ເພງສັນລະເສີນ148

1ຈົ່ງ​ສັນລະເສີນ​ພຣະເຈົ້າ​ຢາເວ. ຈົ່ງ​ສັນລະເສີນ​ພຣະເຈົ້າ​ຢາເວ​ຈາກ​ຟ້າ​ສະຫວັນ;ຈົ່ງ​ສັນລະເສີນ​ພຣະອົງ​ໃນ​ທີ່​ເບື້ອງ​ເທິງ.2ຈົ່ງ​ສັນລະເສີນ​ພຣະອົງ ເທວະດາ​ທັງໝົດ​ຂອງ​ພຣະອົງ;ຈົ່ງ​ສັນລະເສີນ​ພຣະອົງ ຊາວ​ສະຫວັນ​ທັງໝົດ​ຂອງ​ພຣະອົງ.3ຈົ່ງ​ສັນລະເສີນ​ພຣະອົງ ດວງ​ຕາເວັນ ແລະ ດວງ​ເດືອນ;ຈົ່ງ​ສັນລະເສີນ​ພຣະອົງ ດວງດາວ​ທີ່​ສ່ອງແສງ​ທັງໝົດ.4ຈົ່ງ​ສັນລະເສີນ​ພຣະອົງ ຟ້າ​ສະຫວັນ​ສູງສຸດແລະ ນ້ຳ​ທັງຫລາຍ​ທີ່​ຢູ່​ເໜືອ​ທ້ອງຟ້າ.
5ໃຫ້​ສິ່ງ​ເຫລົ່ານັ້ນ​ສັນລະເສີນ​ນາມ​ຂອງ​ພຣະເຈົ້າ​ຢາເວ,ເພາະ​ພຣະອົງ​ສັ່ງ ສິ່ງເຫລົ່ານັ້ນ​ກໍ​ເກີດ​ຂຶ້ນ,6ພຣະອົງ​ໄດ້​ກຳນົດ​ສິ່ງ​ເຫລົ່ານັ້ນ​ໃຫ້​ຢູ່​ໃນ​ບ່ອນ​ຂອງ​ມັນ​ໄວ້​ຕະຫລອດ​ການພຣະອົງ​ມີ​ດຳລັດ​ທີ່​ຈະ​ບໍ່​ມີ​ວັນ​ລົ້ມ​ເລີກ.
7ຈົ່ງ​ສັນລະເສີນ​ພຣະເຈົ້າ​ຢາເວ​ຈາກ​ແຜ່ນດິນ​ໂລກ,ສັດ​ທະເລ​ຜູ້​ຍິ່ງໃຫຍ່ ແລະ ບ່ອນ​ເລິກ​ຂອງ​ມະຫາສະຫມຸດ​ທັງໝົດ,8ຟ້າ​ແມບ ແລະ ໝາກເຫັບ, ຫິມະ ແລະ ເມກ,ລົມ​ພະຍຸ​ທີ່​ເຮັດ​ຕາມ​ຄຳສັ່ງ​ຂອງ​ພຣະອົງ,9ບັນດາ​ພູເຂົາ ແລະ ໂນນພູ​ທັງຫລາຍ,ຕົ້ນ​ໝາກໄມ້ ແລະ ຕົ້ນແປກ,10ສັດ​ປ່າ ແລະ ງົວ,ສັດ​ໂຕ​ນ້ອຍ ແລະ ນົກ​ທັງຫລາຍ​ທີ່​ບິນ​ໄປ​ມາ,11ບັນດາ​ກະສັດ​ຂອງ​ໂລກ ແລະ ຊົນຊາດ​ທັງໝົດ,ບັນດາ​ເຈົ້ານາຍ ແລະ ຜູ້​ຄອບຄອງ​ທຸກຄົນ​ໃນ​ໂລກ,12ຊາຍ​ໜຸ່ມ ແລະ ຍິງ​ສາວ,ຄົນ​ເຖົ້າແກ່ ແລະ ເດັກນ້ອຍ.
13ໃຫ້​ທັງໝົດ​ນີ້​ສັນລະເສີນ​ນາມ​ຂອງ​ພຣະເຈົ້າ​ຢາເວ,ເພາະ​ນາມ​ຂອງ​ພຣະອົງ​ເທົ່ານັ້ນ​ທີ່​ສົມຄວນ​ແກ່​ການ​ຍົກຍ້ອງ;ຄວາມ​ຮຸ່ງເຮືອງ​ຂອງ​ພຣະອົງ​ແມ່ນ​ຢູ່​ເໜືອ​ແຜ່ນດິນ​ໂລກ ແລະ ຟ້າ​ສະຫວັນ.14ພຣະອົງ​ໄດ້​ແຕ່ງຕັ້ງ​ກະສັດ  ​ໃຫ້​ແກ່​ປະຊາຊົນ​ຂອງ​ພຣະອົງ,ຜູ້​ເປັນ​ທີ່​ສັນລະເສີນ​ຂອງ​ຜູ້ຮັບໃຊ້​ທີ່​ສັດຊື່​ທັງໝົດ​ຂອງ​ພຣະອົງ,ຄື​ປະຊາຊົນ​ແຫ່ງ​ອິດສະຣາເອນ​ຜູ້​ເປັນ​ທີ່​ຮັກ​ຂອງ​ພຣະອົງ.ຈົ່ງ​ສັນລະເສີນ​ພຣະເຈົ້າ​ຢາເວ.

Biblica, Inc.

https://app.library.bible/content/eab9312f9f16b3a2