ເພງສັນລະເສີນ143
(ບົດເພງສັນລະເສີນຂອງດາວິດ)
1ຂ້າແດ່ພຣະເຈົ້າຢາເວ ຂໍຮັບຟັງຄຳອະທິຖານຂອງຂ້ານ້ອຍ,ຂໍຮັບຟັງຄຳຮ້ອງຂໍຄວາມເມດຕາຂອງຂ້ານ້ອຍ;ໂດຍຄວາມສັດຊື່ ແລະ ຄວາມຊອບທຳຂອງພຣະອົງຂໍໂຜດມາຊ່ວຍຂ້ານ້ອຍດ້ວຍ.2ຂໍຢ່ານຳຜູ້ຮັບໃຊ້ຂອງພຣະອົງເຂົ້າສູ່ການພິພາກສາເພາະບໍ່ມີຈັກຄົນທີ່ຊອບທຳຕໍ່ໜ້າພຣະອົງ.3ສັດຕູໄລ່ຕາມຂ້ານ້ອຍ,ລາວຍ່ອງຂ້ານ້ອຍຈົນຈົມດິນ;ລາວເຮັດໃຫ້ຂ້ານ້ອຍອາໄສຢູ່ໃນຄວາມມືດເໝືອນຄົນທີ່ຕາຍໄປດົນແລ້ວ.4ດັ່ງນັ້ນ ຈິດວິນຍານຂອງຂ້ານ້ອຍຈຶ່ງອ່ອນແຮງຢູ່ພາຍໃນ;ຈິດໃຈຂອງຂ້ານ້ອຍກໍທໍ້ຖອຍຢູ່ພາຍໃນ.5ຂ້ານ້ອຍລະນຶກເຖິງວັນເວລາທີ່ດົນນານມາ;ຂ້ານ້ອຍຄິດຕຶກຕອງເຖິງພາລະກິດທັງໝົດຂອງພຣະອົງແລະ ພິຈາລະນາສິ່ງທີ່ມືຂອງພຣະອົງໄດ້ກະທຳ.6ຂ້ານ້ອຍໄຂວ່ຄວ້າຫາພຣະອົງ;ຂ້ານ້ອຍກະຫາຍຫາພຣະອົງເໝືອນກັບດິນທີ່ແຕກແຫງ.7ຂ້າແດ່ພຣະເຈົ້າຢາເວ ຂໍໂຜດຕອບຂ້ານ້ອຍໂດຍໄວ;ຈິດວິນຍານຂອງຂ້ານ້ອຍຈະໝົດແຮງແລ້ວ.ຂໍຢ່າໄດ້ເຊື່ອງໜ້າຂອງພຣະອົງຈາກຂ້ານ້ອຍບໍ່ດັ່ງນັ້ນ ຂ້ານ້ອຍຈະເປັນເໝືອນຄົນເຫລົ່ານັ້ນທີ່ລົງໄປຍັງຂຸມ.8ຂໍໃຫ້ຂ້ານ້ອຍເຫັນຄວາມຮັກໝັ້ນຄົງຂອງພຣະອົງໃນເວລາ, ເຊົ້າເພາະຂ້ານ້ອຍໄດ້ໄວ້ວາງໃຈໃນພຣະອົງ.ຂໍສະແດງທາງທີ່ຂ້ານ້ອຍຄວນຈະໄປໃຫ້ແກ່ຂ້ານ້ອຍ,ເພາະຂ້ານ້ອຍໄດມອບຊີວິດຂອງຂ້ານ້ອຍໃຫ້ກັບພຣະອົງ.9ຂ້າແດ່ພຣະເຈົ້າຢາເວ ຂໍຊ່ວຍກອບກູ້ຂ້ານ້ອຍໃຫ້ພົ້ນຈາກບັນດາສັດຕູທັງຫລາຍຂອງຂ້ານ້ອຍ,ເພາະຂ້ານ້ອຍລີ້ຢູ່ໃນພຣະອົງ.10ຂໍສອນຂ້ານ້ອຍໃຫ້ເຮັດຕາມຄວາມປະສົງຂອງພຣະອົງ,ເພາະພຣະອົງເປັນພຣະເຈົ້າຂອງຂ້ານ້ອຍ;ຂໍພຣະວິນຍານປະເສີດຂອງພຣະອົງນຳຂ້ານ້ອຍໄປຕາມວິຖີທາງອັນຮາບພຽງ.11ຂ້າແດ່ພຣະເຈົ້າຢາເວ ເພາະເຫັນແກ່ນາມຂອງພຣະອົງ ຂໍຮັກສາຊີວິດຂອງຂ້ານ້ອຍໄວ້;ດ້ວຍຄວາມຊອບທຳຂອງພຣະອົງ ຂໍນຳຂ້ານ້ອຍອອກຈາກຄວາມເດືອດຮ້ອນດ້ວຍ.12ດ້ວຍຄວາມຮັກໝັ້ນຄົງທີ່ມີຕໍ່ຂ້ານ້ອຍ ຂໍໂຜດເຮັດໃຫ້ສັດຕູທັງຫລາຍຂອງຂ້ານ້ອຍມິດງຽບ;ຂໍໂຜດທຳລາຍສັດຕູທັງໝົດຂອງຂ້ານ້ອຍ,ເພາະຂ້ານ້ອຍເປັນຜູ້ຮັບໃຊ້ຂອງພຣະອົງ.Biblica, Inc.