ເພງສັນລະເສີນ144

(ບົດ​ປະພັນ​ຂອງ​ດາວິດ)

1ຂໍ​ຖວາຍ​ສັນລະເສີນ​ແດ່​ພຣະເຈົ້າ​ຢາເວ ສີລາ​ຂອງ​ຂ້ານ້ອຍ,ຜູ້​ຝຶກ​ມື​ຂອງ​ຂ້ານ້ອຍ​ໃຫ້​ເຮັດ​ສົງຄາມ,ຝຶກ​ນິ້ວມື​ຂອງ​ຂ້ານ້ອຍ​ໃຫ້​ສູ້ຮົບ.2ພຣະອົງ​ເປັນ​ພຣະເຈົ້າ​ຜູ້​ເຕັມ​ດ້ວຍ​ຄວາມ​ຮັກ ແລະ ເປັນ​ປ້ອມ​ປ້ອງກັນ​ຂອງ​ຂ້ານ້ອຍ,ເປັນ​ທີ່ໝັ້ນ ແລະ ເປັນ​ຜູ້​ກອບກູ້​ຂອງ​ຂ້ານ້ອຍ,ເປັນ​ໂລ່​ຂອງ​ຂ້ານ້ອຍ ຜູ້​ທີ່​ຂ້ານ້ອຍ​ເຂົ້າ​ໄປ​ລີ້ໄພ,ຜູ້​ປາບ​ຊົນຊາດ​ທັງຫລາຍ  ​ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ຂ້ານ້ອຍ.
3ຂ້າແດ່​ພຣະເຈົ້າ​ຢາເວ ມະນຸດ​ເປັນ​ຜູ້ໃດ ພຣະອົງ​ຈຶ່ງ​ຫ່ວງໃຍ​ພວກເຂົາ?ບຸດ​ຂອງ​ມະນຸດ​ເປັນ​ຜູ້ໃດ ພຣະອົງ​ຈຶ່ງ​ຄິດ​ເຖິງ​ພວກເຂົາ?4ມະນຸດ​ເປັນ​ເໝືອນ​ລົມຫາຍໃຈວັນ​ເວລາ​ຂອງ​ພວກເຂົາ​ເໝືອນ​ເງົາ​ທີ່​ຜ່ານ​ໄປ​ຢ່າງ​ວ່ອງໄວ.
5ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ໂນ້ມ​ຟ້າ​ສະຫວັນ ແລະ ລົງ​ມາຂໍ​ໂຜດ​ແຕະ​ພູເຂົາ​ທັງຫລາຍ ເພື່ອ​ໃຫ້​ຄວັນ​ພຸ່ງ​ຂຶ້ນ.6ຂໍ​ໃຫ້​ສາຍ​ຟ້າແມບ ແລະ ລູກທະນູ​ຂອງ​ພຣະອົງ​ພຸ່ງ​ເຂົ້າ​ໃສ່​ສັດຕູ​ທັງຫລາຍ;ເຮັດ​ໃຫ້​ພວກເຂົາ​ແຕກກະຈັດກະຈາຍ​ໄປ.7ຂໍ​ໂຜດ​ຍື່ນ​ມື​ຂອງ​ພຣະອົງ​ຈາກ​ເບື້ອງ​ສູງລົງ​ມາ​ປົດປ່ອຍ​ຂ້ານ້ອຍ ແລະ ກອບກູ້​ຂ້ານ້ອຍຈາກ​ກະແສ​ນ້ຳ​ແຮງ,ຈາກ​ມື​ຂອງ​ບັນດາ​ຄົນຕ່າງດ້າວ8ຜູ້​ທີ່​ປາກ​ຂອງ​ພວກເຂົາ​ມີ​ແຕ່​ຄຳ​ຕົວະຜູ້​ທີ່​ມື​ຂວາ​ຂອງ​ພວກເຂົາ​ມີ​ແຕ່​ການ​ຫລອກລວງ.
9ພຣະເຈົ້າ​ຂອງ​ຂ້ານ້ອຍ, ຂ້ານ້ອຍ​ຈະ​ຮ້ອງເພງ​ບົດ​ໃໝ່​ຖວາຍ​ແດ່​ພຣະອົງ;ຂ້ານ້ອຍ​ຈະ​ບັນເລງ​ພິນ​ສິບ​ສາຍ​ຖວາຍ​ແດ່​ພຣະອົງ,10ແດ່​ອົງ​ຜູ້​ໃຫ້​ໄຊຊະນະ​ແກ່​ກະສັດ​ທັງຫລາຍ,ຜູ້​ຊ່ວຍ​ກອບກູ້​ດາວິດ​ຜູ້ຮັບໃຊ້​ຂອງ​ພຣະອົງ.ໃຫ້​ພົ້ນ​ຈາກ​ຄົມ​ດາບ.11ຂໍ​ປົດປ່ອຍ​ຂ້ານ້ອຍ;ຊ່ວຍ​ກູ້​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ມື​ຂອງ​ຄົນຕ່າງດ້າວຜູ້​ທີ່​ປາກ​ຂອງ​ພວກເຂົາ​ມີ​ແຕ່​ຄຳ​ຕົວະ,ຜູ້​ທີ່​ມື​ຂວາ​ຂອງ​ພວກເຂົາ​ມີ​ແຕ່​ການ​ຫລອກລວງ.
12ແລ້ວ​ລູກຊາຍ​ຂອງ​ພວກເຮົາ​ທີ່​ຢູ່​ໃນ​ໄວ​ໜຸ່ມ​ຂອງ​ພວກເຂົາຈະ​ເປັນ​ເໝືອນ​ຕົ້ນໄມ້​ທີ່​ໄດ້​ຮັບ​ການ​ບຳລຸງ​ລ້ຽງ​ເປັນ​ຢ່າງ​ດີ,ແລະ ບັນດາ​ລູກສາວ​ຂອງ​ພວກເຮົາ​ຈະ​ເປັນ​ດັ່ງ​ເສົາ​ທັງຫລາຍທີ່​ແກະ​ສະຫລັກ​ເພື່ອ​ເພື່ອ​ປະດັບ​ວັງ.13ເລົ້າ​ທັງຫລາຍ​ຂອງ​ພວກເຮົາກໍ​ຈະ​ເຕັມ​ໄປ​ດ້ວຍ​ສະບຽງ​ທຸກ​ຊະນິດ.ຝູງ​ແກະ​ຂອງ​ພວກເຮົາ​ຈະ​ເພີ່ມ​ຈຳນວນ​ຂຶ້ນ​ເປັນ​ພັນ,ເປັນ​ສິບ​ພັນ​ໃນ​ທົ່ງນາ​ຂອງ​ພວກເຮົາ;14ຝູງ​ງົວ​ຂອງ​ພວກເຮົາ​ກໍ​ຈະ​ມີ​ລູກ​ດົກ. ຢູ່​ທີ່​ນັ້ນ​ຈະ​ບໍ່​ມີ​ການ​ທຳລາຍ​ກຳແພງ,ບໍ່​ມີ​ການ​ຕົກ​ເປັນ​ຊະເລີຍ,ບໍ່​ມີ​ສຽງ​ຄ່ຳຄວນ​ຕາມ​ຖະໜົນ​ຫົນທາງ​ຂອງ​ພວກເຮົາ.15ຄວາມ​ສຸກ​ມີ​ແກ່​ຊົນຊາດ​ທີ່​ໄດ້​ຮັບ​ພອນ​ເຊັ່ນ​ນີ້;ຄວາມ​ສຸກ​ມີ​ແກ່​ຊົນຊາດ​ທີ່​ມີ​ພຣະເຈົ້າ​ຢາເວ​ເປັນ​ພຣະເຈົ້າ.

Biblica, Inc.

https://app.library.bible/content/eab9312f9f16b3a2