ເພງສັນລະເສີນ142

(ມັດຄິນ ​ຂອງ​ດາວິດ, ຂະນະ​ທີ່​ເພິ່ນ​ຢູ່​ໃນ​ຖ້ຳ, ຄຳ​ອະທິຖານ)

1ຂ້ານ້ອຍ​ຮ້ອງ​ຫາ​ພຣະເຈົ້າ​ຢາເວ​ດ້ວຍ​ສຽງ​ດັງ;ຂ້ານ້ອຍ​ຍົກ​ສຽງ​ຂອງ​ຂ້ານ້ອຍ​ຂຶ້ນ​ອ້ອນວອນ​ຂໍ​ຄວາມ​ເມດຕາ​ຈາກ​ພຣະເຈົ້າ​ຢາເວ.2ຂ້ານ້ອຍ​ລະບາຍ​ຄຳ​ຈົ່ມ​ຂອງ​ຂ້ານ້ອຍ​ຕໍ່ໜ້າ​ພຣະອົງ;ຕໍ່ໜ້າ​ພຣະອົງ ຂ້ານ້ອຍ​ໄດ້​ບອກ​ເຖິງ​ຄວາມ​ເດືອດຮ້ອນ​ຂອງ​ຂ້ານ້ອຍ.
3ເມື່ອ​ຈິດ​ວິນຍານ​ຂອງ​ຂ້ານ້ອຍ​ອ່ອນ​ແຮງ​ຢູ່​ພາຍໃນ​ຂ້ານ້ອຍ,ພຣະອົງ​ເປັນ​ຜູ້​ທີ່​ເຝົ້າ​ເບິ່ງແຍງ​ທາງ​ຂອງ​ຂ້ານ້ອຍ.ເທິງ​ເສັ້ນ​ທາງ​ທີ່​ຂ້ານ້ອຍ​ເດີນ​ໄປຄົນ​ທັງຫລາຍ​ໄດ້​ເຊື່ອງ​ບ້ວງ​ແຮ້ວ​ດັກ​ຂ້ານ້ອຍ.4ເບິ່ງ​ແມ ຢູ່​ທາງ​ຂວາ​ມື​ຂອງ​ຂ້ານ້ອຍ​ບໍ່​ມີ​ຜູ້ໃດ​ເລີຍ;ບໍ່​ມີ​ຜູ້​ໃດ​ເປັນ​ຫວ່ງ​ຂ້ານ້ອຍ.ຂ້ານ້ອຍ​ບໍ່​ມີ​ທີ່​ລີ້ໄພ;ບໍ່​ມີ​ຜູ້ໃດ​ສົນໃຈ​ຊີວິດ​ຂອງ​ຂ້ານ້ອຍ.
5ຂ້າແດ່​ພຣະເຈົ້າ​ຢາເວ ຂ້ານ້ອຍ​ໄດ້​ຮ້ອງ​ຫາ​ພຣະອົງ;ຂ້ານ້ອຍ​ເວົ້າ​ວ່າ: “ພຣະອົງ​ເປັນ​ທີ່​ລີ້ໄພ​ຂອງ​ຂ້ານ້ອຍ,ເປັນ​ສ່ວນ​ມໍລະດົກ​ຂອງ​ຂ້ານ້ອຍ​ໃນ​ດິນແດນ​ຂອງ​ຄົນ​ເປັນ”.
6ຂໍ​ໂຜດ​ຮັບ​ຟັງ​ສຽງ​ຮ້ອງໄຫ້​ຂອງ​ຂ້ານ້ອຍ,ເພາະ​ຂ້ານ້ອຍ​ຂັດສົນ​ເຫລືອ​ເກີນ;ຂໍ​ຊ່ວຍ​ກອບກູ້​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ຜູ້​ທີ່​ໄລ່​ຕາມ​ຂ້ານ້ອຍ,ເພາະ​ພວກເຂົາ​ແຂງແຮງ​ເກີນ​ກຳລັງ​ຂອງ​ຂ້ານ້ອຍ.7ຂໍ​ປົດປ່ອຍ​ຂ້ານ້ອຍ​ອອກ​ຈາກ​ການ​ຈຳຈອງ​ຂອງ​ຂ້ານ້ອຍ,ເພື່ອ​ຂ້ານ້ອຍ​ຈະ​ສັນລະເສີນ​ນາມ​ຂອງ​ພຣະອົງ.ແລ້ວ​ຄົນ​ຊອບທຳ​ຈະ​ເຕົ້າໂຮມ​ກັນ​ຢູ່​ອ້ອມ​ຂ້ານ້ອຍເພາະ​ຄວາມ​ດີ​ຂອງ​ພຣະອົງ​ທີ່​ມີ​ຕໍ່​ຂ້ານ້ອຍ.

Biblica, Inc.

https://app.library.bible/content/eab9312f9f16b3a2