ເພງສັນລະເສີນ150

1ຈົ່ງ​ສັນລະເສີນ​ພຣະເຈົ້າ​ຢາເວ. ຈົ່ງ​ສັນລະເສີນ​ພຣະເຈົ້າ​ໃນ​ບ່ອນ​ນະມັດສະການ​ຂອງ​ພຣະອົງ;ຈົ່ງ​ສັນລະເສີນ​ພຣະອົງ​ໃນ​ຟ້າ​ສະຫວັນ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ.2ຈົ່ງ​ສັນລະເສີນ​ພຣະອົງ​ເພາະ​ກິດຈະການ​ອັນ​ມີ​ລິດອຳນາດ​ຂອງ​ພຣະອົງ;ຈົ່ງ​ສັນລະເສີນ​ພຣະອົງ​ເພາະ​ຄວາມ​ຍິ່ງໃຫຍ່​ອັນ​ຫາ​ທີ່​ປຽບ​ບໍ່​ໄດ້​ຂອງ​ພຣະອົງ.3ຈົ່ງ​ສັນລະເສີນ​ພຣະອົງ​ດ້ວຍ​ສຽງ​ແກ​ດັງ​ກ້ອງ,ຈົ່ງ​ສັນລະເສີນ​ພຣະອົງ​ດ້ວຍ​ພິນ​ໃຫຍ່ ແລະ ພິນ​ເຂົາ​ຄູ່4ຈົ່ງ​ສັນລະເສີນ​ພຣະອົງ​ດ້ວຍ​ກອງແຊັກ ແລະ ການ​ເຕັ້ນລຳຈົ່ງ​ສັນລະເສີນ​ພຣະອົງ​ດ້ວຍ​ເຄື່ອງ​ດົນຕີ​ປະເພດ​ສາຍ ແລະ ປີ່,5ຈົ່ງ​ສັນລະເສີນ​ພຣະອົງ​ດ້ວຍ​ການ​ຕົບ​ຊິ່ງ,ຈົ່ງ​ສັນລະເສີນ​ພຣະອົງ​ດ້ວຍ​ແຊ່ງ​ອັນ​ດັງ​ກ້ອງ​ກັງວານ.
6ໃຫ້​ທຸກສິ່ງ​ທີ່​ຫາຍໃຈ ສັນລະເສີນ​ພຣະເຈົ້າ​ຢາເວ.ຈົ່ງ​ສັນລະເສີນ​ພຣະເຈົ້າ​ຢາເວ.

Biblica, Inc.

https://app.library.bible/content/eab9312f9f16b3a2