ເພງສັນລະເສີນ14
ເຖິງຫົວໜ້ານັກຮ້ອງ ບົດເພງສັນລະເສີນຂອງດາວິດ.
1ຄົນໂງ່ ຄິດຢູ່ໃນໃຈວ່າ,“ບໍ່ມີພຣະເຈົ້າ”.ພວກເຂົາເສື່ອມຊາມ ການກະທຳຂອງພວກເຂົາກໍຊົ່ວຮ້າຍ;ບໍ່ມີຈັກຄົນທີ່ເຮັດດີ2ພຣະເຈົ້າຢາເວຫລຽວລົງມາຈາກຟ້າສະຫວັນເບິ່ງມວນມະນຸດເພື່ອເບິ່ງວ່າມີຜູ້ໃດທີ່ເຂົ້າໃຈມີຜູ້ໃດທີ່ສະແຫວງຫາພຣະເຈົ້າ.3ທຸກຄົນຫັນໜີໄປ, ທຸກຄົນກາຍເປັນຄົນເສື່ອມຊາມ;ບໍ່ມີຈັກຄົນທີ່ເຮັດຄວາມດີບໍ່ມີແມ່ນແຕ່ຄົນດຽວ.4ຄົນຊົ່ວທັງໝົດເຫລົ່ານີ້ບໍ່ຮູ້ສິ່ງໃດເລີຍບໍ?ພວກເຂົາກືນກິນປະຊາຊົນຂອງເຮົາເໝືອນດັ່ງກັບກິນອາຫານ;ພວກເຂົາບໍ່ເຄີຍຮ້ອງຫາພຣະເຈົ້າຢາເວ.5ແຕ່ຢູ່ທີ່ນັ້ນພວກເຂົາເຕັມໄປດ້ວຍຄວາມຢ້ານກົວ,ເພາະວ່າພຣະເຈົ້າສະຖິດຢູ່ໃນທີ່ຊຸມນຸມຂອງຜູ້ຊອບທຳ.6ພວກເຈົ້າຜູ້ເຮັດຊົ່ວຂັດຂວາງແຜນການຂອງຜູ້ທຸກຍາກ,ແຕ່ພຣະເຈົ້າຢາເວເປັນທີ່ລີ້ໄພຂອງພວກເຂົາ.7ຂໍໃຫ້ການຊ່ວຍກອບກູ້ເພື່ອອິດສະຣາເອນມາຈາກຊີໂອນດ້ວຍ!ເມື່ອພຣະເຈົ້າຢາເວເຮັດໃຫ້ປະຊາຊົນຂອງພຣະອົງກັບສູ່ສະພາບດີເໝືອນເດີມ,ໃຫ້ຢາໂຄບຊື່ນຊົມຍິນດີ ແລະ ໃຫ້ອິດສະຣາເອນຍິນດີດ້ວຍ!Biblica, Inc.