ເພງສັນລະເສີນ137

1ທີ່​ຮິມ​ຝັ່ງ​ແມ່ນ້ຳ​ຂອງ​ບາບີໂລນ ພວກຂ້ານ້ອຍ​ໄດ້​ນັ່ງ​ລົງ ແລະ ຮ້ອງໄຫ້ເມື່ອ​ພວກເຮົາ​ລະນຶກ​ເຖິງ​ຊີໂອນ.2ພວກຂ້ານ້ອຍ​ໄດ້​ແຂວນ​ພິນ​ຂອງ​ຕົນ​ໄວ້ທີ່​ຕົ້ນປໍປາ,3ເພາະ​ທີ່​ນັ້ນ ຜູ້​ທີ່​ຄຸມ​ພວກຂ້ານ້ອຍ​ໄດ້​ຂໍ​ໃຫ້​ພວກຂ້ານ້ອຍ​ຮ້ອງເພງ,ຜູ້​ທີ່​ທໍລະມານ​ພວກຂ້ານ້ອຍ​ໄດ້​ສັ່ງ​ໃຫ້​ພວກຂ້ານ້ອຍ​ຮ້ອງເພງ​ແຫ່ງ​ຄວາມ​ຍິນດີ;ພວກເຂົາ​ເວົ້າ​ວ່າ: “ຈົ່ງ​ຮ້ອງເພງ​ແຫ່ງ​ຊີໂອນ​ໃຫ້​ພວກເຮົາ​ຟັງ​ຈັກ​ບົດ​ແດ່!”
4ພວກຂ້ານ້ອຍ​ຈະ​ຮ້ອງ​ບົດເພງ​ຂອງ​ພຣະເຈົ້າ​ຢາເວໃນ​ດິນແດນ​ຕ່າງ​ດ້າວ​ໄດ້​ຢ່າງໃດ?5ເຢຣູຊາເລັມ, ຖ້າ​ຂ້ອຍ​ລືມ​ເຈົ້າກໍ​ຂໍ​ໃຫ້​ມື​ຂວາ​ຂອງ​ຂ້ອຍ​ລືມ​ຄວາມ​ຊຳນານ.6ຂໍ​ໃຫ້​ລີ້ນ​ຂອງ​ຂ້ອຍ​ເກາະ​ຕິດ​ເພດານ​ປາກຖ້າ​ຂ້ອຍ​ລືມ​ເຈົ້າ,ຖ້າ​ຂ້ອຍ​ບໍ່​ໄດ້​ຖື​ວ່າ​ເຢຣູຊາເລັມເປັນ​ທີ່​ສຸດ​ຍອດ​ແຫ່ງ​ຄວາມ​ຊື່ນຊົມຍິນດີ.
7ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ໂຜດ​ຈົດຈຳ​ສິ່ງ​ທີ່​ຊາວ​ເອໂດມ​ໄດ້​ເຮັດໃນ​ວັນ​ທີ່​ເຢຣູຊາເລັມ​ຫລົ້ມຈົມ.ພວກເຂົາ​ໄດ້​ໂຫ່​ຮ້ອງ​ວ່າ: “ພັງ​ມັນ​ລົງ​ເລີຍ”,“ພັງ​ມັນ​ລົງ​ໃຫ້​ເຖິງ​ຮາກຖານ​ຂອງ​ມັນ​ເລີຍ!”8ລູກສາວ​ແຫ່ງ​ບາບີໂລນ,  ຜູ້​ເຖິງ​ວາລະ​ຈະ​ພິນາດ,ຄວາມ​ສຸກ​ມີ​ແກ່​ຜູ້​ທີ່​ຄືນ​ຕອບແທນ​ເຈົ້າຕາມ​ສິ່ງ​ທີ່​ເຈົ້າ​ໄດ້​ເຮັດ​ກັບ​ພວກເຮົາ.9ຄວາມ​ສຸກ​ມີ​ແກ່​ຜູ້​ທີ່​ຈັບ​ລູກນ້ອຍ​ທັງຫລາຍ​ຂອງ​ເຈົ້າແລ້ວ​ຟາດ​ພວກເຂົາ​ລົງ​ທີ່​ກ້ອນຫີນ.

Biblica, Inc.

https://app.library.bible/content/eab9312f9f16b3a2