ເພງສັນລະເສີນ136
1ຈົ່ງຂອບພຣະຄຸນພຣະເຈົ້າຢາເວ ເພາະພຣະອົງນັ້ນແສນດີ.ຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ຕະຫລອດໄປ.2ຈົ່ງຂອບພຣະຄຸນພຣະເຈົ້າຜູ້ຢູ່ເໜືອພະທັງປວງ.ຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ຕະຫລອດໄປ.3ຈົ່ງຂອບພຣະຄຸນອົງພຣະຜູ້ເປັນເຈົ້າຈອມເຈົ້ານາຍ.ຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ຕະຫລອດໄປ.4ຈົ່ງຂອບພຣະຄຸນພຣະອົງຜູ້ເຮັດການອັດສະຈັນອັນຍິ່ງໃຫຍ່ແຕ່ຜູ້ດຽວ,ຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ຕະຫລອດໄປ.5ຜູ້ສ້າງຟ້າສະຫວັນໂດຍຄວາມເຂົ້າໃຈຂອງພຣະອົງ,ຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ຕະຫລອດໄປ.6ຜູ້ໄດ້ຄື່ຜືນແຜ່ນດິນອອກເໜືອນ້ຳທັງຫລາຍ,ຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ຕະຫລອດໄປ.7ຜູ້ໄດ້ສ້າງດວງສະຫວ່າງອັນໃຫຍ່ມາຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ຕະຫລອດໄປ.8ໄດ້ໃຫ້ດວງຕາເວັນຄອບຄອງກາງເວັນຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ຕະຫລອດໄປ.9ໄດ້ໃຫ້ດວງເດືອນ ແລະ ດວງດາວຄອບຄອງກາງຄືນ;ຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ຕະຫລອດໄປ.10ຈົ່ງຂອບພຣະຄຸນພຣະອົງຜູ້ໄດ້ທຳລາຍລູກຫົວປີຂອງເອຢິບຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ຕະຫລອດໄປ.11ແລະ ໄດ້ນຳອິດສະຣາເອນອອກມາຈາກທ່າມກາງພວກເຂົາຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ຕະຫລອດໄປ.12ດ້ວຍມືອັນມີລິດອຳນາດ ແລະ ແຂນທີ່ຢຽດອອກ;ຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ຕະຫລອດໄປ.13ຈົ່ງຂອບພຣະຄຸນພຣະອົງຜູ້ໄດ້ແຍກທະເລແດງ ອອກເປັນທາງຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ຕະຫລອດໄປ.14ແລະ ໄດ້ນຳອິດສະຣາເອນຂ້າມທະເລໄປ,ຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ຕະຫລອດໄປ.15ແຕ່ໄດ້ໃຫ້ຟາໂຣ ແລະ ກອງທັບຂອງເພິ່ນຈົມລົງໃນທະເລແດງ;ຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ຕະຫລອດໄປ.16ຈົ່ງຂອບພຣະຄຸນພຣະອົງຜູ້ໄດ້ນຳພາປະຊາຊົນຂອງພຣະອົງຜ່ານຖິ່ນແຫ້ງແລ້ງກັນດານ;ຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ຕະຫລອດໄປ.17ຜູ້ໄດ້ທຳລາຍກະສັດຜູ້ຍິ່ງໃຫຍ່ທັງຫລາຍ,ຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ຕະຫລອດໄປ.18ແລະ ໄດ້ຂ້າບັນດາກະສັດຜູ້ຍິ່ງໃຫຍ່ຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ຕະຫລອດໄປ.19ຄືກະສັດສີໂຫນຂອງຊາວອາໂມຄວາມຮັກໝັ້ນຄົງຂອງພຣະອົງດຳລົງນິລັນດອນ20ແລະ ກະສັດໂອກແຫ່ງບາຊານຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ຕະຫລອດໄປ.21ແລະ ໄດ້ໃຫ້ດິນແດນຂອງພວກເຂົາເປັນກຳມະສິດ.ຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ຕະຫລອດໄປ.22ເປັນກຳມະສິດຂອງອິດສະຣາເອນຜູ້ຮັບໃຊ້ຂອງພຣະອົງຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ຕະຫລອດໄປ.23ຈົ່ງຂອບພຣະຄຸນພຣະອົງຜູ້ລະນຶກເຖິງພວກເຮົາທີ່ຢູ່ໃນຖານະອັນຕ່ຳຕ້ອຍຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ຕະຫລອດໄປ.24ແລະ ໄດ້ຊ່ວຍເຮົາໃຫ້ພົ້ນຈາກບັນດາສັດຕູຂອງພວກເຮົາ.ຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ຕະຫລອດໄປ.25ພຣະອົງໄດ້ໃຫ້ອາຫານແກ່ທຸກຊີວິດ.ຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ຕະຫລອດໄປ.26ຈົ່ງຂອບພຣະຄຸນພຣະເຈົ້າແຫ່ງຟ້າສະຫວັນ.ຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ຕະຫລອດໄປ.
Biblica, Inc.