ເພງສັນລະເສີນ147

1ຈົ່ງ​ສັນລະເສີນ​ພຣະເຈົ້າ​ຢາເວ. ເປັນ​ການ​ດີ​ທີ່​ຈະ​ຮ້ອງ​ເພງສັນລະເສີນ​ພຣະເຈົ້າ​ຂອງ​ພວກເຮົາ,ຊ່າງ​ໜ້າ​ຊື່ນໃຈ ແລະ ສົມຄວນ​ຢ່າງ​ຍິ່ງ​ທີ່​ຈະ​ສັນລະເສີນ​ພຣະອົງ!
2ພຣະເຈົ້າ​ຢາເວ​ສ້າງ​ເຢຣູຊາເລັມ​ຂຶ້ນ;ພຣະອົງ​ຮວບຮວມ​ເອົາ​ຊະເລີຍ​ອິດສະຣາເອນ​ກັບ​ຄືນ​ມາ.3ພຣະອົງ​ຮັກສາ​ຜູ້​ທີ່​ຫົວໃຈ​ແຕກ​ສະຫລາຍແລະ ບັນດາ​ຮອຍ​ບາດແຜ​ຂອງ​ພວກເຂົາ.4ພຣະອົງ​ກຳນົດ​ຈຳນວນ​ຂອງ​ດວງດາວແລະ ຕັ້ງ​ຊື່​ໃຫ້​ດາວ​ເຫລົ່ານັ້ນ​ແຕ່​ລະ​ດວງ.5ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ນີ້​ຍິ່ງໃຫຍ່ ແລະ ມີ​ລິດອຳນາດ​ຍິ່ງໃຫຍ່;ຄວາມ​ເຂົ້າໃຈ​ຂອງ​ພຣະອົງ​ບໍ່​ມີ​ຂີດ​ຈຳກັດ.6ພຣະເຈົ້າ​ຢາເວ​ຄ້ຳຊູ​ຜູ້​ທີ່​ຖ່ອມ​ໃຈແຕ່​ໂຍນ​ຄົນ​ຊົ່ວ​ຮ້າຍ​ລົງ​ທີ່​ພື້ນ​ດິນ.
7ຈົ່ງ​ຮ້ອງເພງ​ຂອບພຣະຄຸນ​ພຣະເຈົ້າ​ຢາເວ;ບັນເລງ​ພິນ​ຖວາຍ​ແດ່​ພຣະເຈົ້າ​ຂອງ​ພວກເຮົາ.
8ພຣະອົງ​ປົກຄຸມ​ທ້ອງຟ້າ​ດ້ວຍ​ເມກ;ພຣະອົງ​ໃຫ້​ຝົນ​ແກ່​ແຜ່ນດິນແລະ ເຮັດ​ໃຫ້​ຫຍ້າ​ເທິງ​ໂນນພູ​ງອກງາມ.9ພຣະອົງ​ຈັດຕຽມ​ອາຫານ​ໃຫ້​ແກ່​ງົວແລະ ລູກ​ກາ​ເມື່ອ​ພວກມັນ​ຮ້ອງ​ຂໍ.
10ຄວາມ​ຍິນດີ​ຂອງ​ພຣະອົງ​ບໍ່​ໄດ້​ຢູ່​ທີ່​ກຳລັງ​ຂອງ​ມ້າ,ທັງ​ຄວາມ​ປິຕິຍິນດີ​ຂອງ​ພຣະອົງ​ບໍ່​ໄດ້​ຢູ່​ທີ່​ກຳລັງ​ຂອງ​ຂາ​ຂອງ​ມະນຸດ;11ແຕ່​ພຣະເຈົ້າ​ຢາເວ​ຍິນດີ​ໃນ​ບັນດາ​ຜູ້​ທີ່​ຢຳເກງ​ພຣະອົງ,ຜູ້​ທີ່​ຝາກ​ຄວາມ​ຫວັງ​ຂອງ​ຕົນ​ໄວ້​ໃນ​ຄວາມ​ຮັກ​ໝັ້ນຄົງ​ຂອງ​ພຣະອົງ.
12ເຢຣູຊາເລັມ, ຈົ່ງ​ຍົກຍໍ​ພຣະເຈົ້າ​ຢາເວ;ຊີໂອນ, ຈົ່ງ​ສັນລະເສີນ​ພຣະເຈົ້າ​ຂອງ​ເຈົ້າ.
13ເພາະ​ພຣະອົງ​ຮັກສາ​ຄວາມ​ແຂງແຮງ​ແຫ່ງ​ປະຕູ​ເມືອງ​ຂອງ​ເຈົ້າແລະ ອວຍພອນ​ປະຊາຊົນ​ຂອງ​ເຈົ້າ​ທີ່​ຢູ່​ພາຍໃນ​ເຈົ້າ.14ພຣະອົງ​ໃຫ້​ສັນຕິພາບ​ທົ່ວ​ເຂດແດນ​ຂອງ​ເຈົ້າແລະ ໃຫ້​ເຈົ້າ​ອິ່ມເຕັມ​ດ້ວຍ​ເຂົ້າຫວີດ​ຢ່າງ​ດີ​ທີ່ສຸດ.
15ພຣະອົງ​ສົ່ງ​ຄຳສັ່ງ​ຂອງ​ພຣະອົງ​ມາ​ຍັງ​ໂລກ;ພຣະຄຳ​ຂອງ​ພຣະອົງ​ແຜ່​ໄປ​ໂດຍ​ໄວ.16ພຣະອົງ​ໂຮຍ​ຫິມະ​ລົງ​ມາ​ເໝືອນດັ່ງ​ຂົນແກະແລະ ກະຈາຍ​ນ້ຳຄ້າງ​ແຂງ​ເໝືອນດັ່ງ​ຂີ້ເຖົ່າ.17ພຣະອົງ​ແກວ່ງ​ໝາກເຫັບ​ຂອງ​ພຣະອົງ​ມາ​ເໝືອນດັ່ງ​ຫີນແຮ່ຜູ້ໃດ​ຈະ​ທົນ​ຕໍ່​ພະຍຸ​ອັນ​ໜາວ​ເຢັນ​ຂອງ​ພຣະອົງ​ໄດ້?18ພຣະອົງ​ສົ່ງ​ຖ້ອຍຄຳ​ຂອງ​ພຣະອົງ​ມາ ແລະ ລະລາຍ​ໝາກເຫັບ​ນັ້ນ;ພຣະອົງ​ກະຕຸ້ນ​ສາຍ​ລົມ​ຂອງ​ພຣະອົງ ແລະ ນ້ຳ​ກໍ​ໄຫລ​ໄປ.
19ພຣະອົງ​ໄດ້​ສະແດງ​ຖ້ອຍຄຳ​ຂອງ​ພຣະອົງ​ແກ່​ຢາໂຄບ,ສະແດງ​ກົດບັນຍັດ ແລະ ກົດໝາຍ​ຂອງ​ພຣະອົງ​ແກ່​ອິດສະຣາເອນ.20ພຣະອົງ​ບໍ່​ໄດ້​ກະທຳ​ເຊັ່ນ​ນີ້​ຕໍ່​ປະຊາຊາດ​ອື່ນໆ;ພວກເຂົາ​ບໍ່​ຮູ້​ກົດບັນຍັດ​ຂອງ​ພຣະອົງ.ຈົ່ງ​ສັນລະເສີນ​ພຣະເຈົ້າ​ຢາເວ.

Biblica, Inc.

https://app.library.bible/content/eab9312f9f16b3a2