ສຸພາສິດ1
1ສຸພາສິດຂອງໂຊໂລໂມນລູກຊາຍຂອງດາວິດ, ກະສັດແຫ່ງອິດສະຣາເອນ:2ເພື່ອໃຫ້ເກີດມີປັນຍາ ແລະ ໄດ້ຮັບຄຳແນະນໍາ;ເພື່ອຄວາມເຂົ້າໃຈເຖິງຖ້ອຍຄຳທີ່ມີຄວາມໝາຍອັນເລິກເຊິ່ງ;3ເພື່ອຮັບຟັງຄຳສັ່ງສອນໃນການປະພຶດຢ່າງສະຫລາດ,ເຮັດໃນສິ່ງທີ່ຖືກຕ້ອງ, ຍຸຕິທຳ ແລະ ທ່ຽງທຳ;4ເພື່ອໃຫ້ຄົນທີ່ອ່ອນຕໍ່ໂລກ ຮູ້ທັນເລ່ຫລຽ່ມໃຫ້ຄວາມຮູ້ ແລະ ແນວທາງອັນຖືກຕ້ອງແກ່ຄົນໜຸ່ມ5ໃຫ້ຄົນສະຫລາດຮັບຟັງ ແລະ ເພີ່ມພູນການຮຽນຮູ້ຂອງຕົນ,ແລະ ໃຫ້ຄົນທີ່ມີວິຈາລະຍານໄດ້ຮັບການແນະນໍາ6ເພື່ອໃຫ້ເຂົ້າໃຈບັນດາຄໍາສຸພາສິດ ແລະ ຄຳອຸປະມາ,ບັນດາຄຳສອນ ແລະ ຄຳປິດສະໜາຂອງນັກປາດ. 7ການຢຳເກງພຣະເຈົ້າຢາເວເປັນບໍ່ເກີດແຫ່ງຄວາມຮູ້,ສ່ວນຄົນໂງ່ ປະໝາດປັນຍາ ແລະ ຄຳສັ່ງສອນ.
ຄໍາເຕືອນຕໍ່ສູ້ການເຊື້ອເຊີນຂອງຄົນບາບ
8ຈົ່ງຟັງ, ລູກຂອງພໍ່, ຈົ່ງເອົາໃຈໃສ່ຄຳສັ່ງສອນຂອງພໍ່ເຈົ້າແລະ ຢ່າປະຖິ້ມຄຳສອນຂອງແມ່ເຈົ້າ.9ສິ່ງເຫລົ່ານີ້ເປັນພວງມະໄລປະດັບຫົວຂອງເຈົ້າແລະ ເປັນສາຍຄໍເພື່ອປະດັບຄໍຂອງເຈົ້າ.10ລູກຂອງພໍ່, ຖ້າຄົນບາບມາຊັກຊວນເຈົ້າ,ຢ່າຍອມເຮັດຕາມພວກເຂົາ.11ຖ້າພວກເຂົາເວົ້າວ່າ, “ຈົ່ງມາກັບພວກເຮົາ;ໃຫ້ພວກເຮົາດັກລໍຖ້າເອົາເລືອດບໍລິສຸດ,ໃຫ້ພວກເຮົາດັກຊຸ້ມໂຈມຕີຄົນບໍລິສຸດ;12ໃຫ້ພວກເຮົາເປັນເໝືອນຂຸມຝັງສົບທີ່ກືນພວກເຂົາທັງເປັນ,ແລະ ກືນກິນພວກເຂົາໝົດໂຕ, ເໝືອນກັບບັນດາຄົນທີ່ຕົກລົງໄປໃນຂຸມ;13ພວກເຮົາຈະຢຶດເຄື່ອງຂອງມີຄ່າທຸກຊະນິດແລະ ເອົາເຄື່ອງຂອງທີ່ປຸ້ນມາເກັບໄວ້ໃຫ້ເຕັມເຮືອນຂອງພວກເຮົາ;14ມາຈັບສະຫລາກຮ່ວມກັບພວກເຮົາ;ພວກເຮົາທຸກຄົນຈະໄດ້ໃຊ້ເງິນຖົງດຽວກັນ”15ລູກຂອງພໍ່, ຢ່າໄປຮ່ວມທາງກັບພວກເຂົາ,ຢ່າຍ່າງໃນທາງຂອງພວກເຂົາ;16ເພາະຕີນຂອງພວກເຂົາແລ່ນໄປຫາຄວາມຊົ່ວຮ້າຍ,ພວກເຂົາຟ້າວເຮັດໃຫ້ເລືອດຕົກ.17ບໍ່ມີປະໂຫຍດຫຍັງທີ່ຈະກາງຕາໜ່າງໄວ້ໃນບ່ອນທີ່ນົກທຸກໂຕສາມາດເບິ່ງເຫັນ!18ຄົນເຫລົ່ານີ້ດັກລໍຖ້າເອົາເລືອດຂອງຕົນເອງ;ພວກເຂົາດັກຊຸ້ມເອົາຊີວິດຕົນເອງ!19ວິຖີທາງຂອງທຸກຄົນທີ່ຫາຜົນປະໂຫຍດອັນຊົ່ວຊ້າກໍເປັນເຊັ່ນນີ້;ມັນຈະເອົາຊີວິດຂອງບັນດາຜູ້ທີ່ຮັບເອົາມັນໄວ້ໄປເອງ.ການຕໍາໜິຂອງປັນຍາ
