ເພງສັນລະເສີນ15

ບົດ​ເພງສັນລະເສີນ​ຂອງ​ດາວິດ.

1ຂ້າແດ່​ພຣະເຈົ້າ​ຢາເວ, ຜູ້ໃດ​ຈະ​ໄດ້​ພັກພິງ​ໃນ​ຫໍເຕັນ​ສັກສິດ​ຂອງ​ພຣະອົງ?ຜູ້ໃດ​ຈະ​ໄດ້​ອາໄສ​ຢູ່​ເທິງ​ພູເຂົາ​ສັກສິດ​ຂອງ​ພຣະອົງ?
2ຄື​ຜູ້​ທີ່​ດຳເນີນຊີວິດ​ຢ່າງ​ບໍ່​ມີ​ຕຳໜິ,ຜູ້​ທີ່​ເຮັດ​ສິ່ງ​ທີ່​ຊອບທຳ,ຜູ້​ທີ່​ເວົ້າ​ຄວາມຈິງ​ຈາກ​ໃຈ​ຂອງ​ຕົນ;3ຜູ້​ທີ່​ບໍ່​ໃຊ້​ລີ້ນ​ນິນທາ​ວ່າ​ຮ້າຍ,ຜູ້​ທີ່​ບໍ່​ເຮັດ​ຜິດ​ຕໍ່​ເພື່ອນບ້ານ,ຜູ້​ທີ່​ບໍ່​ໃສ່​ຮ້າຍ​ຄົນ​ອື່ນ;4ຜູ້​ທີ່​ດູຖູກ​ຄົນ​ຊົ່ວຮ້າຍແຕ່​ຍົກຍ້ອງ​ບັນດາ​ຜູ້​ທີ່​ຢຳເກງ​ພຣະເຈົ້າ​ຢາເວ;ຜູ້​ທີ່​ຮັກສາ​ຄຳ​ປະຕິຍານ ເຖິງ​ວ່າ​ໂຕ​ເອງ​ຕ້ອງ​ເສຍ​ຜົນປະໂຫຍດ,ແລະ ບໍ່​ປ່ຽນ​ໃຈ;5ຜູ້​ທີ່​ໃຫ້​ຄົນ​ທຸກຍາກ​ຢືມ​ເງິນ​ໂດຍ​ບໍ່​ຄິດໄລ່​ດອກເບ້ຍ;ແລະ ບໍ່​ຍອມຮັບ​ສິນບົນ​ເພື່ອ​ໃສ່ຮ້າຍ​ຜູ້​ບໍລິສຸດ.ຜູ້​ໃດ​ກໍ​ຕາມ​ທີ່​ເຮັດ​ສິ່ງ​ເຫລົ່ານີ້ຈະ​ບໍ່​ຫວັ່ນໄຫວ​ຈັກ​ເທື່ອ.

Biblica, Inc.

https://app.library.bible/content/eab9312f9f16b3a2