ເພງສັນລະເສີນ149
1ຈົ່ງສັນລະເສີນພຣະເຈົ້າຢາເວ. ຈົ່ງຮ້ອງເພງບົດໃໝ່ຖວາຍແດ່ພຣະເຈົ້າຢາເວ,ຮ້ອງເພງສັນລະເສີນພຣະອົງໃນທີ່ຊຸມນຸມຂອງປະຊາຊົນທີ່ສັດຊື່ຂອງພຣະອົງ.2ໃຫ້ອິດສະຣາເອນຊົມຊື່ນຍິນດີໃນພຣະຜູ້ສ້າງຂອງຕົນ;ໃຫ້ປະຊາຊົນແຫ່ງຊີໂອນຍິນດີໃນກະສັດຂອງພວກເຂົາ.3ໃຫ້ພວກເຂົາສັນລະເສີນນາມຂອງພຣະອົງດ້ວຍການເຕັ້ນລຳແລະ ບັນເລງເພງຖວາຍແດ່ພຣະອົງດ້ວຍກອງແຊັກ ແລະ ພິນ.4ເພາະພຣະເຈົ້າຢາເວປິຕິຍິນດີໃນປະຊາຊົນຂອງພຣະອົງ;ພຣະອົງສວມມົງກຸດໃຫ້ຜູ້ທີ່ຖ່ອມໃຈດ້ວຍໄຊຊະນະ.5ປະຊາຊົນຂອງພຣະອົງຈົ່ງຊື່ນຊົມຍິນດີໃນກຽດຕິຍົດນີ້ແລະ ຮ້ອງເພງດ້ວຍຄວາມຍິນດີຂະນະທີ່ຢູ່ເທິງບ່ອນນອນຂອງພວກເຂົາ.6ຂໍໃຫ້ຄຳສັນລະເສີນພຣະເຈົ້າຕິດປາກຂອງພວກເຂົາແລະ ໃຫ້ດາບສອງຄົມຢູ່ໃນມືຂອງພວກເຂົາ,7ເພື່ອແກ້ແຄ້ນປະຊາຊາດຕ່າງໆແລະ ເພື່ອລົງໂທດຊົນຊາດທັງຫລາຍ,8ເພື່ອຜູກມັດບັນດາກະສັດຂອງພວກເຂົາດ້ວຍໂສ້ຈອງຈຳ,ແລະ ບັນດາເຈົ້ານາຍຂອງພວກເຂົາດ້ວຍໂສ້ເຫລັກ,9ເພື່ອຈັດການກັບພວກເຂົາຕາມຄຳຕັດສິນທີ່ຂຽນໄວ້ນີ້ຄືສັກສີຂອງປະຊາຊົນທັງໝົດຂອງພຣະອົງ.ຈົ່ງສັນລະເສີນພຣະເຈົ້າຢາເວ.
Biblica, Inc.