ເພງສັນລະເສີນ141
(ບົດເພງສັນລະເສີນຂອງດາວິດ)
1ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍໄດ້ຮ້ອງຫາພຣະອົງ, ຂໍໂຜດມາຫາຂ້ານ້ອຍໂດຍໄວ;ຂໍໂຜດຮັບຟັງເມື່ອຂ້ານ້ອຍຮ້ອງຫາພຣະອົງ.2ຂໍໃຫ້ຄຳອະທິຖານຂອງຂ້ານ້ອຍເປັນເໝືອນເຄື່ອງຫອມຢູ່ຕໍ່ໜ້າພຣະອົງ;ຂໍໃຫ້ການຊູມືຂຶ້ນອ້ອນວອນຂອງຂ້ານ້ອຍເປັນເໝືອນເຄື່ອງບູຊາເວລາຄ່ຳ.3ຂ້າແດ່ພຣະເຈົ້າຢາເວ ຂໍໂຜດຕັ້ງຍາມເບິ່ງແຍງປາກຂອງຂ້ານ້ອຍ;ເຝົ້າເບິ່ງປະຕູຮີມສົບຂອງຂ້ານ້ອຍ.4ຂໍຢ່າໃຫ້ຈິດໃຈຂອງຂ້ານ້ອຍຖືກໂນ້ມນ້າວໄປຫາສິ່ງທີ່ຊົ່ວໄປມີສ່ວນກັບການກະທຳທີ່ຊົ່ວຮ້າຍໄປຮ່ວມກັບບັນດາຄົນທີ່ເຮັດຊົ່ວ;ຂໍຢ່າໃຫ້ຂ້ານ້ອຍກິນຂອງແຊບຂອງພວກເຂົາ.5ຂໍໃຫ້ຄົນຊອບທຳ ຕີຂ້ານ້ອຍ ນັ້ນເປັນຄວາມກະລຸນາ;ຂໍໃຫ້ລາວຕັກເຕືອນຂ້ານ້ອຍ ນັ້ນເປັນນ້ຳມັນເທິງຫົວຂອງຂ້ານ້ອຍ.ຫົວຂອງຂ້ານ້ອຍຈະບໍ່ປະຕິເສດ,ແຕ່ຂ້ານ້ອຍຈະຍັງຄົງຂໍອະທິຖານຕໍ່ຕ້ານການກະທຳຂອງຄົນຊົ່ວ.6ບັນດາຫົວໜ້າຂອງພວກເຂົາຈະຖືກໂຍນລົງຈາກໜ້າຜາ,ແລະ ຄົນຊົ່ວຮ້າຍຈະຮຽນຮູ້ວ່າຄຳເວົ້າທີ່ຂ້ານ້ອຍໄດ້ກ່າວໄວ້ນັ້ນຖືກຕ້ອງ.7ພວກເຂົາຈະເວົ້າວ່າ “ກະດູກຂອງພວກເຮົາກໍກະຈັດກະຈາຍຢູ່ທີ່ປາກຂຸມຝັງສົບ,ຄືກັນກັບດິນທີ່ແຕກແຫງເພາະຖືກໄຖ”.8ຂ້າແດ່ພຣະເຈົ້າຢາເວ ອົງເຈົ້ານາຍ, ແຕ່ດວງຕາຂອງຂ້ານ້ອຍແມ່ນຈ້ອງທີ່ພຣະອົງ,ຂ້ານ້ອຍລີ້ໄພຢູ່ໃນພຣະອົງ ຂໍຢ່າຍອມໃຫ້ຂ້ານ້ອຍຕາຍໄປ.9ຂໍປົກປ້ອງຂ້ານ້ອຍໃຫ້ພົ້ນຈາກບ້ວງແຮ້ວທີ່ພວກເຂົາວາງໄວ້,ຈາກກັບດັກທີ່ບັນດາຄົນເຮັດຊົ່ວວາງໄວ້ສຳລັບຂ້ານ້ອຍ.10ຂໍໃຫ້ຄົນຊົ່ວຮ້າຍຕົກລົງໄປໃນຕາໜ່າງຂອງພວກເຂົາເອງ,ໃນຂະນະທີ່ຂ້ານ້ອຍຜ່ານພົ້ນໄປໄດ້ຢ່າງປອດໄພ.Biblica, Inc.