ເພງສັນລະເສີນ139
(ເຖິງຫົວໜ້ານັກຮ້ອງ, ບົດເພງສັນລະເສີນຂອງດາວິດ)
1ຂ້າແດ່ພຣະເຈົ້າຢາເວ, ພຣະອົງໄດ້ກວດເບິ່ງຂ້ານ້ອຍ,ແລະ ພຣະອົງຮູ້ຈັກຂ້ານ້ອຍ.2ພຣະອົງຮູ້ເມື່ອຂ້ານ້ອຍນັ່ງລົງ ແລະ ລຸກຂຶ້ນ;ພຣະອົງຮັບຮູ້ຄວາມຄິດຂອງຂ້ານ້ອຍຕັ້ງແຕ່ໄກ.3ພຣະອົງຢັ່ງຮູ້ວິຖີທາງຂອງຂ້ານ້ອຍ ແລະ ການຢຸດພັກຂອງຂ້ານ້ອຍ;ພຣະອົງຄຸ້ນເຄີຍກັບທາງທັງໝົດຂອງຂ້ານ້ອຍ.4ຂ້າແດ່ພຣະເຈົ້າຢາເວ ກ່ອນທີ່ລິ້ນຂອງຂ້ານ້ອຍຈະເວົ້າຄຳໃດພຣະອົງກໍຮູ້ສິ່ງນັ້ນທັງໝົດແລ້ວ.5ພຣະອົງໂອບອ້ອມຂ້ານ້ອຍທັງຂ້າງໜ້າ ແລະ ຂ້າງຫລັງແລະ ພຣະອົງກໍວາງມືເທິງຂ້ານ້ອຍ.6ຄວາມຮູ້ເຊັ່ນນີ້ແມ່ນອັດສະຈັນຫລາຍສຳລັບຂ້ານ້ອຍ,ສູງເກີນກວ່າຂ້ານ້ອຍຈະເຂົ້າໃຈ.7ຂ້ານ້ອຍຈະໄປບ່ອນໃດເພື່ອໃຫ້ພົ້ນຈາກພຣະວິນຍານຂອງພຣະອົງໄດ້?ຂ້ານ້ອຍຈະໜີໄປຢູ່ໃສເພື່ອໃຫ້ພົ້ນຈາກສາຍຕາຂອງພຣະອົງໄດ້?8ຖ້າຂ້ານ້ອຍຂຶ້ນໄປທີ່ຟ້າສະຫວັນ, ພຣະອົງກໍຢູ່ທີ່ນັ້ນ;ຖ້າຂ້ານ້ອຍນອນລົງໃນແດນມໍລະນາ, ພຣະອົງກໍຢູ່ທີ່ນັ້ນ.9ຖ້າຂ້ານ້ອຍບິນໄປດ້ວຍປີກແຫ່ງແສງອາລຸນ,ຖ້າຂ້ານ້ອຍໄປຕັ້ງຖິ່ນຖານຢູ່ຝັ່ງທະເລໄກ,10ແມ່ນແຕ່ຢູ່ທີ່ນັ້ນ ມືຂອງພຣະອົງກໍຈະນຳພາຂ້ານ້ອຍ,ມືຂວາຂອງພຣະອົງກໍຈະຈັບຂ້ານ້ອຍໄວ້ໃຫ້ແໜ້ນ.11ຖ້າຂ້ານ້ອຍເວົ້າວ່າ “ແນ່ນອນ ຄວາມມືດຈະບັງຂ້ານ້ອຍໄວ້ແລະ ຄວາມສະຫວ່າງຈະກາຍເປັນກາງຄືນຢູ່ອ້ອມຕົວຂ້ານ້ອຍ,”12ແມ່ນແຕ່ຄວາມມືດກໍຈະບໍ່ມືດສຳລັບພຣະອົງ;ກາງຄືນກໍຈະສ່ອງສະຫວ່າງເໝືອນດັ່ງກາງເວັນ,ເພາະຄວາມມືດກໍເປັນເໝືອນດັ່ງຄວາມສະຫວ່າງສຳລັບພຣະອົງ.13ເພາະພຣະອົງໄດ້ສ້າງສ່ວນທີ່ຢູ່ເລິກພາຍໃນຂ້ານ້ອຍ;ພຣະອົງຖັກຂ້ານ້ອຍຂຶ້ນໃນທ້ອງຂອງແມ່ຂອງຂ້ານ້ອຍ.14ຂ້ານ້ອຍສັນລະເສີນພຣະອົງ ເພາະພຣະອົງໄດ້ສ້າງຂ້ານ້ອຍຢ່າງໜ້າຢຳເກງ ແລະ ໜ້າອັດສະຈັນ;ສີມືຂອງພຣະອົງນັ້ນອັດສະຈັນຂ້ານ້ອຍຮູ້ດີ.15ໂຄງກະດູກຂອງຂ້ານ້ອຍບໍ່ໄດ້ເຊື່ອງໄວ້ຈາກພຣະອົງເມື່ອຂ້ານ້ອຍຖືກສ້າງຂຶ້ນໃນທີ່ລັບລີ້,ເມື່ອຂ້ານ້ອຍຖືກຖັກເຂົ້າກັນໃນບ່ອນເລິກແຫ່ງແຜ່ນດິນໂລກ.16ຕາຂອງພຣະອົງເຫັນຮ່າງກາຍອັນບໍ່ມີໂຄງກະດູກຂອງຂ້ານ້ອຍ;ທຸກເວັນທີ່ກຳນົດໄວ້ສຳລັບຂ້ານ້ອຍກໍບັນທຶກໄວ້ໃນປື້ມຂອງພຣະອົງກ່ອນທີ່ວັນເຫລົ່ານັ້ນຈະມາເຖິງ.17ຂ້າແດ່ພຣະເຈົ້າ! ບັນດາຄວາມຄິດ ຂອງພຣະອົງນັ້ນລ້ຳເລີດຫລາຍສຳລັບຂ້ານ້ອຍ!ລວມກັນແລ້ວກໍຍິ່ງໃຫຍ່ພຽງໃດ!18ຖ້າຂ້ານ້ອຍຈະນັບ,ກໍມີຈຳນວນຫລາຍກວ່າເມັດຊາຍເມື່ອຂ້ານ້ອຍຕື່ນຂຶ້ນ, ຂ້ານ້ອຍກໍຍັງຄົງຢູ່ກັບພຣະອົງ.19ຂ້າແດ່ພຣະເຈົ້າ! ຂໍພຣະອົງປະຫານຄົນຊົ່ວຮ້າຍ!ເຈົ້າຄົນກະຫາຍເລືອດ ຈົ່ງໄປໃຫ້ພົ້ນຈາກຂ້ອຍ!20ພວກເຂົາກ່າວເຖິງພຣະອົງດ້ວຍເຈດຕະນາຊົ່ວຮ້າຍ;ສັດຕູຂອງພຣະອົງໃຊ້ນາມຂອງພຣະອົງໄປໃນທາງທີ່ຜິດ.21ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍບໍ່ໄດ້ກຽດຊັງຜູ້ທີ່ກຽດຊັງພຣະອົງບໍ?ແລະ ຂ້ານ້ອຍບໍ່ໄດ້ກຽດຊັງຜູ້ທີ່ກະບົດພຣະອົງບໍ?22ສຳລັບພວກເຂົາແລ້ວ ຂ້ານ້ອຍມີແຕ່ຄວາມກຽດຊັງ;ຂ້ານ້ອຍນັບວ່າພວກເຂົາເປັນສັດຕູຂອງຂ້ານ້ອຍ.23ຂ້າແດ່ພຣະເຈົ້າ ຂໍໂຜດກວດເບິ່ງຂ້ານ້ອຍ ແລະ ຮູ້ຈິດໃຈຂອງຂ້ານ້ອຍ;ຂໍໂຜດກວດສອບຂ້ານ້ອຍ ແລະ ຮູ້ຈັກຄວາມຄິດກະວົນກະວາຍຂອງຂ້ານ້ອຍ.24ຂໍໃຫ້ເບິ່ງວ່າມີສິ່ງໃດແດ່ທີ່ຢູ່ໃນໂຕຂອງຂ້ານ້ອຍທີ່ບໍ່ເປັນທີ່ພໍໃຈແລະ ຂໍໂຜດນຳຂ້ານ້ອຍໄປຕາມທາງນິລັນດອນດ້ວຍ.Biblica, Inc.