ເພງສັນລະເສີນ146

1ຈົ່ງ​ສັນລະເສີນ​ພຣະເຈົ້າ​ຢາເວ. ຈິດ​ວິນຍານ​ຂອງ​ຂ້ານ້ອຍ ຈົ່ງ​ສັນລະເສີນ​ພຣະເຈົ້າ​ຢາເວ.
2ຂ້ານ້ອຍ​ຈະ​ສັນລະເສີນ​ພຣະເຈົ້າ​ຕະຫລອດ​ຊີວິດ​ຂອງ​ຂ້ານ້ອຍ.ຂ້ານ້ອຍ​ຈະ​ຮ້ອງເພງ​ສັນລະເສີນ​ພຣະເຈົ້າ​ຂອງ​ຂ້ານ້ອຍ​ຕາບ​ເທົ່າ​ທີ່​ຂ້ານ້ອຍ​ຍັງ​ມີ​ຊີວິດ​ຢູ່.3ຢ່າ​ມອບ​ຄວາມ​ໄວ້​ວາງໃຈ​ຂອງ​ເຈົ້າ​ໄວ້​ໃນ​ບັນດາ​ເຈົ້ານາຍ​ທັງຫລາຍ,ໃນ​ມະນຸດ ຜູ້​ທີ່​ບໍ່​ສາມາດ​ຊ່ວຍ​ໄດ້.4ເມື່ອ​ວິນຍານ​ຂອງ​ພວກເຂົາ​ອອກ​ຈາກ​ຮ່າງກາຍ, ພວກເຂົາ​ກໍ​ຄືນ​ສູ່​ດິນ;ໃນ​ວັນ​ນັ້ນ​ເອງ ແຜນ​ການ​ທັງຫລາຍ​ຂອງ​ພວກເຂົາ​ກໍ​ຈົບ​ສິ້ນ.5ຄວາມ​ສຸກ​ມີ​ແກ່​ບັນດາ​ຜູ້​ທີ່​ມີ​ພຣະເຈົ້າ​ຂອງ​ຢາໂຄບ​ເປັນ​ຜູ້​ຊ່ວຍເຫລືອ​ຂອງ​ພວກເຂົາ,ຜູ້​ທີ່​ຝາກ​ຄວາມ​ຫວັງ​ໄວ້​ກັບ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຂົາ.
6ພຣະອົງ​ເປັນ​ຜູ້​ສ້າງ​ສະຫວັນ ແລະ ແຜ່ນດິນໂລກ,ທະເລ ແລະ ທຸກໆ​ສິ່ງ​ທີ່​ຢູ່​ໃນ​ນັ້ນພຣະອົງ​ຍັງ​ຄົງ​ສັດຊື່​ຕະຫລອດ​ໄປ.7ພຣະອົງ​ໃຫ້​ຄວາມ​ເປັນ​ທຳ​ແກ່​ຜູ້​ທີ່​ຖືກ​ຂົ່ມເຫັງແລະ ໃຫ້​ອາຫານ​ແກ່​ຜູ້​ທີ່​ຫິວ.ພຣະເຈົ້າ​ຢາເວ​ໄດ້​ປົດປ່ອຍ​ຜູ້​ທີ່​ຖືກ​ຄຸມ​ຂັງ​ໃຫ້​ເປັນ​ອິດສະຫລະ,8ພຣະເຈົ້າ​ຢາເວ​ໃຫ້​ຄົນ​ຕາບອດ​ເບິ່ງ​ເຫັນ​ໄດ້,ພຣະເຈົ້າ​ຢາເວ​ຍົກ​ຊູ​ບັນດາ​ຜູ້​ທີ່​ແບກ​ພາລະ​ໜັກ,ພຣະເຈົ້າ​ຢາເວ​ຮັກ​ຜູ້​ຊອບທຳ.9ພຣະເຈົ້າ​ຢາເວ​ເຝົ້າ​ຮັກສາ​ຄົນຕ່າງດ້າວແລະ ຄ້ຳຊູ​ລູກ​ກຳພ້າ​ພໍ່ ແລະ ແມ່ໝ້າຍ,ແຕ່​ພຣະອົງ​ຂັດຂວາງ​ວິຖີທາງ​ຂອງ​ຄົນ​ຊົ່ວ​ຮ້າຍ.
10ພຣະເຈົ້າ​ຢາເວ​ຄອບຄອງ​ຢູ່​ນິລັນດອນຊີໂອນ, ພຣະເຈົ້າ​ຂອງ​ເຈົ້າ​ຄອບຄອງ​ຕະຫລອດ​ທຸກ​ຊົ່ວ​ອາຍຸ.ຈົ່ງ​ສັນລະເສີນ​ພຣະເຈົ້າ​ຢາເວ.

Biblica, Inc.

https://app.library.bible/content/eab9312f9f16b3a2