ເພງສັນລະເສີນ138
(ບົດປະພັນຂອງດາວິດ)
1ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍຈະສັນລະເສີນພຣະອົງໝົດທັງຫົວໃຈຂອງຂ້ານ້ອຍ;ຂ້ານ້ອຍຈະຮ້ອງເພງສັນລະເສີນພຣະອົງຕໍ່ໜ້າ “ພະທັງຫລາຍ”.2ຂ້ານ້ອຍຈະກາບລົງຕໍ່ໜ້າວິຫານສັກສິດຂອງພຣະອົງແລະ ສັນລະເສີນນາມຂອງພຣະອົງເພາະຄວາມຮັກໝັ້ນຄົງ ແລະ ຄວາມສັດຊື່ຂອງພຣະອົງ,ເພາະພຣະອົງໄດ້ຍົກຍ້ອງດຳລັດອັນສັກສິດຂອງພຣະອົງຈົນເກີນກວ່າຊື່ສຽງຂອງພຣະອົງ.3ເມື່ອຂ້ານ້ອຍໄດ້ຮ້ອງຫາ, ພຣະອົງໄດ້ຕອບຂ້ານ້ອຍ;ພຣະອົງເຮັດໃຫ້ຂ້ານ້ອຍກ້າຫານຫລາຍ.4ຂ້າແດ່ພຣະເຈົ້າຢາເວ ຂໍໃຫ້ກະສັດທົ່ວໂລກສັນລະເສີນພຣະອົງ,ເມື່ອພວກເຂົາໄດ້ຍິນສິ່ງທີ່ພຣະອົງໄດ້ມີດຳລັດໄວ້.5ຂໍໃຫ້ພວກເຂົາຮ້ອງເຖິງວິຖີທາງຂອງພຣະເຈົ້າຢາເວ,ເພາະກຽດຕິຍົດຂອງພຣະເຈົ້າຢາເວນັ້ນຍິ່ງໃຫຍ່.6ເຖິງແມ່ນວ່າພຣະເຈົ້າຢາເວນັ້ນສູງສົ່ງຫລາຍ, ແຕ່ພຣະອົງກໍຫລຽວເບິ່ງຄົນຕ່ຳຕ້ອຍ;ແຕ່ພຣະອົງສັງເກດເຫັນຄົນຈອງຫອງແຕ່ໄກ.7ເຖິງແມ່ນວ່າຂ້ານ້ອຍຍ່າງຢູ່ທ່າມກາງຄວາມເດືອດຮ້ອນ,ພຣະອົງກໍຍັງຮັກສາຊີວິດຂອງຂ້ານ້ອຍໄວ້.ພຣະອົງຢຽດມືຂອງພຣະອົງອອກຕໍ່ສູ້ຄວາມໃຈຮ້າຍຂອງສັດຕູຂອງຂ້ານ້ອຍ;ພຣະອົງຊ່ວຍຂ້ານ້ອຍໃຫ້ພົ້ນດ້ວຍມືຂວາຂອງພຣະອົງ.8ພຣະເຈົ້າຢາເວຈະເຮັດໃຫ້ສຳເລັດຕາມຄວາມມຸ່ງໝາຍຂອງພຣະອົງທີ່ມີຕໍ່ຂ້ານ້ອຍ.ຂ້າແດ່ພຣະເຈົ້າຢາເວ ຄວາມຮັກຂອງພຣະອົງດຳລົງຢູ່ຕະຫລອດໄປຂໍຢ່າປະຖິ້ມມືທັງຫລາຍຂອງພຣະອົງ.Biblica, Inc.