ເພງສັນລະເສີນ13

ເຖິງ​ຫົວໜ້າ​ນັກຮ້ອງ ບົດ​ເພງສັນລະເສີນ​ຂອງ​ດາວິດ.

1ຂ້າແດ່​ພຣະເຈົ້າ​ຢາເວ, ອີກ​ດົນ​ປານໃດ? ພຣະອົງ​ຈະ​ລືມ​ຂ້ານ້ອຍ​ຕະຫລອດ​ໄປ​ບໍ?ພຣະອົງ​ຈະ​ລີ້​ໜ້າ​ຂອງ​ພຣະອົງ​ໄປ​ຈາກ​ຂ້ານ້ອຍ​ອີກ​ດົນ​ປານ​ໃດ?2ຂ້ານ້ອຍ​ຈະ​ຕ້ອງ​ຕໍ່ສູ້​ກັບ​ຄວາມ​ຄິດ​ຂອງ​ຕົນແລະ ມີ​ຄວາມ​ໂສກເສົ້າ​ຢູ່​ໃນ​ໃຈ​ໄປ​ອີກ​ດົນ​ປານ​ໃດ?ສັດຕູ​ຂອງ​ຂ້ານ້ອຍ​ຈະ​ມີ​ໄຊ​ເໜືອ​ຂ້ານ້ອຍ​ໄປ​ອີກ​ດົນ​ປານ​ໃດ?
3ຂ້າແດ່​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ ຂໍ​ໂຜດ​ຫລຽວ​ເບິ່ງ​ຂ້ານ້ອຍ ແລະ ຕອບ​ດ້ວຍ.ຂໍ​ໂຜດ​ໃຫ້​ຄວາມ​ສະຫວ່າງ​ແກ່​ຕາ​ຂອງ​ຂ້ານ້ອຍ ບໍ່​ດັ່ງ​ນັ້ນ​ຂ້ານ້ອຍ​ຈະ​ຕ້ອງ​ນອນ​ຢູ່​ໃນ​ຄວາມ​ຕາຍ,4ແລະ ສັດຕູ​ຂອງ​ຂ້ານ້ອຍ​ຈະ​ກ່າວ​ວ່າ, “ຂ້ອຍ​ຊະນະ​ລາວ​ແລ້ວ,”ແລະ ສັດຕູ​ຂອງ​ຂ້ານ້ອຍ​ຈະ​ຊື່ນຊົມຍິນດີ​ເມື່ອ​ຂ້ານ້ອຍ​ລົ້ມ​ລົງ.
5ແຕ່​ຂ້ານ້ອຍ​ໄວ້ໃຈ​ໃນ​ຄວາມ​ຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ;ຈິດໃຈ​ຂອງ​ຂ້ານ້ອຍ​ກໍ​ຊື່ນຊົມຍິນດີ​ໃນ​ການ​ຊ່ວຍ​ໃຫ້​ພົ້ນ​ຂອງ​ພຣະອົງ.6ຂ້ານ້ອຍ​ຈະ​ຮ້ອງເພງ​ສັນລະເສີນ​ພຣະເຈົ້າ​ຢາເວ,ເພາະ​ພຣະອົງ​ດີ​ຕໍ່​ຂ້ານ້ອຍ.

Biblica, Inc.

https://app.library.bible/content/eab9312f9f16b3a2