ເພງສັນລະເສີນ16
ມິກທາມ ບົດໜຶ່ງຂອງດາວິດ.
1ຂ້າແດ່ພຣະເຈົ້າ ຂໍໂຜດປົກປ້ອງຂ້ານ້ອຍໃຫ້ປອດໄພ,ເພາະຂ້ານ້ອຍໄດ້ລີ້ໄພໃນພຣະອົງ.2ຂ້ານ້ອຍເວົ້າກັບພຣະເຈົ້າຢາເວວ່າ, “ພຣະອົງເປັນອົງພຣະຜູ້ເປັນເຈົ້າຂອງຂ້ານ້ອຍ;ນອກຈາກພຣະອົງແລ້ວ ຂ້ານ້ອຍບໍ່ມີສິ່ງໃດດີເລີຍ”.3ຂ້ານ້ອຍເວົ້າເຖິງຜູ້ບໍລິສຸດທີ່ຢູ່ໃນແຜ່ນດິນນີ້ວ່າ,“ພວກເຂົາເປັນຜູ້ສູງສົ່ງ ເຊິ່ງເປັນຄວາມຍິນດີທັງໝົດຂອງຂ້ານ້ອຍ”.4ບັນດາຜູ້ທີ່ຕິດຕາມບັນດາພະອື່ນ ກໍຈະທໍລະມານຫລາຍຂຶ້ນອີກ.ຂ້ານ້ອຍຈະບໍ່ຖອກເລືອດຖວາຍເປັນເຄື່ອງບູຊາແກ່ພະເຫລົ່ານັ້ນຫລື ໃຊ້ປາກເວົ້າອອກຊື່ຂອງພະເຫລົ່ານັ້ນ.5ຂ້າແດ່ພຣະເຈົ້າຢາເວ, ພຣະອົງຜູ້ດຽວທີ່ເປັນມໍລະດົກສ່ວນຂອງຂ້ານ້ອຍ ແລະ ເປັນຈອກແຫ່ງພຣະພອນຂອງຂ້ານ້ອຍ.ພຣະອົງຮັກສາມໍລະດົກຂອງຂ້ານ້ອຍໃຫ້ປອດໄພ.6ເຂດແດນທີ່ຂ້ານ້ອຍໄດ້ຮັບນັ້ນເປັນບ່ອນທີ່ໜ້າສະໜຸກສະໜານ;ແນ່ນອນ ຂ້ານ້ອຍມີມໍລະດົກທີ່ໜ້າຍິນດີ.7ຂ້ານ້ອຍຈະສັນລະເສີນພຣະເຈົ້າ, ຜູ້ໃຫ້ຄຳປຶກສາແກ່ຂ້ານ້ອຍ;ແມ່ນແຕ່ໃນຍາມກາງຄືນຈິດໃຈຂອງຂ້ານ້ອຍກໍສອນຕົນເອງ.8ຂ້ານ້ອຍເຝົ້າເບິ່ງພຣະເຈົ້າຢາເວຢູ່ສະເໝີ.ເພາະພຣະອົງຢູ່ທີ່ດ້ານຂວາມືຂອງຂ້ານ້ອຍ, ຂ້ານ້ອຍຈະບໍ່ຫວັ່ນໄຫວ.9ເຫດສະນັ້ນ ຈິດໃຈຂອງຂ້ານ້ອຍຈຶ່ງມີຄວາມຍິນດີ ແລະ ລີ້ນຂອງຂ້ານ້ອຍກໍຊື່ນຊົມຍິນດີ;ຮ່າງກາຍຂອງຂ້ານ້ອຍກໍຈະພັກຢູ່ຢ່າງປອດໄພເໝືອນກັນ,10ເພາະພຣະອົງຈະບໍ່ປະຖິ້ມຂ້ານ້ອຍໄວ້ໃນແດນຄົນຕາຍ,ທັງຈະບໍ່ປ່ອຍໃຫ້ຜູ້ສັດຊື່ ຂອງພຣະອົງເນົ່າເປື່ອຍ.11ພຣະອົງໄດ້ສະແດງ ຫົນທາງແຫ່ງຊີວິດແກ່ຂ້ານ້ອຍ;ພຣະອົງຈະໃຫ້ຂ້ານ້ອຍເຕັມດ້ວຍຄວາມຊື່ນຊົມຍິນດີຕໍ່ໜ້າພຣະອົງ,ພ້ອມດ້ວຍຄວາມສຸກຕະຫລອດໄປເປັນນິດຢູ່ທີ່ເບື້ອງຂວາມືຂອງພຣະອົງ.Biblica, Inc.