​ພຣະອົງ.8ຂໍ​ໂຜດ​ປົກປ້ອງ​ຂ້ານ້ອຍ​ເໝືອນດັ່ງ​ແກ້ວຕາ​ຂອງ​ພຣະອົງ;ຂໍ​ເຊື່ອງ​ຂ້ານ້ອຍ​ໄວ້​ໃຕ້​ຮົ່ມ​ປີກ​ຂອງ​ພຣະອົງ9ເພື່ອ​ໃຫ້​ພົ້ນ​ຈາກ​ຄົນ​ຊົ່ວ​ທີ່​ອອກ​ມາ​ທຳລາຍ​ຂ້ານ້ອຍ,ຈາກ​ສັດຕູ​ຄູ່​ອາຄາດ​ທີ່​ຢູ່​ອ້ອມຂ້າງ​ຂ້ານ້ອຍ.
10ພວກເຂົາ​ບໍ່​ມີ​ຄວາມ​ເມດຕາແລະ ປາກ​ຂອງ​ພວກເຂົາ​ກໍ​ກ່າວ​ຄຳ​ໂອ້ອວດ.11ພວກເຂົາ​ໄດ້​ຕິດຕາມ​ຂ້ານ້ອຍ ແລະ ບັດນີ້ ພວກເຂົາ​ກໍ​ໄດ້​ລ້ອມ​ຂ້ານ້ອຍ​ໄວ້.ດ້ວຍ​ສາຍ​ຕາ​ທີ່​ເຝົ້າ​ເບິ່ງ ເພື່ອ​ຈະ​ໂຍນ​ຂ້ານ້ອຍ​ລົງ​ທີ່​ພື້ນ.12ພວກເຂົາ​ເປັນ​ເໝືອນ​ສິງ​ທີ່​ຫິວ​ກະຫາຍ​ຫາ​ເຫຍື່ອ,ເປັນ​ເໝືອນ​ສິງ​ໂຫດຮ້າຍ​ທີ່​ກຳລັງ​ໝອບ​ລີ້​ລໍຖ້າ​ຄຸບ.
13ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ໂຜດ​ລຸກ​ຂຶ້ນ​ປະເຊີນໜ້າ​ກັບ​ຄົນ​ຊົ່ວຮ້າຍ, ໂຄ່ນ​ລົ້ມ​ພວກເຂົາ;ຂໍ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ຄົນ​ຊົ່ວຮ້າຍ​ດ້ວຍ​ດາບ​ຂອງ​ພຣະອົງ.14ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ໂຜດ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ຄົນ​ຢ່າງ​ນີ້​ດ້ວຍ​ມື​ຂອງ​ພຣະອົງ,ຈາກ​ບັນດາ​ຄົນ​ຂອງ​ໂລກ​ນີ້ ເຊິ່ງ​ບຳເໜັດ​ຂອງ​ພວກເຂົາ​ແມ່ນ​ມີ​ຢູ່​ພຽງ​ໃນ​ຊີວິດ​ນີ້.ຂໍ​ໃຫ້​ສິ່ງ​ທີ່​ພຣະອົງ​ໄດ້​ສະສົມ​ໄວ້​ສຳລັບ​ຄົນ​ຊົ່ວຮ້າຍ​ນັ້ນ​ໃຫ້​ເຕີມ​ເຕັມ​ທ້ອງ​ຂອງ​ພວກເຂົາ;ຂໍ​ໃຫ້​ລູກ​ຫລານ​ຂອງ​ພວກເຂົາ​ກິນ​ມັນ​ຢ່າງ​ໂລບມາກຂໍ​ໃຫ້​ເຫລືອ​ໄປ​ເຖິງ​ລູກ​ນ້ອຍໆ​ຂອງ​ພວກເຂົາ​ດ້ວຍ.
15ສຳລັບ​ຂ້ານ້ອຍ​ແລ້ວ, ຂ້ານ້ອຍ​ຈະ​ໄດ້​ຜ່ານ​ການ​ພິສູດ ແລະ ຈະ​ໄດ້​ເຫັນ​ໜ້າ​ຂອງ​ພຣະອົງ;ເມື່ອ​ຂ້ານ້ອຍ​ຕື່ນ​ຂຶ້ນ, ຂ້ານ້ອຍ​ກໍ​ຈະ​ມີ​ຄວາມ​ພໍໃຈ​ທີ່​ໄດ້​ເຫັນ​ລັກສະນະ​ຂອງ​ພຣະອົງ.

Biblica, Inc.

https://app.library.bible/content/eab9312f9f16b3a2