ເພງສັນລະເສີນ140
(ເຖິງຫົວໜ້ານັກຮ້ອງ, ບົດເພງສັນລະເສີນຂອງດາວິດ)
1ຂ້າແດ່ພຣະເຈົ້າຢາເວ ຂໍໂຜດຊ່ວຍຂ້ານ້ອຍຈາກຄົນຊົ່ວຮ້າຍຂໍປົກປ້ອງຂ້ານ້ອຍໃຫ້ພົ້ນຈາກຄົນທາລຸນ,2ຜູ້ທີ່ວາງແຜນຊົ່ວຢູ່ໃນໃຈແລະ ຍຸແຍ່ໃຫ້ເກີດສົງຄາມຢູ່ທຸກວັນ.3ພວກເຂົາລັບລີ້ນຂອງຕົນໃຫ້ຄົມເໝືອນກັບລີ້ນງູ4ຂ້າແດ່ພຣະເຈົ້າຢາເວ ຂໍປົກປ້ອງຂ້ານ້ອຍໃຫ້ພົ້ນຈາກມືຂອງຄົນຊົ່ວ;ຂໍໂຜດປົກປ້ອງຂ້ານ້ອຍໃຫ້ພົ້ນຈາກຄົນທາລຸນ,ຜູ້ວາງແຜນໃຫ້ຕີນຂ້ານ້ອຍສະດຸດລົ້ມ.5ຄົນຈອງຫອງໄດ້ເຊື່ອງບ້ວງແຮ້ວດັກຂ້ານ້ອຍ;ພວກເຂົາກາງຕາໜ່າງຂອງຕົນລໍຖ້າຢູ່ແລະ ວາງກັບດັກຕາມເສັ້ນທາງຂອງຂ້ານ້ອຍ.6ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍໄດ້ເວົ້າກັບພຣະອົງວ່າ: “ພຣະອົງເປັນພຣະເຈົ້າຂອງຂ້ານ້ອຍ”.ຂ້າແດ່ພຣະເຈົ້າຢາເວ ຂໍຟັງຄຳຮ້ອງຂໍຄວາມເມດຕາຂອງຂ້ານ້ອຍດ້ວຍ.7ຂ້າແດ່ພຣະເຈົ້າຢາເວ ອົງເຈົ້ານາຍ, ຜູ້ຊ່ວຍກອບກູ້ທີ່ເຂັ້ມແຂງຂອງຂ້ານ້ອຍ,ຜູ້ເປັນໂລ່ປົກປ້ອງຫົວຂອງຂ້ານ້ອຍໃນຍາມສູ້ຮົບ.8ຂ້າແດ່ພຣະເຈົ້າຢາເວ ຂໍຢ່າໃຫ້ຄົນຊົ່ວສົມຄວາມປາຖະໜາຂອງພວກເຂົາ;ຂໍຢ່າໃຫ້ແຜນຊົ່ວຂອງພວກເຂົາສຳເລັດ.9ບັນດາຄົນທີ່ອ້ອມຮອບຂ້ານ້ອຍກໍເງີຍໜ້າຂອງຕົນຂຶ້ນຢ່າງພາກພູມໃຈຂໍໃຫ້ຄວາມຊົ່ວຮ້າຍແຫ່ງຮີບສົບຂອງພວກເຂົານັ້ນກືນກິນພວກເຂົາ.10ຂໍໃຫ້ຖ່ານທີ່ລຸກໄໝ້ຢູ່ນັ້ນຕົກໃສ່ຫົວຂອງພວກເຂົາ;ຂໍໃຫ້ພວກເຂົາຖືກຖິ້ມເຂົ້າໄປໃນໄຟ,ເຂົ້າໄປໃນເຫວເລິກ ເຊິ່ງພວກເຂົາບໍ່ມີວັນຈະຂຶ້ນມາໄດ້.11ຂໍຢ່າໃຫ້ຄົນທີ່ໃສ່ຮ້າຍປ້າຍສີໄດ້ຕັ້ງໝັ້ນໃນແຜ່ນດິນ;ຂໍໃຫ້ຄວາມວິບັດຕາມລ່າຄົນທາລຸນ.12ຂ້ານ້ອຍຮູ້ຢູ່ວ່າພຣະເຈົ້າຢາເວຮັກສາຄວາມຍຸຕິທຳໄວ້ສຳລັບຄົນທຸກຍາກແລະ ປົກປ້ອງສິດທິຂອງຄົນຂັດສົນ.13ແນ່ນອນ ຄົນຊອບທຳຈະສັນລະເສີນນາມຂອງພຣະອົງແລະ ຄົນທ່ຽງທຳຈະມີຊີວິດຢູ່ຕໍ່ໜ້າພຣະອົງ.Biblica, Inc.