20ປັນຍາຮ້ອງດັງອອກມາຢ່າງເປີດເຜີຍ,ນາງເປັ່ງສຽງຂອງຕົນຢູ່ທີ່ເດີ່ນສາທາລະນະ;21ນາງຮ້ອງຫາຢູ່ເທິງຍອດກຳແພງ, ນາງຮ້ອງບອກທີ່ປະຕູເມືອງວ່າ:22“ເຈົ້າຜູ້ບໍ່ຮູ້ຈັກຄິດ, ເຈົ້າຈະຮັກວິຖີທາງອັນໂງ່ຈ້າອີກດົນປານໃດ?ຄົນທີ່ມັກເຢາະເຢີ້ຍ, ເຈົ້າຈະພໍໃຈການດູຖູກອີກດົນປານໃດ?ແລະ ຄົນໂງ່ຈ້າຈະກຽດຊັງຄວາມຮູ້ອີກດົນປານໃດ?23ຈົ່ງກັບໃຈຟັງຄຳຕັກເຕືອນຂອງເຮົາ!ແລ້ວເຮົາຈະເທຄວາມຄິດຕ່າງໆຂອງເຮົາໃຫ້ແກ່ເຈົ້າ,ແລະ ເຮົາຈະໃຫ້ເຈົ້າເຂົ້າໃຈຄຳສັ່ງສອນຂອງເຮົາ.24ແຕ່ເພາະເຈົ້າປະຕິເສດທີ່ຈະຟັງ ເມື່ອເຮົາເອີ້ນຫາເຈົ້າແລະ ບໍ່ມີຜູ້ໃດສົນໃຈເມື່ອເຮົາຍື່ນມືໄປຫາ,25ເພາະເຈົ້າເມີນເສີຍຕໍ່ຄຳແນະນຳທັງໝົດຂອງເຮົາແລະ ບໍ່ຍອມຮັບຄຳຕັກເຕືອນຂອງເຮົາ,26ສະນັ້ນ, ເມື່ອໄພພິບັດໂຈມຕີເຈົ້າ, ເຮົາຈະຫົວຂວັນໃສ່ເຈົ້າ;ເຮົາຈະເຢາະເຢີ້ຍ ເມື່ອຄວາມຈິບຫາຍມາເຖິງເຈົ້າ27ເມື່ອຄວາມຈິບຫາຍມາເຖິງເຈົ້າດັ່ງພະຍຸ,ເມື່ອຄວາມພິນາດພັດໃສ່ເຈົ້າດັ່ງລົມພະຍຸໝຸນ,ເມື່ອຄວາມເດືອດຮ້ອນ ແລະ ຄວາມລຳບາກຖ້ວມເຈົ້າ.28“ເມື່ອນັ້ນ ພວກເຂົາຈະເອີ້ນຫາເຮົາ ແຕ່ເຮົາຈະບໍ່ຕອບ;ພວກເຂົາຈະຊອກຫາເຮົາ ແຕ່ຈະບໍ່ພົບເຮົາ,29ເພາະພວກເຂົາໄດ້ກຽດຊັງຄວາມຮູ້ແລະ ເລືອກທີ່ຈະບໍ່ຢຳເກງພຣະເຈົ້າຢາເວ.30ເພາະພວກເຂົາບໍ່ຍອມຮັບຄຳແນະນຳຂອງເຮົາແລະ ໄດ້ປະຕິເສດຄຳຕັກເຕືອນຂອງເຮົາ,31ພວກເຂົາຈະໄດ້ກິນຜົນຈາກວິຖີທາງຂອງພວກເຂົາແລະ ອິ່ມເຕັມໄປດ້ວຍຜົນຈາກແຜນການຮ້າຍຂອງຕົນ.32ຄົນອ່ອນຕໍ່ໂລກຈະຕາຍເພາະຫັນອອກນອກທາງ,ແລະ ຄວາມເມີນເສີຍຂອງຄົນໂງ່ຈ້າຈະທຳລາຍພວກເຂົາ;33ແຕ່ຜູ້ທີ່ຮັບຟັງເຮົາຈະອາໄສຢູ່ຢ່າງປອດໄພແລະ ຈະສະບາຍໃຈໂດຍບໍ່ຢ້ານໄພອັນຕະລາຍ”.Biblica, Inc.