ເພງສັນລະເສີນ145

(ບົດ​ເພງສັນລະເສີນ​ສັນລະເສີນ​ຂອງ​ດາວິດ)

1ຂ້າແດ່​ພຣະເຈົ້າ​ຈອມ​ກະສັດ​ຂອງ​ຂ້ານ້ອຍ, ຂ້ານ້ອຍ​ຈະ​ຍົກຍ້ອງ​ພຣະອົງ;ຂ້ານ້ອຍ​ຈະ​ສັນລະເສີນ​ນາມ​ຂອງ​ພຣະອົງ​ຕະຫລອດໄປ​ເປັນນິດ2ຂ້ານ້ອຍ​ຈະ​ສັນລະເສີນ​ພຣະອົງ​ທຸກ​ວັນຈະ​ແຊ່​ຊ້ອງ​ຍົກຍ້ອງ​ນາມ​ຂອງ​ພຣະອົງ​ຕະຫລອດ​ໄປ​ເປັນນິດ.
3ພຣະເຈົ້າ​ຢາເວ​ນັ້ນ​ຍິ່ງໃຫຍ່ ແລະ ສົມຄວນ​ແກ່​ການ​ສັນລະເສີນ​ທີ່ສຸດ;ຄວາມ​ຍິ່ງໃຫຍ່​ຂອງ​ພຣະອົງ​ນັ້ນ​ບໍ່​ມີ​ຜູ້ໃດ​ຄາດຄະເນ​ໄດ້.4ຄົນ​ຊົ່ວ​ອາຍຸ​ໜຶ່ງ​ຈະ​ຍົກຍ້ອງ​ຜົນງານ​ຂອງ​ພຣະອົງ​ໃຫ້​ຄົນ​ອີກ​ຊົ່ວ​ອາຍຸ​ໜຶ່ງ​ຟັງ;ພວກເຂົາ​ຈະ​ເລົ່າ​ເຖິງ​ກິດຈະການ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ.5ພວກເຂົາ​ຈະ​ເວົ້າ​ເຖິງ​ສະຫງ່າລາສີ​ອັນ​ຮຸ່ງເຮືອງ​ແຫ່ງ​ບາລະມີ​ຂອງ​ພຣະອົງແລະ ຂ້ານ້ອຍ​ຈະ​ຄິດ​ຕຶກຕອງ​ເຖິງ​ຜົນງານ​ອັນ​ອັດສະຈັນ​ທັງຫລາຍ​ຂອງ​ພຣະອົງ. 6ພວກເຂົາ​ຈະ​ເລົ່າ​ເຖິງ​ລິດອຳນາດ​ແຫ່ງ​ຜົນງານ​ອັນ​ໜ້າ​ອັດສະຈັນ​ຂອງ​ພຣະອົງແລະ ຂ້ານ້ອຍ​ຈະ​ປະກາດ​ການ​ກະທຳ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ.7ພວກເຂົາ​ຈະ​ສະເຫລີມ​ສະຫລອງ​ຄວາມ​ດີ​ເລີດ​ຂອງ​ພຣະອົງແລະ ຮ້ອງເພງ​ດ້ວຍ​ຄວາມ​ຍິນດີ​ເຖິງ​ຄວາມ​ຊອບທຳ​ຂອງ​ພຣະອົງ.
8ພຣະເຈົ້າ​ຢາເວ​ມີ​ຄວາມ​ກະລຸນາ ແລະ ຄວາມ​ເມດຕາ​ສົງສານ,ບໍ່​ໃຈຮ້າຍ​ງ່າຍ ແລະ ເຕັມ​ດ້ວຍ​ຄວາມ​ຮັກ.
9ພຣະເຈົ້າ​ຢາເວ​ດີ​ຕໍ່​ທຸກຄົນ;ພຣະອົງ​ເມດຕາ​ສົງສານ​ຕໍ່​ສັບພະສິ່ງ​ທັງໝົດ​ທີ່​ພຣະອົງ​ໄດ້​ສ້າງ.10ຂ້າແດ່​ພຣະເຈົ້າ​ຢາເວ ສັບພະສິ່ງ​ທັງໝົດ​ທີ່​ພຣະອົງ​ສ້າງ​ຈະ​ສັນລະເສີນ​ພຣະອົງ;ປະຊາຊົນ​ຜູ້​ສັດຊື່​ຂອງ​ພຣະອົງ​ຈະ​ຍົກຍ້ອງ​ພຣະອົງ.11ພວກເຂົາ​ຈະ​ກ່າວ​ເຖິງ​ສະຫງ່າລາສີ​ແຫ່ງ​ອານາຈັກ​ຂອງ​ພຣະອົງແລະ ເລົ່າ​ເຖິງ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະອົງ,12ເພື່ອ​ທຸກຄົນ​ຈະ​ຮູ້​ເຖິງ​ກິດຈະການ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງແລະ ສະຫງ່າລາສີ​ອັນ​ຮຸ່ງເຮືອງ​ຂອງ​ພຣະອົງ​ແຫ່ງ​ອານາຈັກ​ຂອງ​ພຣະອົງ.13ອານາຈັກ​ຂອງ​ພຣະອົງ​ເປັນ​ອານາຈັກ​ນິລັນດອນ,ພຣະອົງ​ຄອບຄອງ​ຢູ່​ຕະຫລອດ​ທຸກ​ຊົ່ວ​ອາຍຸ.ພຣະເຈົ້າ​ຢາເວ​ແມ່ນ​ໄວ້​ວາງໃຈ​ໄດ້​ໃນ​ທຸກສິ່ງ​ທີ່​ພຣະອົງ​ສັນຍາແລະ ສັດຊື່​ໃນ​ທຸກ​ສິ່ງ​ທີ່​ພຣະອົງ​ໄດ້​ເຮັດ. 14ພຣະເຈົ້າ​ຢາເວ​ປະຄອງ​ທຸກຄົນ​ທີ່​ລົ້ມ​ລົງ​ໃຫ້​ລຸກ​ຂຶ້ນແລະ ຍົກ​ທຸກ​ຄົນ​ທີ່​ຖ່ອມຕົວ​ຂຶ້ນ.15ດວງ​ຕາ​ຂອງ​ທຸກ​ຊີວິດ​ເບິ່ງ​ທີ່​ພຣະອົງ,ແລະ ພຣະອົງ​ໃຫ້​ອາຫານ​ພວກເຂົາ​ໃນ​ເວລາ​ທີ່​ເໝາະສົມ.16ພຣະອົງ​ເປີດ​ມື​ຂອງ​ພຣະອົງ​ອອກແລະ ໃຫ້​ທຸກ​ທີ່​ມີ​ຊີວິດ​ໄດ້​ອິ່ມ​ເຕັມ​ສົມ​ຄວາມ​ປາຖະໜາ.
17ພຣະເຈົ້າ​ຢາເວ​ນັ້ນ​ຊອບທຳ​ໃນ​ທຸກ​ທາງ​ຂອງ​ພຣະອົງແລະ ສັດຊື່​ໃນ​ທຸກ​ສິ່ງ​ທີ່​ພຣະອົງ​ໄດ້​ເຮັດ.18ພຣະເຈົ້າ​ຢາເວ​ຢູ່​ໃກ້​ທຸກຄົນ​ທີ່​ຮ້ອງ​ຫາ​ພຣະອົງ,ຢູ່​ໃກ້​ທຸກ​ຄົນ​ທີ່​ຮ້ອງ​ຫາ​ພຣະອົງ​ດ້ວຍ​ຄວາມ​ຈິງ.19ພຣະອົງ​ສະໜອງ​ຄວາມ​ຕ້ອງການ​ຂອງ​ທຸກຄົນ​ທີ່​ຢຳເກງ​ພຣະອົງ;ພຣະອົງ​ຮັບ​ຟັງ​ຄຳ​ຮ້ອງ​ຂໍ​ຂອງ​ພວກເຂົາ ແລະ ຊ່ວຍ​ພວກເຂົາ​ໃຫ້​ພົ້ນ.20ພຣະເຈົ້າ​ຢາເວ​ເຝົ້າ​ຮັກສາ​ທຸກຄົນ​ທີ່​ຮັກ​ພຣະອົງ,ແຕ່​ຈະ​ທຳລາຍ​ບັນດາ​ຄົນ​ຊົ່ວ​ທັງໝົດ.
21ປາກ​ຂອງ​ຂ້ານ້ອຍ​ຈະ​ກ່າວ​ສັນລະເສີນ​ພຣະເຈົ້າ​ຢາເວ.ໃຫ້​ທຸກ​ຊີວິດ​ທີ່​ພຣະອົງ​ສ້າງ​ສັນລະເສີນ​ນາມ​ບໍລິສຸດ​ຂອງ​ພຣະອົງຕະຫລອດ​ໄປ​ເປັນນິດ.

Biblica, Inc.

https://app.library.bible/content/eab9312f9f16b3a2